ສປປລ- ເສຖກິດອາຊຽນ
2013.03.08

ຊາວລາວ ສ່ວນຫລາຍ ຮັບຮູ້ວ່າ ຈະເກີດມີ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ແຕ່ຍັງ ບໍ່ທັນເຂົ້າໃຈ ເຖິງຄວາມສໍາຄັນ ແລະ ຈຸດດີ ຫຼື ຈຸດອ່ອນ ນັ້ນເທື່ອ.
ມາຮອດ ປັດຈຸບັນ ປະກົດວ່າ ຊາວລາວ ສ່ວນຫລາຍ ຍັງບໍ່ຄ່ອຍ ເຂົ້າໃຈ ກ່ຽວກັບ ປະຊາຄົມເສຖກິດ ອາຊຽນ ຫລື AEC ໂດຍສະເພາະ ແມ່ນວັຍໜຸ່ມ ທີ່ຮູ້ພຽງ ແຕ່ວ່າ ປະຊາຄົມນີ້ ຈະມີຂຶ້ນ ໃນປີ 2015. ແຕ່ຍັງບໍ່ຮູ້ ເຖິງຄວາມ ສໍາຄັນ ຂອງ ການເຂົ້າເປັນ ສະມາຊິກ ນັ້ນ ຢ່າງເລິກເຊິ່ງ ເທື່ອ. ກ່ຽວກັບ ບັນຫາ ທີ່ວ່ານີ້ ນັກຂ່າວ ເອເຊັຍເສຣີ ໄດ້ຖາມ ຊາວໜຸ່ມລາວ ຜູ້ນຶ່ງ ແລະ ໄດ້ຄໍາຕອບວ່າ ລາວຮູ້ວ່າ ສປປລາວ ຈະເຂົ້າ AEC:
"ລາວຮູ້ວ່າປີ 2015 ສປປລາວ ຈະເຂົ້າ ປະຊາຄົມ ເສຖກິດ ອາຊຽນ ແຕ່ພວກຕົນ ພັດບໍ່ຮູ້ວ່າ ເຂົ້າໄປລະຊິ ໄດ້ຫຍັງ ຈະມີຜົນ ປະໂຫຍດ ຫຍັງແດ່ຕໍ່ ພວກຕົນ ຈະມີໂອກາດ ແລະ ອຸປສັກ ອັນໃດແດ່ ທີ່ຈະຕາມມາ ກັບເອອີຊີ ຢູ່ ໂທຣະພາບ ຊ່ອງລາວ ພວກຕົນ ກໍບໍ່ເຫັນ ເພິ່ນເວົ້າ ເຖິງມັນ ພໍເທົ່າໃດ ກະເລີຍພາກັນ ບໍ່ຮູ້ຫຍັງ ກ່ຽວກັບ ເອອີຊີ".
ໃນປີ 2015 ຄືອີກ 2 ປີກວ່າ 10 ປະເທດ ສະມາຊິກ ຮວມທັງ ສປປລາວ ຈະຮວມເປັນ ປະຊາຄົມ ເສຖກິດ ອາຊຽນ. ໃນນັ້ນ ຈະເຮັດໃຫ້ ການຄ້າ, ການທ່ອງທ່ຽວ, ການເຄື່ອນຍ້າຍ ແຮງງານ, ການ ຄົມມະນາຄົມ, ການສື່ສານ ແລະ ອື່ນໆ ສະດວກ, ບໍ່ມີພົມແດນ ແລະ ເສຣີ ຫລາຍຂຶ້ນ. ປະເທດ ສະມາຊິກ ຕ່າງກໍຂຸ້ນຂ້ຽວ ປຸກລະດົມ ປະຊາຊົນ ຂອງຕົນ ກຽມພ້ອມ ຮັບມື້ ກັບສິ່ງ ທ້າທາຍຕ່າງໆ ທີ່ອາດຈະ ເກີດຂຶ້ນ. ປະຊາຄົມ ເສຖກິດ ອາຊຽນ ຈະເປັນການ ເຊື່ອມຍົງ ກັນ ຫລາຍດ້ານ ຣະຫວ່າງ ບັນດາ ປະເທດ ອາຊຽນ ບໍ່ວ່າຈະເປັນ ເສຖກິດ, ການຄ້າ, ການລົງທຶນ, ວັທນະທັມ ແລະອື່ນໆ. ການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ກໍຈະບໍ່ມີ ກໍາແພງ ພາສີສູງ. ປະເທດ ທີ່ ກຽມພ້ອມແລ້ວ ຈະໄດ້ດີກວ່າ ປະເທດ ອື່ນ ສປປ ລາວ ກໍກໍາລັງ ຂຸ້ນຂ້ຽວ ຢູ່ໃນຂະນະນີ້.
ດັ່ງນັ້ນ ຈຶ່ງວ່າ ການກຽມພ້ອມ ຮວມທັງ ການຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ການເຂົ້າເປັນ ສະມາຊິກ ປະຊາຄົມ ເສຖກິດ ອາຊຽນ ເປັນສິ່ງ ຈໍາເປັນ ແລະ ຮີບດ່ວນ ທີ່ສຸດ ສໍາລັບ ສປປລາວ ທີ່ເປັນ ປະເທດນ້ອຍ ແລະ ກໍາລັງ ພັທນາ.