ແມ່ຍິງລາວຖືກຍິງຕາຍຢູ່ ໄທ

ມະນີຈັນ
2016.06.15
F-shooting ເຈົ້າໜ້າທີ່ ຕໍາຣວດ ກໍາລັງຄວບຄຸມຕົວ ຄົນຮ້າຍທີ່ກໍ່ເຫດ ຍິງຊາວລາວ ຊື່ທ້າວບຸນຊູ ແກ້ວພິລາ ປະຊາຊົນ ຕາແສງ ປາກໂພ ເມືອງໜອງຄາຍ.
Citizen Journalist

ເມື່ອວັນທີ 13 ມິຖຸນາ 2016 ສະຖານີ ຕໍາຣວດ ພູທອນ ແຂວງໜອງຄາຍ ປະເທດໄທ ໄດ້ຮັບແຈ້ງ ເຫດ ຊາວລາວ 2 ຄົນ ຖືກຍິງ ໄດ້ ຮັບບາດເຈັບ ແລະ ເສັຽຊີວິດ 1 ຄົນ ຄື ທ້າວ ບຸນຍະລິດ ດວງບຸບຜາ ອາການສາຫັດ ແລະ ນາງ ສີອໍາພອນ ດວງບຸບຜາ ປະຊາຊົນ ບ້ານ ທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ເສັຽຊີວິດ ຄາທີ່. ຄົນຮ້າຍ ທີ່ກໍ່ເຫດ ແລ້ວໜີໄປ. ເຖິງ ປັຈຈຸບັນ ທາງ ຕໍາຣວດ ໜອງຄາຍ ຍັງບໍ່ຮູ້ ສາເຫດວ່າ ມີຫຍັງຈູງໃຈ ໃຫ້ຍິງກັນ, ແຕ່ຄາດການວ່າ ເປັນການ ຫຶງຫວງ. ຕາມຄໍາ ເວົ້າ ຂອງ ເຈົ້າໜ້າທີ່ ຕໍາຣວດ ຕໍ່ RFA ໃນ ວັນທີ 14 ມິຖຸນາ 2016:

"ທ່ານກ່າວວ່າ ສາເຫດ ຍັງບໍ່ຮູ້ ແນ່ນອນ ແຕ່ວ່າ ຜູ້ເປັນມືປືນ ເຄີຍເປັນແຟນ ກັບ ຜູ້ເສັຽຊີວິດ. ສ່ວນຜູ້ ບາດເຈັບນັ້ນ ເປັນນ້ອງຊາຍ ອາການສາຫັດ ຕອນນີ້ ຢູ່ຫ້ອງ ສຸກເສີນ ຂອງ ໂຮງໝໍ".

ເຈົ້າໜ້າທີ່ ຕໍາຣວດ ເວົ້າວ່າຄົນຮ້າຍ ທີ່ຍິງຄົນລາວ ນັ້ນ ຊື່ທ້າວບຸນຊູ ແກ້ວພິລາ ປະຊາຊົນ ຕາແສງ ປາກໂພ ເມືອງ ໜອງຄາຍ. ເມື່ອ ເວລາບ່າຍ 2 ໂມງ ຂອງວັນທີ 14 ມິຖຸນາ ນີ້ ຂ່າວທ້ອງຖິ່ນ ໜອງຄາຍ ຣາຍງານວ່າ ຕໍາຣວດ ສາມາດ ຈັບກຸມ ຄົນຮ້າຍໄດ້ ແລ້ວ. ເບື້ອງຕົ້ນ ຕໍາຣວດ ໄດ້ຕັ້ງຂໍ້ຫາ ໄວ້ 4 ຂໍ້ ຄື:

1- ມີຄວາມຜິດ ຂ້າຜູ້ອື່ນ ໂດຍໄຕ່ຕອງ ໄວ້ກ່ອນ

2. ມີປືນແລະລູກປືນ ໄວ້ໃນຄອບຄອງ ໂດຍບໍ່ໄດ້ຮັບ ອະນຸຍາດ

3. ພົກປືນຕິດຕົວ ໄປໃນເມືອງ ໝູ່ບ້ານ ຫລື ສະຖານທີ່ ສາທາຣະນະ ໂດຍບໍ່ໄດ້ຮັບ ອະນຸຍາດ

4. ພົກອາວຸດ ໄປໃນເມືອງ, ໝູ່ບ້ານ ຫລື ທີ່ ສາທາຣະນະ ໂດຍເປີດເຜີຍ ຫລື ໂດຍບໍ່ມີເຫດ ອັນຄວນ.

ກ່ອນເກີດເຫດ ຜູ້ເຄາະຮ້າຍ ທັງ 2 ຄົນ ໄດ້ຂັບຣົດ ເຂົ້າມາຊື້ ສິນຄ້າ ທີ່ ແຂວງ ໜອງຄາຍ ແລະ ຖືກຄົນຮ້າຍ ຂັບຣົດ ເຂົ້າມາໃກ້ ແລ້ວ ຍິງປືນໃສ່ 10 ນັດ ເຮັດໃຫ້ ນາງ ສີອໍາພອນ ເສັຽຊີວິດ ແລະ ນ້ອງຊາຍ ບາດເຈັບ ສາຫັດ. ສ່ວນສົບ ຂອງນາງ ສີອໍາພອນ ຍັງເກັບໄວ້ ຢູ່ ໂຮງໝໍ ໜອງຄາຍ ເພື່ອ ລໍຖ້າ ຍາດພີ່ນ້ອງ ມາຮັບກັບ ປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.