ສະພາບຄົນງານລາວ ທີ່ຄ້າງຢູ່ ມາເລເຊັຽ

ສຸພັດຕາ
2020.12.16
ສະພາບຄົນງານລາວ ທີ່ຄ້າງຢູ່ ມາເລເຊັຽ ຄົນງານລາວ ໃນເຮືອປະມົງ ຢູ່ ປະເທດມາເລເຊັຽ ຕ້ອງນອນຢູ່ສາງເກັບເຄື່ອງ ລໍຖ້າກັບເມືອລາວ ເພາະເຮືອຫາປາ ຕ້ອງເອົາຂຶ້ນຝັ່ງ ເພື່ອສ້ອມແປງ
ນັກຂ່າວພົລເມືອງ

ຄົນງານລາວ ທີ່ເຮັດວຽກໃນເຮືອຫາປາ ຢູ່ເມືອງ ຣອມປິ້ນ, ແຂວງປາຫັງ ປະເທດມາເລເຊັຽ ມີຈໍານວນທັງໝົດປະມານ 700 ຄົນ ແລະຕ້ອງການ ກັບເມືອປະເທດລາວ, ເນື່ອງຈາກ ໝົດ ຣະດູການຫາປາ ແລະໝົດສັນຍາຈ້າງ, ຊຶ່ງຜູ້ທີ່ລົງທະບຽນ ວ່າຈະກັບລາວ ດ້ວຍຍົນເຊົ່າເໝົາລໍາ ມີທັງໝົດ 530 ຄົນ, ຂນະທີ່ ໃນປັດຈຸບັນ ຄົນງານລາວ ທີ່ລໍຖ້າກັບເມືອລາວ ດ້ວຍຍົນເຊົ່າເໝົາລໍານັ້ນ, ເຫຼືອພຽງແຕ່ 328 ຄົນ, ສ່ວນທີ່ເຫຼືອ ແມ່ນໄດ້ພາກັນເມືອຜ່ານທາງໄທຍ ຍ້ອນວ່າອົດທົນ ລໍຖ້າເມືອນໍາຍົນບໍ່ໄຫວ.

ສໍາລັບຄົນງານລາວ ທີ່ເຫຼືອຢູ່ ກໍຍັງຄົງລໍຖ້າ ແບບເລື່ອນລອຍ ແລະບໍ່ຮູ້ວ່າມື້ໃດຈະໄດ້ກັບເມືອລາວແທ້, ທັ້ງໆທີ່ກ່ອນໜ້ານີ້ ຄືໃນມື້ ວັນທີ 6 ທັນວາ ຜ່ານມາ ທາງສະຖານທູດລາວ ປະຈໍາມາເລເຊັຽ ໄດ້ອອກໜັງສືຊີ້ແຈງ ວ່າຈະຊ່ອຍໃຫ້ ຄົນງານຈໍານວນ 530 ຄົນ ໄດ້ກັບບ້ານແນ່ນອນ ພາຍໃນວັນທີ 12 ທັນວາ 2020.

ແຕ່ພໍໃກ້ມາຮອດມື້ເດີນທາງ ຄື, ວັນທີ 11 ທັນວາ 2020 ສະຖານທູດລາວ ປະຈໍາມາເລເຊັຽ ໄດ້ໄປພົບພໍ້ ກັບຄົນງານລາວຢູ່ ແຂວງປາຫັງ ແລະບອກໃຫ້ພວກຄົນງານນັ້ນວ່າ, ວັນເດີນທາງ ກັບເມືອລາວນັ້ນ ໄດ້ເລື່ອນອອກໄປອີກ, ເພາະທາງການລາວ ເພິ່ນຍັງບໍ່ທັນໄດ້ອະນຸມັດເທື່ອ, ດັ່ງຄົນງານລາວ ຄົນນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ທັນວາ 2020 ນີ້ວ່າ:

“ຂະເຈົ້າກະມາບອກ ວ່າຖ້າຟັງວັນຈັນອີກ, ທັ້ງໆທີ່ວ່າ ວັນຈັນ ທີ່ແລ້ວ ວ່າກໍາລັງເຂົ້າປະຊຸມ, ສລຸບຂ້ອຍກະເຂົ້າໃຈແລ້ວວ່າເພິ່ນບໍ່ໄດ້ ອະນຸມັດ, ແຕ່ວ່າເຮົາກະເຂົ້າໃຈແລ້ວລະ ລາວກະເລື່ອນໄປເລື້ອຍ, ຄືມັນຫຼາຍລອບລະເດ້, ກະນັບກັນບໍ່ຖ້ວນແລ້ວ, ຂນາດລາວອອກ ຖແລງການ ໄປຂນາດນັ້ນ, ລາວກະຍັງເຮັດບໍ່ໄດ້ເນາະ, ອັນນີ້ບໍ່ມີໜັງສືຢືນຢັນຈັກໂຕ ລາວມາເວົ້າປາກເປົ່າ, ໃຜຊິເຊື່ອ ຫຼາຍລອບ ລະເດ້, ແລ້ວບາດນີ້ຫັ່ນ ເຮົາກະຊິຖ້າຟັງວັນຈັນ, ຖ້າຫາກວ່າວັນຈັນນີ້ ບໍ່ໄດ້ບິນ ມັນກະບໍ່ເປັນຕາຖ້າລະຕິເບາະ.”

ຄົນງານລາວອີກຄົນນຶ່ງ ເວົ້າກັບວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ, ປານນັ້ນ ໜັງສືຊີ້ແຈງອອກມາວ່າ, ໄດ້ເມືອລາວແນ່ນອນໃນວັນ ທີ 12 ທັນວາ ບາດໃກ້ຊິຮອດມື້ ພັດມາເລື່ອນໄປ ເປັນວັນທີ່ 16-17 ອີກ ຫຼາຍຄົນເຂົາກະຖອນໂຕ ລັກເມືອເອງແລ້ວ:

“ວັນທີ່ 12 ອິຫຍັງຫັ່ນ ວ່າໜັງສືທາງ MR. KEN ນີ່ຍັງບໍ່ທັນສົ່ງໃຫ້ ທັງຣາຍຊື່ອິຫຍັງນິ່ເພິ່ນວ່າ, ແລ້ວບາດນີ້ຫັ້ນ ທີ່ 16-17 ນິ່ ຕ້ອງລໍ ຄໍາຕອບ ໃຫ້ທາງລາວພຸ້ນ ສົ່ງໜັງສືມາ, ເພິ່ນຄ່ອຍຊິໃຫ້ຄໍາຕອບໄດ້ ເພິ່ນວ່ານະ, ຂະເຈົ້າກະຖອນຫຼາຍຄົນລະໃດ໋ນິ່, ຖອນໂຕ ຂະເຈົ້າຊິເມືອທາງເຖື່ອນນິ່ແຫຼະ, ຖືກຈັບກະຖືກ ຖືກບໍ່ຖືກລະກະແລ້ວ ວ່າຊີ້ເດ້, ທາງທູູດກະໃຫ້ ຄໍາຕອບຫຍັງບໍ່ໄດ້ເດ້, ເຂົາກະອົດບໍ່ໄດ້.”

ໃນຂນະດຽວກັນ ຄົນງານລາວ ອີກຄົນນຶ່ງ ກໍເວົ້າວ່າ ຢາກໃຫ້ຣັຖບານ ຊ່ອຍພວກເຮົາແດ່ ຂນາດຄົນລາວ ຢູ່ປະເທດອື່ນ 2-3 ຄົນ ກໍຍັງໄດ້ກັບ, ແຕ່ແລ້ວເປັນຫຍັງ ພວກເຮົາມີຫຼາຍ ຮ້ອຍຄົນ ຄືບໍ່ໄດ້ກັບ:

“ກະບໍ່ຢາກສ່ຽງ ເມືອກະລອດເບິດສູ່ຄົນຢູ່, ກະບໍ່ຢາກສ່ຽງຫັ່ນນ່າ, ຢາກເມືອໃຫ້ມັນຖືກກົດໝາຍບ້ານເມືອງເຮົາຫັ່ນລະ, ແຕ່ວ່າຄໍາເວົ້າ ຂອງທູດ ເພິ່ນກະລອຍໆແບບນີ້, ກະຢາກໃຫ້ ທາງຣັຖບານ ຫັ່ນແຫຼະ, ເພິ່ນເລັ່ງເພິ່ນເອົາໃຈໃສ່ແດ່, ພວກຂ້ອຍກະໄດ້ເບິ່ງຕລອດ ເນາະ, ຄົນບ້ານອື່ນເມືອງອື່ນ, ຫຼືວ່າຄົນລາວ ທີ່ຢູ່ປະເທດອື່ນນະ 2 ຄົນ 3 ຄົນກະຍັງໄດ້ມາເບິດ ຊິນະ, ອັນນີ້ພວກຂ້ອຍມີກັນ ເປັນຫຼາຍໆຣ້ອຍຄົນ, ເພິ່ນຄືບໍ່ໃຫ້ຄວາມສົນໃຈແດ່, ອິຫຍັງປະມານນີ້.”

ແລະ ຄົນງານລາວ ອີກຄົນນຶ່ງ ກໍເວົ້າວ່າ ບໍ່ຮູ້ຈະເຮັດແນວໃດແລ້ວ, ຢູ່ໄປ ກໍຢູ່ແບບເລື່ອນລອຍ, ວັນເວລາ ທີ່ຈະເມືອນັ້ນກໍບໍ່ຮູ້:

“ຢູ່ແບບນີ້ມັນກະຢູ່ແບບເລື່ອນລອຍແຫຼະນີ້ນ່າ, ລະເພິ່ນກະວ່າເພິ່ນຊອຍຢູ່, ແຕ່ຫາກຍາມໃດ? ເພິ່ນເລື່ອນມື້ໄປເລື້ອຍໆໄປເລື້ອຍ, ຊຸມເຮົາຢູ່ນີ້ກະລໍາບາກ, ມັນຖ້າມາດົນແລ້ວຫັນນາ, ແຕ່ເພິ່ນລົງມາມື້ວານນີ້, ເພິ່ນກະວ່າ, ໃຫ້ຖ້າໃຫ້ລໍຢູ່ຫັ່ນແຫຼະ, ມັນກະຄົນຫຼາຍ ເນາະ, ລໍກັນຈັ່ງໃດ, ໃນເມື່ອເພິ່ນເລື່ອນໄປແບບນີ້, ບໍ່ມີກໍານົດວັນເດີນທາງມັນກະບໍ່ແມ່ນຕິ ຊິໃຫ້ເຮົາຖ້າຢູ່ຈັ່ງຊິ.”

ໃນຂນະດຽວກັນ; ຄົນງານລາວ ອີກຄົນນຶ່ງເວົ້າວ່າ, ພວກເຮົາຕ້ອງການກັບເມືອລາວ, ຍ້ອນວ່າສັນຈ້າງໝົດແລ້ວ, ຖ້າຫາກຢູ່ຕໍ່ກໍບໍ່ມີ ວຽກເຮັດ, ບ່ອນຢູ່ກໍບໍ່ມີ ລໍຖ້າມາດົນເງິນຊື້ຢູ່ ຊື້ກິນ ກໍບໍ່ມີແລ້ວ:

“ສັນຍາມັນເບິດລະແຫຼະ, ແຕ່ຖ້າໄປດົນໆ ມັນກະຄືຊິບໍ່ໄຫວແບບນີ້ນະ, ຂ້ອຍມາຈອດຕັ້ງແຕ່ວັນທີ 16 ເດືອນ 11 ປະມານນີ້ແຫຼະ ກະຈົນຮອດມື້ນີ້ ກະຈັກມື້ລະນີ້, ແຕ່ວ່າເຮືອລໍາອື່ນ ທີ່ວ່າມາຈອດກ່ອນຂ້ອຍຫັ່ນກະມີ, ກະຫຼາຍລໍາຢູ່ ຈອດຕັ້ງແຕ່ວັນທີ 12 ເດືອນ 11 ກະມີ ແບບຈອດບໍ່ພ້ອມກັນ ຜູ້ທີ່ຈອດກ່ອນຂ້ອຍຫັ່ນ, ກະຫຼາຍຢູ່ດອກ ກະອິຕົນຂະເຈົ້າຢູ່, ຄັນຍົນມັນບໍ່ພໍກັນ, ກະຢາກເສັຽສຣະ ໃຫ້ຂະເຈົ້າເມືອກ່ອນຢູ່, ຂະເຈົ້າເມືອກ່ອນອິຕົນຂະເຈົ້າ ອັນນັ້ນກະດາຍ.”

ຄົນງານຜູ້ນີ້ເວົ້າຕື່ມວ່າ, ໃນທ້າຍເດືອນທັນວານີ້, ທາງການເມເລເຊັຽ ເພິ່ນກໍຈະຜັກດັນໃຫ້ຄົນຕ່າງປະເທດ ອອກໄປໃຫ້ໝົດ, ຖ້າພວກຕົນບໍ່ໄດ້ເມືອນໍາທາງຍົນ, ກໍຕ້ອງຕັດສິນໃຈ ເມືອຜ່ານທາງໄທຍ, ເຖິງແມ່ນວ່າຈະມີຄວາມສ່ຽງກໍຕາມ:

“ໜັງສືສັນຍາຈ້າງມັນເບິດແລ້ວ, ມັນກະຕ້ອງກັບໄປກ່ອນແນວໃດກະດາຍ, ຣັຖບານມາເລ ຂະເຈົ້າກະຜັກດັນ ໃຫ້ອອກນໍາແຫຼະ, ສີ້ນປີນີ້ຄັນມັນເມືອບໍ່ໄດ້ແທ້ ກະຕ້ອງລັກເມືອ, ກະຊິເມືອຜ່ານໄທຍນິ່ແຫຼະ, ມອບໂຕໃຫ້ຕໍາຣວດໄທຍຈັບເບິດ 400 ຄົນ ນີ້ແຫຼະ, ລະກະຊິມອບໂຕໃຫ້ທາງການໄທຍຈັບເລີຍ, ເຂົາຊິໄປຂັງ ໄປຂ້າຖິ້ມກະຢ່າເຂົາ ຍອມຕາຍ.”

ຂນະທີ່ ຄົນງານລາວຜູ້ນຶ່ງທີ່ອົດທົນ ລໍຖ້າເມືອລາວ, ດ້ວຍທາງຍົນນັ້ນບໍ່ໄຫວ, ເນື່ອງຈາກມີຄວາມຈໍາເປັນຫຼາຍຢ່າງເລີຍຕັດສິນໃຈ ເມືອລາວ ດ້ວຍທາງອື່ນແທນ ເຖິງຈະສ່ຽງ ກໍຍອມ:

“ສະຖານທູດລາວນັດມື້ນັ້ນມື້ນີ້, ເພິ່ນກະຊິເລື້ອນໄປເລື້ອຍເນາະ, ນ້ອງລໍຄອຍມາເດືອນປາຍແລ້ວ, ເພິ່ນກະຊິເລື້ອນໄປເລື້ອຍໆວ່າ ມື້ນີ້ເດີ້ ມື້ນັ້ນເດີ້ຊີ້ນະ, ມັນຫຼາຍມື້ແລ້ວ ອີກນຶ່ງກະ ຄ່າໃຊ້ຈ່າຍເຮົາກະເບິດ, ການຢູ່ການກິນ ເຮົາກະລໍາບາກພໍຢູ່ແລ້ວ, ຖ້າເຮົາຢູ່ຕໍ່ໄປ ເງິນຄ່າຣົດກະຊິບໍ່ມີ, ຍົນກະບໍ່ຮູ້ວ່າ ຊິມາຮັບມື້ໃດ, ເພິ່ນກະເວົ້າ ເລື້ອນໄປເລື້ອຍ ເລື້ອນໄປເລື້ອຍ, ນ້ອງກະລໍຄອຍບໍ່ໄຫວ, ກະເລີຍຕັດສິນໃຈ ພາກັນມາເລີຍ, ການມານີ້ ຄືການຫຼົບລີ້ເນາະ, ຫຼົບລີ້ເຂົ້າປະເທດໄທຍ, ແລະກະມາຫາປະເທດລາວ ລະບາດນີ້, ເຣື້ອງການມານີ້ ມັນກະລໍາບາກພໍສົມຄວນ, ເຣື້ອງຢ້ານກະຢ້ານ ທະຫານໄທຍ ກັບທະຫານມາເລເຊັຽ ນິ່ຍິງ.”

ເພື່ອຂໍຮູ້ຣາຍອຽດ ກ່ຽວກັບເຣື່ອງການເດີນທາງກັບເມືອລາວ, ຂອງຄົນງານປະມົງລາວ ຢູ່ປະເທດມາເລເຊັຽນັ້ນ, ໃນມື້ວັນທີ 14 ທັນວາ ນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ໂທຣະສັບ ຫາສະຖານທູດລາວ ປະຈໍາມາເລເຊັຽຫຼາຍຄັ້ງ ໂທຕິດສຽງດັງ ແຕ່ປະກົດວ່າ ບໍ່ມີຜູ້ໃດຮັບສາຍ.

ຢ່າງໃດກໍຕາມ ກໍມີສຽງທ່ານທູດ ທີ່ໄດ້ສົນທະນາກັບຄົນງານລາວ ໃນມື້ດຽວກັນນີ້ ວ່າ:

“ອັນນີ້ ເພິ່ນປະຊຸມແລ້ວ, ດຽວນີ້ເພິ່ນສເນີຫາ ຄະນະສະເພາະກິຈແລ້ວ, ມື້ນີ້ໝາຍຄວາມວ່າ ກະຊວງສາທາ ທ່ານ ບຸນກອງ ຫັ່ນ ປະຊຸມຮ່ວມນໍາ ໃນນາມເພິ່ນ ເປັນກອງເລຂາ ຄະນະ ສະເພາະກິຈ, ເພິ່ນກະລວມ ແຕ່ລະພາກສ່ວນ, ຈາກນັ້ນແລ້ວເພິ່ນກະຊິເຮັດ ຣາຍງານຫາ, ຄະນະສະເພາະກິຈ ຂັ້ນສູນກາງ ກະຄື ທ່ານ ຮອງນາຍົກຫັ່ນ ເປັນຜູ້ຣາຍງານເລີຍ, ເວົ້າຊື່ໆ ບໍ່ຢາກໃຫ້ໄປສ່ຽງ, ໃຫ້ພວກນ້ອງອົດເອົາ, ໃນມື້ນີ້ມື້ອື່ນ ນ້ອງເອີ່ຍ Mr.KEN ກະເວົ້າມາແລ້ວວ່າ ໂອ່ຍ 200 ຄົນ ໄປອີກລະເດ້ ແມ່ນບໍ.”

ຫຼັງຈາກນັ້ນ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ຄະນະສະເພາະກິຈ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການຣະບາດຂອງເຊື້ອພາດ ໂຄວິດ-19 ເພື່ອສອບຖາມ ກ່ຽວກັບຄວາມພ້ອມ ທີ່ຈະຮອງຮັບຄົນງານລາວ, ທີ່ຈະມາຈາກມາເລເຊັຽນັ້ນ ວ່າເປັນແນວໃດ, ເຈົ້າໜ້າທີ່ທ່ານນຶ່ງ ກ່າວກ່ຽວກັບເຣື້ອງນີ້ວ່າ:

“ມາເລເຊັຽມາລາວເນາະ, ຜູ້ທີ່ຕົກຄ້າງຫັ່ນຕົ່ວ ໂຕນີ້, ພວກນ້ອງກະຍັງບໍ່ແນ່ໃຈເທື່ອນະ, ເພາະວ່າ ອັນນ່າ ຫົວໜ້າຫາກໍປະຊຸມແລ້ວ ຫັ່ນນະ, ເພິ່ນຫາກໍເຂົ້າຫ້ອງການ ເພາະວ່າເພິ່ນໄປ ປະຊຸມໂຄວິດມານີ້ແຫຼະ.”

ກ່ຽວກັບ ການນໍາສົ່ງຄົນງານປະມົງລາວ ຈໍານວນ 530 ຄົນ, ທີ່ຕົກຄ້າງ ຢູ່ມາເລເຊັຽ ກັບບ້ານນັ້ນ, ຖ້າຫາກຄົນງານຈໍານວນນີ້, ຍັງບໍ່ເມືອຮອດປະເທດລາວໝົດທຸກຄົນ, ທາງບໍຣິສັດ ທີ່ເປັນນາຍຈ້າງ ກໍຕ້ອງໄດ້ຕິດຕາມຊ່ອຍເຫຼືອ, ພວກເຂົາເຈົ້າໄປຕລອດ ຈົນກວ່າວ່າພວກເຂົາ ຈະເຖິງບ້ານ, ດັ່ງຜູ້ຈັດການເຮືອແພປາຂອງບໍຣິສັດ Rompin fishing ຊຶ່ງເປັນຄົນໄທຍ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ ໃນວັນທີ 14 ທັນວາ ນີ້ວ່າ:

“ໃນຂນະນີ້ ຍັງເຫຼືອຢູ່ປະມານ 328 ຄົນ ຈາກ 530 ຄົນ, ນາຍຈ້າງກໍກັງວົນຫຼາຍ ກັງວົນວ່າ, ຈະເຮັດແນວໃດຕໍ່ໄປ ຈະເມືອທາງ ເຖື່ອນນິ່ ລັກສນະວ່າ ລັກລອບເມືອນິ່ກໍຢ້ານ ພວກເຂົາຖືກຈັບ ແລ້ວນາຍຈ້າງກໍຕ້ອງພາຣະຕື່ມອີກ, ຖ້າຄົນງານຖືກຈັບກາງທາງ, ຫຼືວ່າຢູ່ໄທຍ ຫຼືຢູ່ໃສກໍແລ້ວແຕ່, ຄືແບບວ່າ ພວກເຮົາສົ່ງ ພວກເຂົາຍັງບໍ່ສໍາເຣັດ ເຮົາກໍຕ້ອງໄປ ເຮັດວຽກຕໍ່, ຕ້ອງໄປເຈຣະຈາ ນໍາເຈົ້າໜ້າທີ່, ແຕ່ລະບ່ອນ ທີ່ຄົນງານຖືກຈັບ, ໃຫ້ໜັກເປັນເບົາ ອິຫຍັງປະມານນີ້ແຫຼະ.”

ເຖິງແນວໃດກໍຕາມ ຄົນງານລາວ ທີ່ຍັງລໍຖ້າກັບເມືອລາວ ໂດຍສາຍການບິນ, ທີ່ສະຖານທູດລາວ ປະຈໍາມາເລເຊັຽ ຈະຈັດສັນ ໃຫ້ນັ້ນ, ຍັງເຫຼືອພຽງແຕ່ 328 ຄົນ ສ່ວນອີກ 202 ຄົນທີ່ທົນ ລໍຖ້າເມືອນໍາຍົນບໍ່ໄຫວ ແມ່ນໄດ້ພາກັນ ເມືອຜ່ານທາງປະເທດໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.