ຕຳຣວດບາງກຸ່ມຂູດຮີດ ປະຊາຊົນ
2020.08.17

ເຈົ້າຫນ້າທີ່ຕຳຣວດ ຈຳນວນນຶ່ງ ຍັງສວຍໃຊ້ອຳນາດ ແລະ ຕຳແຫນ່ງພາກັນຕັ້ງດ່ານເຖື່ອນ ຢູ່ແຄມທາງ ເພື່ອກວດປະຊາຊົນ ຜູ້ຂັບຂີ່ຣົດ ແລ້ວໃສ່ຂໍ້ຫາຕ່າງໆນາໆເພຶື່ອຂູດຮີດເງິນ ເຂົ້າຖົງຕົນເອງ ແລະ ບາງກໍຣະນີເຈົ້າຫນ້າທີ່ ບາງຄົນກໍພົວພັນກັບຢາເສບຕິດ. ດັ່ງປະຊາຊົນ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ສິງຫາ ນີ້ວ່າ:
“ມັນກະມີຕັ້ງດ່ານເຖື່ອນ ບາງຄົນກະໄປແອ້ມຕັ້ງ ເຈົ້າຫນ້່າທີ່ບາງຄົນ ຄືໄປຫາສວຍໃຊ້ຕຳແຫນ່ງ ໃຊ້ອຳນາດກົດຂີ່ປະຊາຊົນ ຜູ້ໃດເບິ່ງເປັນ ຕາມີເງິນແດ່ ເພິ່ນກະຕ້ອງເວົ້າເອົາ ໃຊ້ຄຳເວົ້່າງ່າຍໆ ຕາມທີ່ເຮົາຄຸ້ນເຄີຍຫູເນາະ ຂໍກິນນ້ຳແດ່ ຂໍຢາສູບແດ່ ແບບນີ້ຫນ່າ ເວົ້າໃຫ້ມັນບໍ່ເປັນ ຕາຫນ້າອາຍວ່າສະ.“
ທ່ານກ່າວຕື່ມວ່າ ນອກນັ້ນກະຍັງມີເຈົ້າຫນ້າທີ່ບາງຄົນ ເຂົ້າຮ່ວມຂະບວນການ ເອື້ອອຳນວຍຂົນສົ່ງຢາເສບຕິດ ເພື່ອລຳລຽງຂ້າມໄປປະເທດ ເພື່ອນບ້ານ ແລະຕົນເອງກໍໄດ້ ຜົລປໂຍດນຳອີກ:
“ເວົ້າເຣື້ອງຢາເສບຕິດເນາະ ໃນການລຳລຽງເປັນຫຍັງຈຶ່ງມີຂ່າວຕຣອດເວລາ ວ່າຂົນມາແຕ່ລາວ ຂົນເຂົ້າມາໄທຍ ປະຊາຊົນໂດຍທົ່ວໄປ ກໍບໍ່ມີຄວາມສາມາດ ພໍດອກຈະຂົນມາເອງ ຫັ້ນນ່າ ຄັນບໍ່ມີເຈົ້າຫນ້າທີ່່ຣັດ ບາງຄົນໃຫ້ຄວາມຮ່ວມມື ອຳນວຍຄວາມສະດວກໃຫ້ ແລະ ກະເກັບເງິນນຳ ມີສ່ວນຮ່ວມນຳຫັ້ນນ່າ.”
ທ່ານກ່າວອີກວ່າສາເຫດນຶ່ງ ທີ່ເຈົ້າໜ້າທີ່ສວຍໃຊ້ໂອກາດ ໃຊ້ຕຳແໜ່ງໜ້າທີ່ ເອົາເງິນຈາກປະຊາຊົນ ຍ້ອນເງິນເດືອນ ຂ້າຣາຊການລາວ ຫນ້ອຍເກີນໄປ ແລະບາງເທື່ອ ກໍໄດ້ຮັບບໍ່ຕົງເວລາ.
“ເງິນເດືອນຂ້າຣາຊການຢູ່ລາວເຮົາ ບໍ່ວ່າທາງເຈົ້າຫນ້າທີ່ຕຳຣວດ ຮູ້ກັນຢູ່ວ່າມັນກະບໍ່ໄດ້ຫຼາຍ, ນ້ອຍແລ້ວຍັງບໍ່ພໍ ບໍ່ໄດ້ອອກທຸກໆເດືອນ ຖ້າເກີດວ່າຂ້າຣາຊການເຂົາມີຢູ່ມີກິນ ມີເງິນເດືອນພຽງພໍ ເຂົາກໍຄືບໍ່ເຮັດ ປານນີ້ນ່າກະສະແດງວ່າ ເຈົ້າຫນ້າທີ່ຣັດຍັງຂາດເຂີນ ເງິນເດືອນບໍ່ ພໍກິນພໍໃຊ້ ທຸກຢ່າງກໍຂຶ້ຶ້ນກັບການບໍຣິຫານ ຂອງຣັຖບານ.”
ປະຊາຊົນອີກທ່ານນຶ່ງກ່າວວ່າ ໃນປັດຈຸບັນ ຍັງເຫັນຫຼາຍຢູ່ເຈົ້າຫນ້າທີ່ ຕັ້ງດ່ານເຖື່ອນ ຂຸດຮີດເອົາເງິນປະຊາຊົນ ເພື່ອໃຊ້ສ່ວນໂຕ ຫຼືປັນໃຫ້ ພັກພວກ ຊຶ່ງປະຊາຊົນກໍຍອມໃຫ້ຍ້ອນ ບໍ່ຢາກມີບັນຫາ.
“ມັນກະມີຫັ້ນແຫລະ ດ່ານຜິດກົດຫມາຍ ປັບໃຫມບໍ່ຖືກເຈົ້າຫນ້າທີ່ເຮັດບໍ່ຖືກ ຈ່າຍຢູ່ກັບເພິ່ນຫັ້ນກະຈ່າຍ ແບບວ່າເຮົາບໍ່ເຕັມໃຈຈ່າຍຫັ້ນນ່າ ຕົວຢ່າງຂະເຈົ້າປັບໃຫມ ເຮົາບໍ່ພໍໃຈຈ່າຍ ເພິ່ນກະຄຸມເຮົາຈັ່ງຊີ້ນ່າ ເອີ່ມັນກະຜິດຫັ້ນແຫລ້ວ ຜິດຕາມຣະບຽບການ ຫ້ັ້ນນ່າ.”
ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ກ່າວວ່າງຫຼັງໆມານີ້ວ່າ ຍັງມີເຈົ້າໜ້າທີ່ ຕຳຣວດທະຫານບາງກຸ່ມ ໃຊ້ອຳນາດ ຕຳແໜ່ງໜ້າທີ່ ແບບບໍ່ຖືກຕ້ອງຫຼາຍຢູ່ ເປັນຕົ້ນ ອຳນວຍຄວາມສະດວກ ໃນການຂົນສົ່ງ ຢາເສບຕິດ ເພື່ອຜົລປໂຍດສ່ວນໂຕ ແລະ ຕັ້ງດ່ານເຖື່ອນຂຸດຮີດປະຊາຊົນ ຜູ້ທີ່ໃຊ້ຣົດໃຊ້ຖນົນ. ດັ່ງທ່ານເວົ້າວ່າ:
“ເປັນຫຍັງມີຢາຫລາຍແທ້ ເຂົາວ່າຕຳຣວດທະຫານ ເຂົ້າຮ່ວມຫລາຍເຕີບເດ້ ມັນຈະໄປໄດ້ແທ້ຢາ ມັນບໍ່ແມ່ນຄືໂຕແມງມີ່ແມງວັນ ຍ້່ອນຫຍັງ ຕຳຣວດເອື້ອອຳນວຍ ຄວາມສະດວກ ທະຫານ ພາກັນໄປເຮັດ ເຂົາວ່າ ແລະນອກນັ້່ນຍັງຫລາຍຢູ່ ໄປຕັ້ງດ່ານ ເອົາເງິນເຂົາກໍໄລ່ເຂົາຫນີ.”
ທ່ານກ່າວຕື່ມວ່າ ຫາກພົບເຫັນເຈົ້າຫນ້າທີ່ ຄົນໃດເຮັດບໍ່ຖືກຕ້ອງຕາມກົດຫມາຍ ຈະຖືກລົງໂທດຕາມຣະບຽບວິນັຍ ຖືວ່າເປັນການຄວາມຜິດ ທີ່ຮ້າຍແຮງ. ປະຊາຊົນລາວຫຼາຍຄົນ ເວົ້າວ່າຜ່ານມາ ກໍເຫັນຣັຖບານລາວກວດກາ ແລະປາບປາມການສໍ້ຣາສບັງຫຼວງ ທຸກໆປີ ແຕ່ກໍຍັງມີ ເຈົ້າຫນ້າທີ່ ບາງຄົນ ສວຍໂອກາດໃຊ້ຕຳແຫນ່ງຫນ້າທີ່ ເພື່ອຜົລປໂຍດສວນໂຕຢູ່ ຣັຖບານບໍ່ໄດ້ປາບປາມ ແລະ ລົງໂທດຢ່າງຈິງຈັງ ຈຶ່ງ ເຮັດໃຫ້ເຈົ້າຫນ້າທີ່ຣັດ ບາງຄົນບໍ່ຢ້ານ ແລະສືບຕໍ່ທຳການ ສໍ້ຣາສບັງຫລວງ ຢ່າງຕໍ່ເນື່ອງໃນທຸກມື້ນີ້.