ເມືອງຈີນນ້ອຍຢູ່ລາວຕ້ອງນັບຖື ກົດໝາຍລາວ


2013.08.22
F-Bokeo-Chinatown ທາງການລາວ ຮ່ວມພິທີເປີດ ຊາຍນາທາວ China Town ທີ່ແຂວງບໍ່ແກ້ວ
RFA

 

ຊາວລາວ ຢາກໃຫ້ເມືອງຈີນ ຢູ່ໃນເຂດເສຖກິດພິເສດ ສາມຫລ່ຽມຄຳ ປະຕິບັດ ຕາມ ກົດໝາຍ ຂອງລາວ. ເມື່ອບໍ່ດົນ ຜ່ານມາ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກຣັຖມົນຕຣີລາວ ໄດ້ໄປເປີດເມືອງຈີນ ຫລື Chinatown ທີ່ຕັ້ງຢູ່ໃນເຂດກາສິໂນ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຊຶ່ງຣັຖບານລາວໃຫ້ຈີນເຊົ່າເປັນເວລາ 75 ປີ. ຊາວລາວຫລາຍຄົນຄິດວ່າ ເຖິງວ່າຈີນຈະເຊົ່າ ແຕ່ຜູ້ເຊົ່າກໍຕ້ອງຢູ່ພາຍໃຕ້ກົດໝາຍ ຂອງລາວ ດັ່ງຄົນລາວ ຜູ້ນຶ່ງເວົ້າວ່າ:

“ຢູ່ໃນຣະບຽບກົດໝາຍຂອງປະເທດລາວເຮົາຂອງສປປລາວ ຫັ່ນນະ ກົດໝາຍຣະຫວ່າງ ປະເທດເນາະ ໃນສັນຍາຣະຫວ່າງ ຣັຖບານລາວ ກັບຜູ້ມາເຊົ່າເນາະ.”

ຄົນລາວຜູ້ນີ້ເວົ້າອີກວ່າ ການທີ່ຈີນ ສ້າງເມືອງຈີນນ້ອຍ ຂື້ນຢູ່ແຂວງບໍ່ແກ້ວ ກໍດີແນວນຶ່ງ ຄື ນັກທ່ອງທ່ຽວ ແລະ ນັກທຸຣະກິດ ຕ່າງປະເທດ ຈະເຂົ້າມາທ່ຽວ ແລະຄ້າຂາຍຢູ່ລາວ ຫລາຍຂື້ນ ແລະຈະເຮັດໃຫ້ ເສຖກິດຂອງລາວ ຂຍາຍຕົວ; ແຕ່ເຂດເສຖກິດ ທີ່ວ່ານີ້ຕ້ອງ ປະຕິບັດ ຕາມກົດໝາຍ ຂອງລາວ ຢ່າງເຄັ່ງຄັດ ເພາະບໍ່ຢາກໃຫ້ ຄືກັບເຂດເສຖກິດພິເສດບໍ່ເຕັນ ໃນເມື່ອກ່ອນທີ່ມີການຫລິ້ນກາສິໂນ ແລ້ວກໍມີທັງ ການຂ້າກັນ ຄ້າມະນຸດ ແລະຢາເສບຕິດ. ສຸດທ້າຍ ຣັຖບານລາວ ແລະຈີນກໍສັ່ງໃຫ້ປິດແລ້ວຈີນ ຈຶ່ງສ້າງເຂດ ເສຖກິດ ແບບໃໝ່ຂື້ນແທນ. ເຈົ້າໜ້າທີ່ ແຂວງບໍ່ແກ້ວ ທ່ານນຶ່ງ ອະທິບາຍວ່າ:

“ຢູ່ໃນຄຸ້ມເຂດພິເສດຫັ່ນ ແຫລະ ຢູ່ໃນເຂດຫັ່ນ ກໍເປັນເຂດຂອງເຂົາເຈົ້າ ເປັນຜູ້ຄຸ້ມຄອງເດີ້ ບໍ່ແມ່ນຂື້ນກັບເມືອງເຮົານີ້ ແຕ່ວ່າຢູ່ໃນຣະບຽບ ກົດໝາຍ ຂອງລາວເຮົານີ້ແຫລະ ຕ້ອງຈັດຕັ້ງ ປະຕິບັດ.”

ຜ່ານມາເຂດເສຖກິດພິເສດຂອງຈີນຫລາຍແຫ່ງ ບໍ່ຢາກປະຕິບັດ ຕາມກົດໝາຍຂອງລາວ ເຊັ່ນຕລາດ ຈີນ ບາງບ່ອນ ໃນນະຄອນຫລວງ ວຽງຈັນ ກໍບໍ່ຢາກຈ່າຍ ພາສີອາກອນ ໃຫ້ແກ່ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.