ເສດຣະເບີດກັບມີມູນຄ່າ

ສົມເນ
2015.03.03
f-uxo ຊາວໂລກ ແລະ ສື່ມວລຊົນ ເຂົ້າຊົມ ການສະແດງ ຕົວຢ່າງ ຂອງ ຣະເບີດ ທີ່ຕົກຄ້າງ ໃນລາວ
Photo: RFA

ເມື່ອ ວັນສຸກ ວັນທີ່ 28 ກຸມພາ ຜ່ານມາ ທາງການ ລາວ ໄດ້ແຈ້ງ ຕໍ່ ກັມມະການ ກອງທຶນ ເກັບ ກູ້ຣະເບີດ ບໍ່ທັນແຕກ ໃນລາວ ວ່າ ທາງການ ໄດ້ເອົາ ຄົນງານ ເຮັດວຽກ ເກັບ ກູ້ຣະເບີດ ອອກ ເປັນການ ຊົ່ວຄາວ ຈໍານວນ 500 ຄົນ ໃນ ຈໍານວນ ຄົນງານ ທັງໝົດ 1,200 ຄົນ ຍ້ອນວ່າ ບໍ່ມີ ງົບປະມານ ພຽງພໍ ສໍາລັບ ຈ່າຍເງິນ ເດືອນ. ແຕ່ວ່າ ເມື່ອ ວັນທີ 18 ກຸມພາ ສະຫະຣັຖ ປະກາດ ວ່າ ຈະເພີ້ມ ເງິນ ຊ່ວຍເຫລືອ ໃຫ້ ໂຄງການ ເກັບ ກູ້ຣະເບີດ ໃນລາວ ຫລັງຈາກ ໃຫ້ ການ ຊ່ວຍເຫລືອ ແລ້ວ ເປັນ ຈໍານວນ ເງິນ 12 ລ້ານ ໂດລາ ສໍາລັບ ສົກ ງົບປະມານ 2014.

ນອກນັ້ນ  ຍັງມີ ບໍ່ຫນ້ອຍ ປະເທດ ໃຫ້ ສັນຍາ ວ່າ ຈະໃຫ້ ເງິນ ຊ່ວຍເຫລືອ ແກ່ ໂຄງການ ເກັບ ກູ້ຣະເບີດ ແກ່ ລາວ ຕໍ່ໄປ. ຣະເບີດ ບໍ່ທັນ ແຕກ ທີ່ຢັງ ຝັງຢາຍ ຢູ່ໃນ 14 ແຂວງ ຂອງລາວ ແຕ່ ລະປີ ເຮັດໃຫ້ ຊາວບ້ານ ເສັຽ ຊີວິດ ແລະ ໄດ້ຮັບ ບາດເຈັບ ນັບເປັນ 100 ຄົນ ຂຶ້ນໄປ ໃນເວລາ ທີ່ ເຂົາເຈົ້າ ອອກໄປ ທໍາໄຮ່ ທໍານາ ຫລື ໄປຫາ ເຄື່ອງປ່າ ຂອງດົງ. ແຕ່ວ່າ ກຸ່ມ ນັກ ເຄື່ອນໄຫວ ບາງກຸ່ມ ພັດ ເວົ້າວ່າ ປະຊາຊົນ ໃນເຂດ ຊົນນະບົດ ຈໍານວນ ນຶ່ງ ທີ່ ຖືກ ຣະເບີດ ແຕກໃສ່ ແມ່ນຍ້ອນ ໄປ ຊອກຫາ ຣະເບີດ ບໍ່ທັນແຕກ ເພື່ອ ເອົາ ເສດເຫລັກ ໄປຂາຍ.

ບາງຄົນ ລົງ ຂ່າວ ໃນ ສື່ສັງຄົມ ເຟສບຸກ ວ່າ ເສດ ໂລຫະ ຣະເບີດ ຈໍານວນ ນຶ່ງ ທີ່ ຄົນໄປ ຊອກເກັບ ມາໄດ້ ນັ້ນ ສົ່ງ ໄປຂາຍ ຢູ່ ວຽດນາມ. ຍັງ ບໍ່ເທົ່ານັ້ນ ຣາຍງານ ອົງການ ຂ່າວ ເອແອັຟພີ ລົງວັນ ທີ 14 ເດືອນ ກຸມພາ ວ່າ ເສດ ໂລຫະ ຣະເບີດ ບໍ່ທັນ ແຕກ ຢູ່ລາວ ກາຍເປັນ ເຄື່ອງເອ້ ຣາຄາ ແພງ ຢູ່ ນະຄອນ ນິວຢ໊ອກ. ເຄື່ອງເອ້ ທີ່ວ່ານີ້ ເປັນ ປະເພດ ປອກແຂນ, ສາຍຄໍ, ຕຸ້ມຫູບ້ວງ, ແກະ ສລັກ ດ້ວຍ ເພັດ. ເສດ ໂລຫະ ຈາກ ຣະເບີດ ບໍ່ທັນ ແຕກ ປ່ຽນຮູບ ເປັນ ສິນຄ້າ ເລົ່ານັ້ນ ໄດ້ ຖືກນໍາ ໄປ ສະແດງ ແລະ ວາງຂາຍ ຢູ່ ທັງຂ້າງ ງານ ສະແດງ ການ ອອກແບບ ເສື້ອຜ້າ ຫລື ວ່າ ແຟຊັ້ນໂຊວ ຢູ່ ນະຄອນ ນິວຢ໊ອກ. ເຄື່ອງເອ້ ເລົ່ານັ້ນ ແມ່ນ ອອກແບບ ໂດຍ ນັກ ສິລປະກອນ ລາວ ໂດຍໃຊ້ ໂລຫະ ທີ່ ຫລອມ ຈາກ ເສດເຫລັກ ລູກ ຣະເບີດ ບໍ່ທັນແຕກ ຢູ່ ໃນ ຕູບມຸງຫຍ້າ ແຫ່ງນຶ່ງ ຢູ່ບ້ານ ນາເພັຽ ແຂວງ ຊຽງຂວາງ, ມີ ອັກສອນ ສລັກໃສ່ ວ່າ ບົມ ທີ່ ມີຄວາມ ໝາຍວ່າ ໂກ້ເກ. ບໍ່ໄດ້ ໝາຍຄວາມ ວ່າ ເປັນ ອາວຸດ ທໍາລາຍ ເທົ່ານັ້ນ ແຕ່ ເປັນ ເຄື່ອງ ປະດັບ ໃຫ້ຄົນ ມີ ຄວາມ ໂກ້ເກ.

ເຄື່ອງເອ້ ທີ່ເຮັດ ດ້ວຍ ສະເກັດ ຣະເບີດ ໃນລາວ ຈໍານວນ ນີ້ ຖືກ ຈໍາຫນ່າຍ ໂດຍ ນັກ ທຸຣະກິດ ເລີ້ມໃໝ່ ຢູ່ ເມືອງ ບຣຸກລິນ ເຂດ ອ້ອມແອ້ມ ນະຄອນ ນິວຢ໊ອກ ໂດຍໃສ່ ຊື່ ທຸຣະກິດ ຂອງ ຕົນເອງ ເປັນ ພາສາ ອັງກິດ ວ່າ Article 22 ຊຶ່ງເປັນ ຊື່ ກົດໝາຍ ມາຕຣາ 22 ຂອງ ສະຫະປະຊາຊາຕ ແລະ ຈໍາຫນ່າຍ ໃນ ເກືອບ 40 ປະເທດ ແລ້ວ.

ນາງ Elizabeth Suda ຜູ້ຮ່ວມ ສ້າງຕັ້ງ ຫນ່ວຍ ທຸຣະກິດ ມາຕຣາ 22 ນີ້ ເວົ້າວ່າ ລາວ ຢາກໃຫ້ ເຄື່ອງເອ້ ທີ່ ຜລິດຂຶ້ນ ນີ້ ກາຍເປັນ ສິ່ງຂອງ ທີ່ ສ້າງຄວາມ ສົນທະນາ ກັນ. ນາງວ່າ ເມື່ອ ຜູ້ຄົນ ເຫັນເຮົາ ຖືເຄື່ອງເອ້ ທີ່ ສລັກ ດ້ວຍ ອັກສອນ ວ່າ ບົມ ແລ້ວ ຄົນ ກໍຈະຖາມ ກັນວ່າ ອັນນີ້ ແມ່ນຫຍັງ ມີ ຄວາມໝາຍ ແນວໃດ ຜູ້ທີ່ ສວມໃສ່ ເຄື່ອງເອ້ ກໍຈະ ອະທິບາຍ ຄວາມ ເປັນມາ ຂອງ ຄໍາວ່າ ບົມ ແລະ ໂລຫະ ທີໃຊ້ ເຮັດ ເຄື່ອງເອ້. ທຸຣະກິດ ມາຕຣາ 22 ຫລືວ່າ  Article 22 ໃສ່ ຊື່ ສິນຄ້າ ເຄື່ອງເອ້ ວ່າ Peace bomb ຫລືວ່າ ລະເບີດ ສັນຕິພາບ. ເຄື່ອງເອ້ ທີ່ ທໍາດ້ວຍ ສະເກັດ ຣະເບີດ ຈາກ ລາວ ນີ້ ບໍ່ພຽງແຕ່ ນັກ ສະແດງ ພາພຍົນ ຊາວ ອະເມຣິກັນ ນາງ Zoe Kravitz  and Olivia Wilde ຮັບຮອງ ເອົາ ເທົ່ານັ້ນ ແຕ່ຍັງ ເປັນ ຄວາມ ທະນົງ ໃນ ທາດແທ້ ຂອງ ໂລຫະ.

ນັບແຕ່ ທຸຣະກິດ ນີ້ໄດ້ຕັ້ງ ຂຶ້ນ ໃນປີ 2010 ເຈົ້າຂອງ ທຸຣະກິດ ວ່າ ລາວ ໄດ້ຈ້າງ ຄົນ ເກັບ ກູ້ຣະເບີດ ບໍ່ທັນແຕກ ໃນ ພື້ນທີ່ 700,000 ໄມ ມົນທົນ ຢູ່ລາວ ເພື່ອ ຊື້ ຣະເບີດ ນັ້ນຄືນ. ເມື່ອຄິດໄລ່ ແລ້ວ ລາວວ່າ ກໍາໄຣ ຈາກ ການຂາຍ ສາຍແຂນ ເສັ້ນນຶ່ງ ສາມາດ ເກັບ ກູ້ຣະເບີດ ໄດ້ 32 ຟິຕ ມົນທົນ, ສ່ວນ ສາຍຄໍ ໂຕ ທີ່ແພງ ທີ່ສຸດ ນັ້ນ ຣາຄາ 1,250 ໂດລາ ເທົ່າກັບ ເກັບ ກູ້ຣະເບີດ ໄດ້ 840 ຟິຕ ມົນທົນ.

ນັກ ທຸຣະກິດ ຜລິດ ເຄື່ອງເອ້,  ອົງການ ຕໍ່ສູ້ ເພື່ອ ໃຫ້ເກັບ ກູ້ຣະເບີດ ໃນລາວ ໃຫ້ ໝົດສ້ຽງ ບາງ ອົງການ ໃຫ້ ຄວາມເຫັນ ວ່າ ອັນນີ້ ກໍແມ່ນ ວິທີ ນຶ່ງ ທີ່ ຊ່ວຍເກັບ ກູ້ຣະເບີດ ໃນລາວ, ແຕ່ ນັກ ເຄື່ອນໄຫວ ດ້ານ ສິດທິ ບາງກຸ່ມ ເວົ້າວ່າ ມັນ ເປັນການ ສົ່ງເສີມ ໃຫ້ ຄົນລາວ ຢູ່ ໃນເຂດ ຊົນນະບົດ ເອົາ ຊີວິດ ໄປສ່ຽງ ເກັບເອົາ ເສດ ຣະເບີດ ມາຂາຍ ເອົາເງິນ.

ນາງ ສຸດາ ເວົ້າວ່າ ເຮົາ ຈະເບິ່ງ ໄປໃນແງ່ ບໍ່ດີ ໝົດ ກໍບໍ່ໄດ້ ເຮົາ ສາມາດ ປ່ຽນໃຫ້ ໄປ ໃນທາງ ເປັນ ປໂຍດ ໄດ້ ເຊັ່ນກັນ ຊຶ່ງ ມັນ ສາມາດ ສ້າງ ຣາຍໄດ້ ໃຫ້ຄົນ. ອັນນີ້ ກໍເປັນ ວິທີ ນຶ່ງ ທີ່ເຮັດ ໃຫ້ ຊາວບ້ານ ຮຽກເອົາ ດິນ ທົ່ງໄຮ່ ທົ່ງນາ ຂອງ ເຂົາເຈົ້າ ຄືນມາ.

ຄວາມຄິດ ລິເລີ້ມ ຂອງ ເຈົ້າຂອງ ທຸຣະກິດ ນີ້ ຫລັງຈາກ ໄດ້ ໄປເບິ່ງ ການ ເກັບ ກູ້ຣະເບີດ ບໍ່ທັນແຕກ ຢູ່ລາວ ມາແລ້ວ ທໍາອິດ ແມ່ນ ຢາກເອົາ ໂລຫະ ຈາກ ຣະເບີດ ບໍ່ທັນແຕກ ມາເຮັດ ເປັນ ເຄື່ອງເອ້ ເພື່ອ ສົ່ງອອກ ໄປຂາຍ ຕ່າງ ປະເທດ. ເມື່ອ ເຫັນວ່າ ມັນມີ ຄວາມ ເປັນໄປໄດ້ ສູງ ກໍເລີຍ ໃຫ້ ສັນຍາ ວ່າ ຈະຮັບ ຊື້ເສດ ໂລຫະ ເສດ ເຫລືອ ຣະເບີດ ບໍ່ທັນແຕກ ໃນລາວ 500 ທໍາອິດ ໃນ ຣາຄາ 4 ເທົ່າ ຂອງ ຣາຄາ ທີ່ ໃຫ້ ກັນ ໃນ ທ້ອງຖິ່ນ. ຣາຍງານ ບໍ່ໄດ້ ແຈ້ງວ່າ
ຊື້ ເສດ ໂລຫະ ນີ້ ມາຈາກ ໃຜ. ການຂາຍ ໂລຫະ ຈາກ ຣະເບີດ ບໍ່ທັນແຕກ ແລະ ໂລຫະ ຈາກ ເສດ ອາວຸດ ຍຸດໂທ ປະກອນ ທີ່ ຖືກ ທໍາລາຍ ໃນປາງ ສົງຄາມ ມີຂຶ້ນ ຫລາຍ ທີ່ສຸດ ຫລັງຈາກ ສົງຄາມ ໄດ້ ສິ້ນສຸດ ລົງ ເມື່ອ ປະມານ 40 ປີ ກ່ອນ.

ມາຮອດ ປັດຈຸບັນ ສາຍແຂນ ສາຍຄໍ ຕຸ້ມຫູ ແລະ ເຄື່ອງເອ້ ອື່ນໆ ທີ່ ຜລິດ ຈາກ ໂລຫະ ຣະເບີດ ບໍ່ທັນແຕກ ນີ້ ໄດ້ກາຍ ເປັນ ສິນຄ້າ ສົ່ງໄປ ຈໍາຫນ່າຍ ຢູ່ໃນ 39 ປະເທດ ແລະ 150 ຮ້ານ. ຄູ່ຮ່ວມ ທຸຣະກິດ ເຄື່ອງເອ້ ຈາກ ຣະເບີດ ບໍ່ທັນແຕກ ຂອງ ນາງ Elizabeth Suda ນີ້ ເຄີຍເປັນ ນັກ ທະນາຄານ Camille Hautefort.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.