ວິຊາຊີພມີສັກສີແລະໝັ້ນຄົງ
2013.09.19
ໃນສົກ ການສຶກສາ 2013-2014 ຣັຖບານ ລາວ ໄດ້ຊັກຊວນ ໃຫ້ ນັກຮຽນ ເຂົ້າຮຽນ ວິຊາຊີພ ເນຶ່ອງຈາກວ່າ ລາວຍັງຂາດ ຊັພຍາກອນ ມະນຸດ ໃນການ ສ້າງສາ ພັທນາ ປະເທດ ແລະ ແຂ່ງຂັນ ກັບ ປະເທດ ອຶ່ນ ໃນຊ່ວງ ການຮ່ວມກຸ່ມ ຂອງ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015. ການຂາດ ແຮງງານ ທີ່ມີຝີມື ແລະ ມີ ຄຸນນະພາບ ເຮັດໃຫ້ ນັກລົງທຶນ ຕ່າງຊາດ ບໍ່ຢາກ ເຂົ້າມາ ລົງທຶນ ໃນລາວ.