ຂົວຂ້າມນໍ້າຂອງແຫ່ງທີ່ 4
2013.08.08
ຂົວມິຕພາບ ລາວ-ໄທ ແຫ່ງທີ່ 4 ຈະເປີດໃຊ້ ໃນເດືອນ ຕຸລາ ປີນີ້. ທາງການ ລາວ-ໄທ ມີກຳນົດຈະຈັດພິທີເປີດໃຊ້ ຂົວມິຕພາບ ແຫ່ງທີ່ 4 ຢ່າງເປັນທາງການ ໃນວັນທີ່ 2 ເດືອນຕຸລາ 2013 ນີ້ຫລັງຈາກຊັກຊ້າມາຫລາຍເດືອນ. ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ກ່າວວ່າ:
“ຕາມແຜນນີ້ ກໍວັນທີ່ 2 ຕຸລາ ເປັນພິທີເປີດ ນຳຂົວ ລາວ-ໄທ ເພິ່ນວ່າກັນ ແບບເປັນທາງການ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ຕາມແຜນການ ທີ່ວາງໄວ້ ຮອງນາຍົກ ຣັຖມົນຕຣີ ຂອງສອງປະເທດ ຈະມາຮ່ວມ ພິທີເປີດ ພ້ອມທັງຈະມີ ປະຊາຊົນ ຈາກແຂວງບໍ່ແກ້ວ ແລະ ແຂວງ ຊຽງຮາຍ ຂອງໄທ ມາຮ່ວມເປັນ ສັກຂີພິຍານ. ຕໍ່ບັນຫາ ການຊັກຊ້າ ໃນການກໍສ້າງນັ້ນ ທາງ ບໍຣິສັດ ຮັບເໝົາກໍ່ສ້າງ ອະທິບາຍວ່າ ໃນເມື່ອກ່ອນ ເປັນຍ້ອນ ຂາດເຂີນເງິນທຶນ; ຕໍ່ມາ ກໍປະສົບກັບ ສະພາບ ຝົນຕົກໜັກ ຈຶ່ງເຮັດໃຫ້ ການກໍ່ສ້າງ ຊັກຊ້າ. ເຖິງຢ່າງໃດ ກໍດີ ທາງບໍຣິສັດ ຈະພາຍາຍາມ ສ້າງໃຫ້ສໍາເຣັດ ຮຽບຮ້ອຍ ກ່ອນຈະເປີດໃຊ້ ຢ່າງເປັນທາງການ ໃຫ້ໄດ້ ປັດຈຸບັນ ສ້າງສໍາເຣັດໄປແລ້ວ 95 ສ່ວນຮ້ອຍ.
ຕາມສັນຍາທີ່ເຊັນໄວ້ ທາງບໍຣິສັດ ຈະສ້າງຂົວມິຕພາບແຫ່ງທີ່ 4 ໃຫ້ສຳເຣັດໃນວັນທີ່ 10 ເດືອນ ມິຖຸນາ ສອງເດືອນກ່ອນ. ໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານວ່າ ບໍຣິສັດ ຮັບເໝົາກໍ່ສ້າງ ຖືກປັບໃໝ່ ມື້ລະ 5 ແສນບາດ ນັບເວລາ ມີການກໍ່ສ້າງ ຊັກຊ້າ ເປັນຕົ້ນມາ.
ເມື່ອສ້າງແລ້ວ ຂົວມິຕພາບ ລາວ-ໄທ ແຫ່ງທີ່ 4 ຈະເຊື່ອມຖນົນ ເລກທີ່ 3 ໃນແຂວງບໍ່ແກ້ວ ໃສ່ຖນົນໃນ ແຂວງຊຽງຮາຍ ຂອງໄທ ແລະ ທາງເໜືອຖນົນ ເລກສາມ ກໍເນັ່ງ ຂື້ນໄປເຖິງພາກໃຕ້ ຂອງຈີນ.