ຊາວສວນລາວຕ້ອງແຂ່ງກັບ ຊາວຈີນ


2013.12.10
F-fresh-produce ຜົລປູກ ຂອງຊາວສວນລາວ ໃນແຂວງ ຫລວງນໍ້າທາ
Community support Luangnamtha

 

ປັດຈຸບັນນີ້ ມີຊາວຈີນທີ່ມາ ຕັ້ງຖິ່ນຖານ ຢູ່ແຂວງຫລວງນໍ້າທາ ພາກັນເລີ້ມປູກຜັກຫລາຍຂຶ້ນ ແລະສົ່ງຂາຍໃນຕລາດ ແຂ່ງຂັນກັບຜັກທີ່ ຊາວ ລາວປູກ. ຜັກທີ່ຊາວຈີນປູກ ອາດໃຊ້ປຸຍເຄມີ ເພາະຂຽວງາມດີ ແລະຂາຍແພງກວ່າຜັກຂອງຊາວລາວປູກດ້ວຍປູ໋ຍຊີວະພາບ. ດັ່ງ ແມ່ຄ້າໃນຕລາດເມືອງຫລວງນໍ້າທາໄດ້ເລົ່າສູ່ຟັງວ່າ:

"ຂອງຈີນນີ້ຣາຄາແພງກວ່າ ຂອງຈີນ ຫັ້ນໃສ່ຝຸ່ນຫລາຍ ມັນມີແຕ່ໂຕງາມໆເນາະ ຂອງຈີນ ຂອງຄົນລາວເຮົາ ບາງເທື່ອມັນມີໂຕແມງ ແມງ ຫຍັງກັດ".

ນາງເອງແລະແມ່ຄ້າຊາວລາວຄົນອື່ນໆບໍ່ເຂົ້າໃຈຄືກັນວ່າ ເປັນຫຍັງຊາວຈີນ ຂາຍຜັກຂອງເຂົາເຈົ້າໃນຣາຄາແພງ ແຕ່ພາກັນສັນນິຖານວ່າ ອາດເປັນຍ້ອນ ເຂົາຊື້ປຸຍແພງມາໃສ່ຜັກ. ລາວເວົ້າຕໍ່ໄປວ່າ ຢູ່ໃນຕລາດ ແລະຮ້ານຄ້າຂາຍຍ່ອຍຕ່າງໆ ສ່ວນຫລາຍແລ້ວແມ່ນ ຜັກຂອງ ຊາວລາວ ທີ່ນໍາມາວາງຂາຍ, ແຕ່ຄົນໃນເມືອງ ສ່ວນຫລາຍກໍນິຍົມ ຊື້ຜັກຂອງຊາວຈີນ ເພາະເຂົາເຫັນວ່າມັນເປັນຜັກງາມ ເຖິງແມ່ນວ່າຈະ ເປັນຜັກທີ່ໃຊ້ປຸຍເຄມີກໍດີ.

ຕາມປົກກະຕິແລ້ວ ຊາວລາວນິຍົມກັນບໍຣິໂພກຜັກ ທີ່ປູກດ້ວຍປຸຍຊີວະພາບ ຊຶ່ງບໍ່ເປັນອັນຕຣາຍ ຕໍ່ສຸຂພາບຮ່າງກາຍ. ທຸກມື້ນີ້ການປູກ ເຂົ້າ ຫລື ພືດຜັກອັນໃດກໍດີ ມີການສົ່ງເສີມໃຫ້ໃຊ້ປຸຍຊີວະພາບ ແຕ່ຊາວກະສິກອນ ລາວ ຈໍານວນນຶ່ງ ຍັງບໍ່ສາມາດ ຜລິດປຸຍຊີວະພາບ ໂດຍຕົນເອງເທື່ອ ທັ້ງໆທີ່ເປັນການຜລິດ ທີ່ງ່າຍດາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.