ອາຈານສອນ ຮັບສິນບົນ
2013.04.26
ການຮັບ ສິນບົນ ຂອງ ບັນດາ ອາຈານສອນ ໃນ ມະຫາວິທຍາລັຍ ແຫ່ງຊາດ ລາວ ເປັນທີ່ ຍອມຮັບ ບໍ່ໄດ້ ສຳລັບ ນັກສຶກສາ.
ອະດີດ ນັກສຶກສາ ມະຫາວິທຍາລັຍ ແຫ່ງຊາດ ທ່ານນຶ່ງ ເວົ້າວ່າ ການຮັບສິນບົນ ຂອງ ອາຈານ ບາງຄົນ ໃນ ມະຫາວິທຍາລັຍ ເປັນທີ່ຍອມຮັບ ບໍ່ໄດ້ ສຳລັບ ນັກສຶກສາ ຜູ້ທີ່ທຸກຍາກ ຜູ້ທີ່ຮຽນດີ ຮຽນເກັ່ງ, ເພາະເມື່ອຄະແນນ ອອກມາເທື່ອໃດ ກໍບໍ່ໄດ້ດີ ຍ້ອນ ບໍ່ມີເງິນ ໃຫ້ສິນບົນ ແກ່ ຄຣູຸອາຈານ ຜູ້ທີ່ ຕ້ອງການ ສິນບົນ:
"ກໍເປັນຄວາມຈິງ ທີ່ຂະເຈົ້າ ເຄີຍເຫັນໃນ ສມັຍເປັນ ນັກສຶກສາ ຢູ່ ມຊ ເຄີຍເຫັນ ປະກົດການ ບາງທີ ບໍ່ສາມາດ ຍອມຮັບໄດ້ ຕໍ່ ຄຣູອາຈານ ເຂົາເຮັດ ແບບນັ້ນ ມັນເປັນ ຄວາມບໍ່ເຫມາະສົມ ໃນຖານະ ທີ່ວ່າເປັນ ຄຣູອາຈານ ສາມາດ ສັງເກດໄດ້ ຈາກນັກສຶກສາ ທີ່ວ່າ ບາງຄົນ ໃນເວລາຮຽນ ກໍບໍ່ຄ່ອຍ ຕັ້ງໃຈຮຽນ ປານໃດ ແຕ່ວ່າເມື່ອ ເສັງອອກມາ ກໍໄດ້ ຄະແນນດີ ສັງເກດ ຈາກເສັງກໍເຫັນ ມັນມີທົ່ວໄປ ຢູ່ໃນນີ້".
ທ່ານກ່່າວ ຕໍ່ໄປວ່າ ຄ່າຊື້ຄະແນນ ຈະຕົກຢູ່ ຣະຫວ່າງ 50 ພັນ ຫາ 1 ແສນ ຈົນຮອດ 2 ແສນກີບ ຕໍ່ວິຊາ ແລ້ວແຕ່ ຜູ້ທີ່ຈະເອົາໃຫ້ ດ້ວຍການໄປຫາ ອາຈານ ປະຈຳວິຊາ ການເອົາເງິນ ໄປໃຫ້ບາງຄົນ ກໍໄປແບບ ລັບໆ ຫລືເກັບກັນ ເປັນກຸ່ມ ເປັນຫ້ອງ ແລ້ວເອົາໄປໃຫ້ ອາຈານ ຢູ່ບ້ານ. ການກະທຳ ດັ່ງກ່າວ ຂອງ ຄຣູອາຈານ ເຮັດໃຫ້ ການສຶກສາ ໃນລາວ ບໍ່ມີ ຄຸນນະພາບ ແລະ ບໍ່ເປັນທີ່ ຍອມຮັບ ໃນຣະດັບ ສາກົນ. ຕໍ່ບັນຫາ ດັ່ງກ່າວ ເຈົ້າຫນ້າທີ່ ຂັ້ນສູງ ຈາກ ມະຫາວິທຍາລັຍ ແຫ່ງຊາດ ເວົ້າວ່າ ໄດ້ທຳການ ສືບສວນ ກ່ຽວກັບ ເຣື້ອງ ນີ້ແລ້ວ ແຕ່ກໍບໍ່ພົບ ເຫັນຜູ້ໃດ ກະທຳຜິດ:
"ຊື້ກໍເຮັດກັນ ເຄີຍມີ ພວກເຮົາ ກໍກວດສອບ ອາຈານ ບໍ່ຮູ້ວ່າແມ່ນ ອາຈານ ຄົນໃດ ອາຈານ ຢູ່ໃນຄນະນັ້ນ ເຮົາກໍບໍ່ຮູ້ວ່າ ອາຈານ ຄົນໃດເລີຍ ວິທີການກວດ ເຮົາກໍລົງໄປ ຄນະນັ້ນ ສືບສວນອາຈານ ທີ່ສອນຢູ່ຫັ້ນ ແຕ່ເຮົາ ກໍຖາມນັກຮຽນ ແລ້ວ ນັກຮຽນ ກໍບໍ່ບອກຊື່ ກໍບໍ່ເວົ້າ ຢ່າງໃດ ເຮົາກໍບໍ່ຮູ້ ບໍ່ໄດ້ຂໍ້ມູນ ຫຍັງເລີຍ ອາດຈະຖືກ ໃສ່ຮ້າຍບໍ ຫລືວ່າຢ່າງໃດ ພວກເຮົາ ກໍກວດ ບໍ່ພົບເລີຍ".
ນາງວ່າ ສຳລັບບັນຫາ ທີ່ເກີດຂຶ້ນນີ້ ກໍບໍ່ສາມາດ ເວົ້າໄດ້ວ່າ ເປັນຄວາມຈິງ ຫລື ບໍແລະຂ່າວ ຊ່າລື ດັ່ງກ່າວນັ້ນ ມາຈາກ ກຸ່ມນັກສຶກສາ ຫລືວ່າ ຈາກຜູ້ ບໍ່ຫວັງດີ ຕໍ່ ມະຫາວິທຍາລັຍ ຊຶ່ງເຈົ້າຫນ້າທີ່ ຣະດັບສູງ ຂອງ ມະຫາວິທຍາລັຍ ກໍຍັງບໍ່ຮູ້ ກ່ຽວກັບເຣື້ອງນີ້ເທື່ອ.