ກາເຟລາວນິຍົມກັນທົ່ວໂລກ
2014.03.20

ປັດຈຸບັນ ກາເຟລາວ ໄດ້ຮັບ ຄວາມ ນິຍົມ ຫລາຍຂຶ້ນ ທັງຢູ່ ພາຍ ໃນ ແລະ ຕ່າງປະເທດ ຊຶ່ງ ຜູ້ຜລິດ ຕ່າງ ກໍສຸມໃສ່ ການປູກ ທີ່ ປອດ ສານເຄມີ ກໍາກັບ ນໍາເຣື້ອງ ຄຸນນະພາບ ແລະ ປູກກາເຟ ນ້ອຍ ອາຣາບິກກາ ຖ້າມກາງ ການ ຂາດແຄນ ຄົນງານ. ກາເຟ ລາວ ກໍາລັງ ໂດ່ງດັງ ຫລາຍ ການຕລາດ ກໍໄດ້ດີ ຣາຄາ ກໍດີ ຊຶ່ງສ້າງ ຊື່ສຽງ ໃຫ້ ປະເທດລາວ ຫລາຍຂຶ້ນ ນໍາທຸກມື້ ຊຶ່ງ ຜູ້ຜລິດ ກໍຈະ ພັທນາ ຕໍ່ໄປ. ຕາມຄໍາ ເວົ້າ ຂອງ ທ່ານ ສີໜຸກ ສີສົມບັດ ປະທານ ສະມາຄົມ ກາເຟລາວ ໃນວັນທີ 12 ມີນາ 2014. ທ່ານ ສີໜຸກ ໃຫ້ ສັມພາດ ຕໍ່ RFA ທີ່ຮ້ານ ກາເຟ ຂອງທ່ານ ທີ່ເມືອງ ປາກຊ່ອງ ຕັ້ງຢູ່ ກົງກັນຂ້າມ ກັບ ສະມາຄົມ ກາເຟລາວ ວ່າ:
"ດຽວນີ້ ເຮົາຜລິດ 30 ພັນຕັນ ເຮົາ ສົ່ງອອກ 30 ພັນຕັນ ປີ 2013 30 ພັນຕັນ ຢູ່ໃນຫັ້ນ ອາຣາບິກກາ ກາເຟນ້ອຍ ໃນ ພາສາລາວ ເຮົາ ຜລິດ 14 ພັນຕັນ ກາເຟກາງ ໂຣບຸສຕາ ເຮົາ ຜລິດ 16. ໃນປີຕໍ່ໆ ໄປນີ້ ອາຣາບິກກາ ກາເຟ ນ້ອຍ ນີ້ ຊິ ຫລາຍກວ່າ ໂຣບຸສຕາ ກາເຟນ້ອຍ ນີ້ຊິ ຫລາຍກວ່າ ໂຣບູສຕາ ເຮົາຕ້ອງ ເຂົ້າໃຈວ່າ ກາເຟນ້ອຍ ນີ້ ບົ່ງບອກ ຄຸນນະພາບ ຂອງ ກາເຟ".
ທ່ານວ່າ ລາວ ເປັນ ປະເທດ ທີ່ ປູກກາເຟ ອາຣາບິກກາ ໄດ້ດີ ບົ່ງບອກ ເຖິງ ຄຸນນະພາບ ຂອງກາເຟ ດີທີ່ສຸດ ໃນ ເອເຊັຽ ໄດ້ປູກ ເກືອບເຖິງ 50 ເປີເຊັນ ທຽບໃສ່ ກັບ ກາເຟ ໂຣບຸສຕາ. ປະເທດໄທ ປູກ ອາຣາ ບິກກາ ມີແຕ່ 10 ເປີເຊັນ. ອິນໂດເນເຊັຽ ກໍປູກ ບໍ່ເກີນ 15 ເປີເຊັນ ເຫລືອນັ້ນ ປູກ ໂຣບຸສຕາ. ວຽດນາມ ປູກໜ້ອຍ ບໍ່ຣອດ 5 ເປີເຊັນ. ອາຣາບິກກາ ເປັນ ກາເຟ ທີ່ນັບມື້ ເປັນທີ່ ຕ້ອງການ ຫລາຍຂຶ້ນ ຕ້ອງການ ຕາມຄວາມ ຈະເຣີນ ຂອງ ເສຖກິດ ສັງຄົມ ຂອງ ປະເທດ; ທຸຣະກິດ ທີ່ເປີດ ຮ້ານກາເຟ ຄອບຟີຊັອບ ກໍນັບມື້ ຫລາຍຂຶ້ນ ການໃຊ້ ກາເຟ ອາຣາບິກກາ ກໍຫລາຍ ຂຶ້ນນໍາ. ຢູ່ໃນ ປະເທດໄທ ອາຣາບິກກາ ກໍຈະບໍ່ ພໍແລ້ວ ຕ້ອງໄດ້ ນໍາເຂົ້າມາ ຂະນະທີ່ ຂອງລາວ ເພີ່ມຂຶ້ນ ຫລາຍ ກວ່າໄທ 2 ເທົ່າ:
"ຈັ່ງຊັ້ນ ເຣົາພັທນາ ອາຣາບິກກາ ນີ້ຢ່າງ ບໍ່ຢຸດຢັ້ງ ລະກາເຟ ອາຣາບິກກາ ສ່ວນນຶ່ງ ທີ່ເຂົາເອີ້ນ ອາຣາບິກກາ ທຣິກກາ ແມ່ນ speciality coffee ທີ່ສົ່ງໄປ ເຢັຽຣະມັນ ກັບສົ່ງໄປ ຍີ່ປຸ່ນ ໄດ້ຣາຄາ ສູງ ລະກະ ສ້າງ ຊື່ສຽງ ໃຫ້ກາເຟ ລາວ ຈັ່ງຊັ້ນ ໃນນາມ ປະທານ ສະມາຄົມ ກາເຟ ລາວ ຂ້າພະເຈົ້າ ເວົ້າຫາ ກາເຟ ລາວ ໃນ ທໍານອງ ນີ້".
ການເຕີບໂຕ ຂອງ ຜົລຜລິດ ກາເຟ ນີ້ ທ່ານ ສີໜຸກ ວ່າ ເປັນ ນະໂຍບາຍ ລວມ ຂອງ ການພັທນາ ກາເຟລາວ ແຕ່ວ່າລາວ ມີສິ່ງ ທ້າທາຍ ກໍຄືວ່າ ມີແຮງງານ ໜ້ອຍ ບໍ່ພຽງພໍ ກັບຄວາມ ຕ້ອງການ ຂະນະທີ່ ມີດິນ ປູກ ກາເຟ ຫລາຍ. ສິ່ງທ້າທາຍ ທີ່ວ່ານັ້ນ ເປັນເຣື້ອງ ຈໍາເປັນ ເພາະການ ປູກ ກາເຟ ແມ່ນຕ້ອງ ການແຮງງານ ຫລາຍ ຍ້ອນການ ເກັບ ໝາກກາເຟ ຂອງລາວ ແມ່ນໃຊ້ມື ໃຊ້ ແຮງງານ ຄົນ ທັງນັ້ນ ບໍ່ຄືກັບ ຢູ່ ປະເທສ ທີ່ໃຊ້ຈັກ ເກັບ ຍົກຕົວຢ່າງ ປະເທດ ເບຣຊິລ. ເບຣຊິລ ຜລິດກາເຟ ຫລາຍ ໃຊ້ເຄື່ອງຈັກ ເກັບໝາກ ກາເຟ ແຕ່ບໍ່ມີ ໃຜວ່າ ກາເຟ ເບຣຊິລ ມີ ຄຸນນະພາບ ສູງ. ສໍາລັບ ລາວ ທ່ານວ່າ:
"ລາວເຮົາ ມີແຕ່ 6 ລ້ານຄົນ ລະສ່ວນນຶ່ງ ຂອງ ແຮງງານ ເຮົາ ບໍ່ຢູ່ກັບ ທີ່ອີກ ໄປເຮັດວຽກ ຢູ່ໄທ ອີກ ຈັ່ງຊັ້ນເຮົາ ຂາດແຮງງານ ສໍາລັບ ເກັບ ຈັ່ງຊັ້ນ ເຮົາປູກ ຫລາຍ ກະບໍ່ໄດ້ ເຮົາ ພຍາຍາມ ດຽວນີ້ຫັ້ນ ໃຫ້ ບໍຣິມາດ ຂອງການ ຜລິດສູງຂຶ້ນ ໃຫ້ ປະສິດທິພາບ ຂອງ ການປູກ ແຕ່ລະ ເຮັກຕາ ຫັ້ນ ສູງຂຶ້ນ ຢຽວ ກໍສູງຂຶ້ນ ດຽວນີ້ ນະໂຍບາຍ ຂອງເຮົາ ໄປທາງນັ້ນ".
ເປັນອັນວ່າ ກາເຟລາວ ມີຈຸດດີ ຢູ່ບ່ອນວ່າ ເນັ້ນໃສ່ ເຣື້ອງ ການປູກ ແບບ ປອດສານພິດ ໃສ່ເຣື້ອງ ຄຸນນະພາບ ຊຶ່ງກໍບໍ່ ເປັນເຣື້ອງ ຍາກປານໃດ ເພາະບໍ່ໄດ້ ປູກຫລາຍ ເກີນຄວາມ ສາມາດ. ການເກັບ ໝາກ ກາເຟ ດ້ວຍມື, ບໍ່ຈໍາເປັນ ຕ້ອງມີ ຄົນງານ ທີ່ ມີສີມື ເປັນຄົນງານ ທັມດາ ສາມັນ ບໍ່ມີ ປະສົພການ ກໍບໍ່ເປັນ ຫຍັງ ເພາະໄດ້ ສອນກັນ ກ່ຽວກັບ ການເກັບ, ໃຫ້ຮູ້ ວິທີເກັບ, ຕ້ອງເລືອກ ເກັບ ຈຶ່ງຈະໄດ້ ກາເຟ ມີ ຄຸນນະພາບ ສູງແທ້ໆ ຫາກໃຊ້ ເຄື່ອງຈັກ ເກັບ ມັນຈະ ເກັບໝົດ ທັງໝາກຂຽວ ໝາກເຫລືອງ ໝາກແດງ:
"ຈັກ ມັນເກັບ ໄປໝົດເດ້ ຄົນນີ້ ເຮົາຕ້ອງ ສັ່ງສອນ ວ່າ ເລືອກເກັບ ແຕ່ໝາກແດງ ເຫັນບໍ່ ກາເຟນີ້ ມັນມີ ຂຽວແດ່ ເຫລືອງແດ່ ແດງແດ່ ເຈົ້າຕ້ອງເກັບ ແຕ່ ໝາກແດງ ອີກ 2 ອາທິດ ຕໍ່ມາຈຶ່ງ ມາເກັບ ເອົາໝົດ ລະມັນ ໄດ້ ຄຸນນະພາບ ຕ່າງກັນ".
ຫາກເວົ້າເຖິງ ຣາຄາ ກາເຟ ທ່ານ ສີໜຸກ ບອກວ່າ ຂຶ້ນໄວ ຫລາຍ ຄັນເຮົາ ຈະຂາຍ ຕາມຣາຄາ ຕລາດໂລກ ທີ່ມັນສູງ ຂຶ້ນໃນ 2 ເດືອນ ມານີ້ ຜູ້ຊື້ ກໍບໍ່ມີ ເງິນຊື້ ເຂົາປັບຕົວ ນໍາບໍ່ທັນ. ຈັ່ງຊັ້ນ ຣາຄາ ເທົ່າໃດ ຂນາດ ນີ້ ຄັນວ່າ 100 ໂດລາ ອະເມຣິກາ ຕໍ່ນຶ່ງປອນ ມັນກໍ 4800 ໂດລາ ຕໍ່ຕັນ ມັນສູງໂພດ ບໍ່ມີໃຜ ຊື້ ຣາຄານີ້. ຣະຍະນີ້ ຣາຄາ ກໍາລັງດີ ບໍ່ຄືວັ່ງ ແຕ່ກ່ອນ ນັ້ນ ຣາຄາ ຕົກຕໍ່າ ທີ່ສຸດ. ຈັ່ງຊັ້ນ ຈຶ່ງວ່າ ການ ເໜັງຕີງ ຂອງ ຕລາດ ໂລກ ແມ່ນສິ່ງ ທ້າທາຍ ສໍາຄັນ ໃນການ ພັທນາ ກາເຟ ຕໍ່ໄປ. ຕົ້ນຣະດູ ຄື ແຕ່ເດືອນ 12 ທັນວາ ຫາ ເດືອນ ກຸມພາ ຣາຄາ ກາເຟ ຕໍ່າ ອີ່ຫລີ ແຕ່ຣາຄາ ສູງຂຶ້ນ ຄາວນຶ່ງ ຄາວດຽວ ພໍໄດ້ຂ່າວ ວ່າຢູ່ ເບຣຊິລ ແຫ້ງແລ້ງ.
ກາເຟລາວ ຫາກເວົ້າ ເຖິງການ ສົ່ງອອກ ຫລາຍ ກໍມີ 4-5 ບໍຣິສັດ ຮວມທັງ ບໍຣິສັດ ດາວເຮືອງ ຊຶ່ງເປັນ ບໍຣິສັດ ປູກ ກາເຟ ໃຫຍ່ທີ່ສຸດ ແລະ ເປັນ ບໍຣິສັດ ເກັບຊື້ ກາເຟ ເພື່ອສົ່ງອອກ ລາຍໃຫຍ່ ທີ່ສຸດ. ບໍຣິສັດ ປາກຊ່ອງ ຮາຍແລັນດ ທີ່ເປັນ ບໍຣິສັດ ສາຂາ ຂອງ ບໍຣິສັດ ເບັຽຊ້າງ ຂອງໄທ ລົງທຶນ ຫລາຍ ທີ່ສຸດ ໃນການ ປູກກາເຟ. ຮອງລົງມາ ກໍແມ່ນ ບໍຣິສັດ ໂອລໍາ ຂອງ ສິງກະໂປ ນອກນັ້ນ ກໍເປັນ ບໍຣິສັດ ເລັກໆ ນ້ອຍໆ ຂາຍສົ່ງໄປ ວຽດນາມ.
ເມື່ອຖາມ ເຖິງ ບໍຣິສັດ ກາເຟ ສີໜຸກ ຂອງ ທ່ານເອງ ທ່ານກໍວ່າ ບໍ່ໃຫຍ່ ບໍ່ນ້ອຍ:
"ເປັນກັມການ ຢູ່ ທາງກາງ ເປັນເພື່ອນ ຜູ້ໃຫຍ່ ກະນັບຖື ຜູ້ນ້ອຍ ກະນັບຖື ພຍາຍາມ ບໍ່ໃຫ້ ຜູ້ໃຫຍ່ ເອົາປຽບ ຜູ້ນ້ອຍ ພຍາຍາມ ໃຫ້ ຜູ້ໃຫຍ່ ຊ່ວຍເຫລືອ ຜູ້ນ້ອຍ ເຮົາຢູ່ ທາງກາງ ເຮົາໃຫຍ່ ທີ່ສຸດ ບໍ່ໄດ້ ເຮົານ້ອຍ ທີ່ສຸດ ກໍບໍ່ໄດ້ ບໍ່ມີສຽງ ເຮົາຢູ່ ກາງໆ ພໍດີ ພໍງາມ".
ກາເຟລາວ ໄດ້ຮັບ ຄວາມ ນິຍົມ ຫລາຍຂຶ້ນ ກໍເພາະວ່າ ເປັນກາເຟ ທີ່ປູກແບບ ທັມຊາດ, ປອດສານພິດ, ປອດສານ ປຸງແຕ່ງ ດັ່ງນັ້ນ ມັນຈຶ່ງມີ ຄຸນນະພາບ ດີ ແລະ ໄດ້ຣາຄາດີ. ນີ້ເປັນ ນະໂຍບາຍ ລວມ ທີ່ຈະ ພັທນາ ກາເຟ ລາວ ຕໍ່ໄປ ໂດຍຈະເນັ້ນ ໃສ່ປູກ ກາເຟນ້ອຍ ອາຣາບິກກາ ພັນຕິ ປິກກາ ຊຶ່ງແມ່ນ ຄົນ ຝຣັ່ງເສດ ໄດ້ນໍາເຂົ້າ ມາປູກ ເມື່ອເກືອບ 100 ປີກ່ອນ.