ຊາວບ້ານ ບ. ນາເຕີຍ ຍັງຖ້າ ຄ່າຊົດເຊີຍ
2020.09.24
ປະຊາຊົນ ບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ ຈໍານວນ 37 ຄອບຄົວ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ເທື່ອ ເຖິງແມ່ນວ່າ ການກໍ່ສ້າງ ສະຖານີນາເຕີຍ ໄດ້ສໍາເຣັດ ແລ້ວກໍຕາມ. ປະຊາຊົນ ໄດ້ເສັຽດິນ ຂອງພວກຕົນໄປ ແລະ ມີຈໍານວນນຶ່ງ ຈະຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນອື່ນ, ແຕ່ຍັງບໍ່ທັນ ໄດ້ໂຍກຍ້າຍ ຍ້ອນຍັງບໍ່ທັນ ໄດ້ຮັບຄ່າຊົດເຊີຍ. ດັ່ງຊາວບ້ານ ຜູ້ໄດ້ຮັບ ຜົລກະທົບ ທ່ານນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 24 ກັນຍາ ນີ້ວ່າ:
“ຍັງບໍ່ທັນໄດ້ຈັກກີບ ຍັງບໍ່ທັນຮູ້ ເຂົາບໍ່ໃຫ້ເວລາເນ໋. ເຂົາວ່າມໍ່ໆ ຊິໄດ້ຢູ່ເນ໋ ຍາມໃດກະວ່າ ມໍ່ໆຊິໄດ້ຢູ່ ບໍ່ໄດ້ຈັກກີບນີ້. ເງິນນີ້ຢູ່ທະນາຄານ ແລ້ວກໍ່ເຊັນໄປ ແລ້ວໃບເອົາເງິນ ກໍເຊັນແລ້ວ ກໍເປີດໃບເຊັກທນາຄານ. ຍັງແລ້ວ ຊິເອົາໂອນເຂົ້າ ມາຮອດເດືອນປາຍ ບໍ່ທັນໂອນເຂົ້າ.”
ທ່ານກ່າວຕື່ມວ່າ ປັດຈຸບັນ, ຕົນ ແລະ ຄອບຄົວ ຍັງບໍ່ທັນໄດ້ ໂຍກຍ້າຍໄປຢູ່ ບ່ອນອື່ນເທື່ອ ຍ້ອນຍັງບໍ່ທັນ ໄດ້ທີ່ດິນ ປຸກເຮືອນໃໝ່ ແລະ ວ່າ ຕົນບໍ່ມີ ຄວາມຂັດຂ້ອງຫຍັງ ທີ່ຈະຖືກໃຫ້ໂຍກຍ້າຍ ບ່ອນຢູ່ອາສັຍ, ຂໍພຽງແຕ່ ໃຫ້ມີການຊົດເຊີຍ ຄວາມເສັຽຫາຍນັ້ນ ຢ່າງຖືກຕ້ອງ ແລະ ສົມເຫດ ສົມຜົລ ຈຶ່ງຈະຍອມ ໂຍກຍ້າຍອອກ.
ແລະ ຊາວບ້ານ ທີ່ໄດ້ຮັບຜົລກະທົບ ອີກທ່ານນຶ່ງ ຜູ້ຂໍສງວນຊື່ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນັ້ນວ່າ ປັດຈຸບັນ ຄອບຄົວຂອງຕົນ ທີ່ເສັຽດິນ ໃຫ້ທາງໂຄງການ ກໍຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ ຈາກທາງໂຄງການ ນີ້ເທື່ອ ກໍເລີຍບໍ່ທັນ ໄດ້ໂຍກຍ້າຍ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ກໍຍັງບໍ່ໄດ້ ຕິດຕໍ່ມາວ່າ ຈະໂອນເງິນ ຄ່າຊົດເຊີຍ ຄວາມເສັຽຫາຍ ໃຫ້ເມື່ອໃດ ດັ່ງທີ່ທ່ານ ກ່າວວ່າ:
“ອໍ, ຍັງນ່າ ກະບໍ່ຫຼາຍປານໃດ ດິນເຮືອນ ຢູ່ໜ້ອຍດຽວນຶ່ງ. ຈັ່ງວ່າ ຍັງບໍ່ໄດ້ຍິນຂ່າວ ເທື່ອນ່າ. ຍັງບໍ່ຮູ້ວ່າ ຊິຊົດເຊີຍ ແນວໃດ. ເຂົາວ່າຊິຍ້າຍ ແຖວເຮືອນຫັ້ນ ໃຫ້ຍ້າຍອອກໄປ ຊິຈັດສັນດິນ ຕ່າງຫາກ, ວ່າຊັ້ນ.”
ກ່ຽວກັບເຣື່ອງນີ້, ປະຊາຊົນ ແຂວງຫຼວງນໍ້າທາ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວນີ້ວ່າ ຕົນຮູ້ສຶກເປັນຫ່ວງ ນໍາຊາວບ້ານ ຢູ່ເຂດບ້ານນາເຕີຍ ທີ່ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ, ຖ້າເປັນໄປໄດ້ ກໍຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ເລັ່ງໃຫ້ ຄ່າຊົດເຊີຍນັ້ນ ສໍາເຣັດ ໂດຍໄວ ເພື່ອຄວາມເປັນທັມ ແກ່ຊາວບ້ານ ຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ນີ້. ດັ່ງທີ່ທ່ານເວົ້າວ່າ:
“ບໍ່ມີຄ່າຊົດເຊີຍໃຫ້ເຂົາ ກະເປັນຫ່ວງ ເປັນໃຍເຂົາ, ຫັ້ນແຫຼະ. ຖືກຜົລກະທົບ ດິນໄຮ່ດິນສວນ ຖືກເຮືອນຖືກຊານເຂົາ ເຂົາຊິກໍ່ສ້າງໂຕໃໝ່ ກະຍາກ. ຄາເງິນ ຈໍານວນນຶ່ງ ເງິນຄ່າຊົດເຊີຍ ກະບໍ່ໄດ້ແກ້ໃຫ້ເຂົາ ເຂົາກະຍັງ ການກໍ່ສ້າງ ກະຍັງບໍ່ໄປ ບໍ່ມາຫຍັງເດ໋.”
ທ່ານເວົ້າຕື່ມວ່າ ກ່ອນໜ້ານີ້ ໄດ້ຍິນຂ່າວວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ໄດ້ໃຫ້ເງິນ ຄ່າຊົດເຊີຍ ແກ່ປະຊາຊົນ ສໍາເຣັດໄປແລ້ວ ຫຼາຍບ້ານ ເປັນຕົ້ນ ບ້ານບໍ່ເຕັນ, ບ້ານບໍ່ປຽດ ແລະ ບ້ານຕີນຕົກ ແລະ ຢູ່ບ້ານນາເຕີຍ ກໍວ່າ ໄດ້ຊົດເຊີຍໄປແລ້ວ ຈໍານວນນຶ່ງ ແຕ່ຍັງອີກ ຫຼາຍຄອບຄົວ ບໍ່ທັນໄດ້. ດັ່ງນັ້ນ, ຈຶ່ງຢາກໃຫ້ ທາງການ ເຫັນອົກເຫັນໃຈ ຜູ້ໄດ້ຮັບ ຜົລກະທົບ ທີ່ຍັງລໍຖ້າ ເງິນຄ່າຊົດເຊີຍ ນັ້ນຢູ່.
ເພື່ອຂໍຮູ້ເຖິງ ຄວາມຄືບໜ້າ ຂອງການຈ່າຍ ຄ່າຊົດເຊີຍ ໃຫ້ຊາວບ້ານ ທີ່ວ່ານັ້ນ, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຄນະໄກ່ເກັ່ຽ ຜົລກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ປະຈໍາ ແຂວງຫຼວງນໍ້າທາ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.
ກ່ອນໜ້ານີ້, ຄືໃນມື້ວັນທີ 31 ກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ ຣະດັບຜູ້ນໍາ ແຂວງຫຼວງນໍ້າທາ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ທາງເຈົ້າໜ້າທີ່ ໄດ້ລົງໄປ ເວົ້ານໍາ ປະຊາຊົນ ທີ່ຢູ່ໃກ້ເຂດ ສ້າງສະຖານີຣົດໄຟ ເພື່ອຂໍດິນ ຈາກພວກເຂົາເຈົ້າ, ໂດຍຈະໃຫ້ ຄ່າຊົດເຊີຍ ໃນພາຍຫຼັງ. ດັ່ງທີ່ທ່ານກ່າວວ່າ:
“ກໍາລັງລົງໄປ ເວົ້ານໍາປະຊາຊົນ ຂໍພື້ນທີ່ນໍາເພິ່ນ ເພື່ອເຮັດສະຖານີ ຣົດໄຟນີ້ ສະເພາະແຂວງ ພວກເຮົານີ້ ແມ່ນສໍາເຣັດ 96 ສ່ວນຮ້ອຍ ໃນພາກ ຊ່ວງສັນຍາທີ 1 ແລ້ວຕໍ່ໄປນີ້ ຄັນວ່າສໍາເຣັດ 100 ນີ້ ພວກເຮົາ ຊິເຣີ່ມວາງຣາງ ແລ້ວກໍຕິດຕັ້ງ ຣະບົບໄຟ.”
ໃນມື້ວັນທີ 17 ກໍຣະກະດາ ທີ່ຜ່ານມາ ທ່ານ ບຸນຈັນ ສິນທະວົງ, ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າ ຄນະຊີ້ນໍາລວມ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ, ຄນະນໍາ ແຂວງຫຼວງນໍ້າທາ ແລະ ທ່ານ ຊ່ຽວ ຊ່ຽນ-ເຫວິນ, ຜູ້ອໍານວຍການໃຫຍ່ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ໄດ້ປະຊຸມຫາຣືກັນ ກ່ຽວກັບການກໍານົດ ປັກຫຼັກດິນຈັດສັນ ໃນເນື້ອທີ່ 80 ເຮັກຕ້າຣ ເພື່ອສ້າງເຮືອນ ຈັດສັນ ໃຫ້ປະຊາຊົນ. ການແກ້ໄຂ ຄ່າຊົດເຊີຍ ໃຫ້ປະຊາຊົນ ແຂວງຫຼວງນໍ້າທາ ຈໍານວນ 37 ຄອບຄົວ ທີ່ຖືກແລວທາງ ຣົດໄຟຜ່ານ ແລະ ສ້າງສະຖານີຣົດໄຟ, ໂດຍຈະເລັ່ງແກ້ໄຂ ພາຍໃນເດືອນກໍຣະກະດາ, ແຕ່ມາຮອດມື້ນີ້ ກໍຍັງແກ້ໄຂ ບໍ່ທັນແລ້ວເທື່ອ.
ເມື່ອເດືອນທັນວາ 2019, ປະຊາຊົນ ຫຼວງນ້ຳທາ ຜູ້ທີ່ຖືກ ຜົລກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ໄດ້ຮັບຄ່າຊົດເຊີຍ ໄປແລ້ວ 200 ປາຍຄອບຄົວ ເປັນເງິນທັງໝົດ ປະມານ 100 ຕື້ປາຍກີບ.
ຢູ່ແຂວງຫຼວງນ້ຳທາ ປະຊາຊົນ ໄດ້ຮັບຜົລກະທົບ ຈາກໂຄງການ ທີ່ວ່ານີ້ ທັງຫມົດ 400 ຄອບຄົວ, ມູລຄ່າການຊົດເຊີຍ ທັງຫມົດ ປະມານ 250 ປາຍຕື້ກີບ. ບ້ານທີ່ໄດ້ຮັບ ຜົລກະທົບ ຢູ່ແຂວງນີ້ ມີ 4 ບ້ານ ຄື: ບ້ານບໍ່ເຕັນ, ບ້ານຕີນຕົກ, ບ້ານບໍ່ປຽດ ແລະ ບ້ານນາເຕີຍ. ເຮືອນປະຊາຊົນ 150 ຫຼັງ ໄດ້ຮັບຜົລກະທົບ, ເສັຽດິນປຸກສ້າງ 200 ຕອນ ລວມເນື້ອທີ່ 30 ເຮັກຕ້າຣ, ດິນສວນ, ດິນນາ ແລະ ດິນອື່ນໆ 90 ຕອນ ລວມເນື້ອທີ່ 45 ເຮັກຕ້າຣ.
ໃນມື້ວັນທີ 16 ກັນຍາ 2020 ນີ້, ການກໍ່ສ້າງ ສະຖານີນາເຕີຍ, ເຊິ່ງເປັນສູນກາງ ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ທີ່ສໍາຄັນ ໃນແຂວງຫຼວງນໍ້າທາ ໄດ້ສໍາເຣັດແລ້ວ ຫຼັງຈາກໄດ້ສ້າງ ມາແຕ່ວັນທີ 20 ກໍຣະກະດາ ທີ່ຜ່ານມາ ຖືເປັນສະຖານີ ຣົດໄຟ ລາວ-ຈີນ ແຫ່ງທໍາອິດ ໃນລາວ ທີ່ຖືກສ້າງສໍາເຣັດ. ທາງຣົດໄຟ ລາວ-ຈີນ ມີຄວາມຍາວ 414 ກິໂລແມັດ, ໄດ້ເຣີ່ມກໍ່ສ້າງ ມາຕັ້ງແຕ່ ເດືອນທັນວາ ປີ 2016, ໂດຍມີກໍານົດ ສ້າງສໍາເຣັດ ພາຍໃນ ເດືອນທັນວາ ປີໜ້າ.