ຈີນຍາດທຸຣະກິຈຂົນສົ່ງ ທ້ອງຖິ່ນ

ອຸ່ນແກ້ວ ສຸກສະຫວັນ
2016.12.21
f-trucks ຣົດຂົນສົ່ງຂອງຈີນ ທີ່ເຂົ້າມາຍາດທຸຣະກິຈຂົນສົ່ງ ຂອງຄົນລາວ
RFA/NY

ກຸ່ມຜູ້ຂັບຣົດຂົນສົ່ງ ຢູ່ແຂວງຫຼວງນ້ຳທາ ໄດ້ຮັບຄວາມເດືອດຮ້ອນ ຍ້ອນວ່າ ປັດຈຸບັນ ທາງການປ່ອຍໃຫ້ ຣົດຂົນສົ່ງ ຂອງຈີນ ເຂົ້າມາແລ່ນ ຢູ່ໃນລາວ. ຫລັງຈາກທີ່ ຣົດຂົນສົ່ງ ຂອງຈີນ ໄດ້ລັ່ງເຂົ້າມາ ໃຫ້ບໍຣິການ ຢູ່ໃນແຂວງ ຜູ້ປະກອບການ ຂົນສົ່ງສິນຄ້າ ຂອງລາວ ກໍໄດ້ແກ່ ສິນຄ້າ ໜ້ອຍລົງ, ດັ່ງ ເຈົ້າຂອງຣົດ ທ່ານນຶ່ງ ຢູ່ແຂວງ ຫຼວງນຳທາ ໄດ້ກ່າວຕໍ່ ເອເຊັຽເສຣີວ່າ:

"ແຕ່ກີ້ນີ້ພວກຂ້ອຍເມື່ອເນາະ ພວກຂ້ອຍໄດ້ ສອງຖ້ຽວ ສາມຖ້ຽວ ດຽວນີ້ນິ ຖ້ຽວນຶ່ງກໍຍັງ ບໍ່ເຫລືອລະ ແຕ່ກີ້ໄປວຽງ ພວກຂ້ອຍໃສ່ເປັນ 4 ແສນເນາະ ຄົນຈີນນີ້ ສອງແສນ ສອງແສນແປດ ມັນກະໃສ່ ເນ່ ມັນປັບຣາຄາລົງມາ".

ຫລັງຈາກຂົນເຄື່ອງ ຈາກຈີນມາແລ້ວ ຂາກັບ ຣົດຂອງຈີນ ຈະຮັບຂົນເຄື່ອງ ໃນຣາຄາຖືກ ນໍ້າໜັກ 1 ໂຕນ ຕໍ່ 2 ແສນປາຍ ເພາະວ່າ ເຂົາເຈົ້າ ບໍ່ຢາກຂັບຣົດເປົ່າ ກັບບ້ານ. ຕາມ ການບອກເລົ່າ ຂອງ ເຈົ້າຂອງຣົດ ຂົນສົ່ງ ທ້ອງຖິ່ນ ສ່ວນຫຼາຍ ຣົດຂົນສົ່ງ ສິນຄ້າ ຢູ່ໃນ ແຂວງ ປະມານ 90 ເປີເຊັນ ຈະເປັນຂອງ ຄົນຈີນ, ສ່ວນທີ່ເຫລືອ ຈະເປັນຣົດຂົນສົ່ງ ຂອງລາວ.

ແຕ່ກ່ອນ ຣົດຂົນສົ່ງ ຂອງຈີນຈະແກ່ເຄື່ອງ ມາຮອດແຕ່ ຊາຍແດນລາວ ເທົ່ານັ້ນ, ແລ້ວຣົດຂອງລາວ ຈະຮັບເອົາ ຈາກ ດ່ານຊາຍແດນ ຢູ່ ດ່ານບໍ່ເຕນ ແຂວງຫຼວງນ້ຳທາ, ແຕ່ ຕໍ່ມາທາງການ ອະນຸຍາດ ໃຫ້ຣົດຂົນສົ່ງ ຂອງຈີນ ເຂົ້າມາສົ່ງໄດ້ ໃນທົ່ວປະເທດ ນັບຕັ້ງແຕ່ ກາງປີ 2015 ຈະມີຣົດຂອງຈີນ ເຂົ້າມາຫຼາຍ. ຜູ້ປະກອບການຄົນລາວ ທ່ານນີ້ ຮຽກຮ້ອງໃຫ້ ທາງການລາວ ກຳນົດໃຫ້ ຣົດຂົນສົ່ງ ຂອງຈີນ ມາ ຮອດແຕ່ ດ່ານຊາຍແດນ ເທົ່ານັ້ນ, ດັ່ງທ່ານກ່າວຕໍ່ ເອເຊັຽ ເສຣີວ່າ:

"ຢາກຮຽກຮ້ອງ ແຕ່ວ່າບໍ່ຢາກໃຫ້ ຣົດຈີນເຂົ້າລາວ ໃຫ້ຄົນຈີນ ມາສົ່ງຮອດແຕ່ ດ່ານຫັ້ນ ລະກະໃຫ້ ພວກຄົນລາວ ຫັ້ນເອົາໄປຕໍ່ ຄືເອົາໄປ ຕໍ່ເນ່ ອັນນີ້ ແມ່ນຣົດທາງລາວ ລະໃຫ້ຄົນຈີນ ມາສົ່ງໝົດ ທາງລາວ ລະບໍ່ມີ ຫຍັງເຮັດ".

ທ່ານຍັງກ່າວຕື່ມອີກວ່າ ຣົດຂອງຈີນ ບໍ່ສະເພາະແຕ່ ແລ່ນມາແກ່ສິນຄ້າ ແລະໝາກກ້ວຍ ຢູ່ແຂວງພາກເໜືອ ເທົ່ານັ້ນ, ແຕ່ຍັງແລ່ນ ໃຫ້ ບໍຣິການ ຢູ່ ທົ່ວປະເທດ ນຳອີກ.

ເພື່ອສອບຖາມ ຂໍ້ມູນເພີ້ມເຕີມ ເອເຊັຽເສຣີ ໄດ້ໂທໄປ ສໍາພາດທ່ານ ບົວເພັດ ໄຊຍະສານ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ທ່ານຄໍາໄຊ ສຸລິຍາແທ່ນ ຫົວຫນ້າດ່ານສາກົນ ລາວ-ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ ແຕ່ທັງສອງ ທ່ານ ປະຕິເສດ ທີ່ ຈະໃຫ້ ຄໍາເຫັນ.

ແລະນອກຈາກນີ້ ເອເຊັຽເສຣີ ໄດ້ຕິດຕໍ່ຫາ ທ່ານ ສົງສັກ ທໍາມະສອນ ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະຂົນສົ່ງ ແຂວງຫຼວງນ້ຳທາ ຊຶ່ງເປັນ ຜູ້ທີ່ຮັບຜິດຊອບ ວຽກງານ ຂົນສົ່ງ, ແຕ່ທ່ານ ບໍ່ຮັບສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.