ສໍ້ໂກງບໍ່ມີຈັບກັນ ກົດໝາຍໃໝ່ເຮັດຫຍັງໄດ້


2013.02.25

ຊາວລາວ ເຫັນວ່າ ເປັນໄປໄດ້ ຍາກທີ່ສຸດ ທີ່ບັນຫາ ການສໍ້ຣາສ ບັງຫລວງ ຢູ່ລາວ ຈະໝົດໄປ ຍ້ອນວ່າ ຈະມີການ ອອກ ກົດໝາຍໃໝ່ ເພື່ອມາ ປາບປາມ ກໍຕາມ.

ເມື່ອສັປດາ ຜ່ານມາ ກອງປະຊຸມ ຄະນະ ຣັຖມົນຕຣີ ລາວ ໄດ້ຮ່າງດໍາຣັດ ວ່າດ້ວຍການ ແຈ້ງຊັພສິນ ຂອງ ເຈົ້າໜ້າທີ່ ຣັຖບານ ເພື່ອຫວັງ ປາບປາມ ການສໍ້ຣາສ ບັງຫລວງ ໃນວົງການ ຣັຖບານ. ແຕ່ຊາວລາວ ຫລາຍຄົນ ຄຶດວ່າ ເປັນໄປ ໄດ້ຍາກ ທີ່ ບັນຫານີ້ ຈະໝົດໄປ ເພາະວ່າ ມີການ ກອບໂກຍ ໃນຫລາຍ ຮູບແບບ ແລະ ບໍ່ຮູ້ວ່າ ຍາມໃດ ຈະມີການ ປາບປາມກັນ ຢ່າງແທ້ຈິງ. ດັ່ງຊາວລາວ ຜູ້ນຶ່ງ ເວົ້າວ່າ:

"ຄິດວ່າມັນ ຍັງຢູ່ຄືເກົ່າ ຍັງບໍ່ເຫັນວ່າ ອັນໃດ ທີ່ ມັນດີເດັ່ນຂຶ້ນ ມັນຍາກໜ້ອຍນຶ່ງ ຢູ່ລາວ ກົດໝາຍ ຄໍຣັບຊັນ ເພິ່ນບໍ່ໄດ້ໃຊ້ ມີແຕ່ເວົ້າ ໄປຊື່ໆ ທັມມະດາ ມັນມີກົດໝາຍ ແລະ ຂໍ້ຣະບຽບການ ບັງຄັບ ນໍາໃຊ້ກົດໝາຍ ດຽວນີ້ ມີກົດໝາຍ ແຕ່ວ່າມັນ ກໍຍັງ ຄ້າຍຄືເກົ່າຢູ່".

ເລົາເວົ້າ ຕໍ່ໄປວ່າ, ສ່ວນຕົວແລ້ວ ເຊື່ອວ່າ ກົດໝາຍ ມີແຕ່ຄົນ ບໍ່ປະຕິບັດ ມັນກໍເປັນພຽງ ແຕ່ເຈັ້ຍຊື່ໆ. ຖ້າປະຕິບັດໄດ້ ຕາມທີ່ຂຽນໄວ້ ໃນກົດໝາຍ ເຖິງວ່າ ກົດໝາຍ ຍັງມີຂໍ້ ຂາດຕົກ ບົກຜ່ອງ ກໍຍັງດີ ຫລາຍແລ້ວ ແລະ ຄຶດວ່າມີ ປະຊາຊົນ ຈໍານວນບໍ່ໜ້ອຍ ທີ່ຢາກເປີດໂປ່ງ ພຶດຕິກັມ ຂອງ ພວກໂກງ ກິນບ້ານ ກິນເມືອງ ແຕ່ບໍ່ມີ ຫລັກຖານ ຄັກແນ່ ເພາະວ່າພວກເຂົາ ສໍ້ໂກງ ແບບເປັນຣະບົບ ພາຍໃຕ້ ຜູ້ມີອິດທິພົນ ຢູ່ເບື້ອງຫລັງ.

ຕາມຣາຍງານ ຂອງອົງການ ເພື່ອຄວາມໂປ່ງສັຍ ສາກົນ ສປປ ລາວ ຢູ່ໃນອັນດັບ 160 ໃນປີ 2012 ຄືຕົກຈາກ ອັນດັບ 154 ໃນຈໍານວນ 174 ປະເທດ ທີ່ມີ ການສໍ້ຣາສ ບັງຫລວງ ໝາຍຄວາມວ່າ ສປປ ລາວ ຕົກຢູ່ໃນກຸ່ມ ປະເທດທີ່ມີ ການສໍ້ຣາສ ບັງຫລວງ ຫລາຍທີ່ສຸດ ໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.