ການພັທນາທີ່ທໍາລາຍປະຊາຊົນ


2013.09.27
F-bannpakneun ບ້ານປາກເນີນ(ບ້ານຈັດສັນຂອງໂຄງການເຂື່ອນໄບຍະບູຣີ)ເມືອງນານ ແຂວງຫລວງພຣະບາງ
Citizen Journalist

 

ກຸ່ມນັກຄົ້ນຄວ້າຈາກຕ່າງປະເທດ ທີ່ຢູ່ໃນລາວມາເປັນເວລາ 10 ກວ່າປີແລ້ວ ເວົ້າວ່າ ການໃຫ້ສໍາປະທານ ທີ່ດິນ ແກ່ນັກລົງທຶນຕ່າງຊາດ ຂອງຣັຖບານລາວ ໃນຣະຍະ ທີ່ຜ່ານມາ ດັ່ງນັກ ລົງທຶນຈີນ ວຽດນາມ ແລະໄທ ເພື່ອການກະເສດ ຫລາຍພັນເຮັກຕາ ແລະໂຄງການ ພັທນາ ຕ່າງໆໃນລາວ ເຊັ່ນການ ຂຸດຄົ້ນແຮ່ທາດ ປູກຕົ້ນໄມ້ເສຖກິດ ປູກຢາງພາລາ ສ້າງເຂື່ອນໄຟຟ້າ ແລະອື່ນໆ ເພື່ອເຮັດໃຫ້ເສຖກິດ ເຕີບໃຫຍ່ຢ່າງນ້ອຍ 7 ຫາ 8% ທີ່ຣັຖບານລາວບອກວ່າ ເປັນໂຄງການທີ່ບໍ່ສາມາດ ຫລີກລຽງໄດ້ ແຕ່ໂຄງການດັ່ງກ່າວ ສົ່ງຜົລກະທົບຕໍ່ ປະຊາຊົນຢ່າງ ໃຫຍ່ຫລວງ ແທນທີ່ຈະເປັນການ ຍົກຣະດັບການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ແຮງເຮັດໃຫ້ປະຊາຊົນ ທຸກຍາກກວ່າ ເກົ່າ ໂດຍສະເພາະ ຜູ້ທີ່ເສັຽພື້ນທີ່ໃຫ້ ແກ່ນັກລົງທືນ ຈາກການ ສໍາປະທານຂອງຣັຖບານ.

ກຸ່ມນັກຄົ້ນຄວ້າ ໄດ້ໃຊ້ດາວທຽມສອຊ່ອງເບີ່ງໂຄງການ ພັທນາຕ່າງໆໃນລາວ ຕາມເຂດຕ່າງໆ ໃນທົ່ວປະເທດພົບວ່າ ບາງໂຄງການກໍຕັດ ໄມ້ອອກໄປຂາຍແລ້ວ ກໍບໍ່ໄດ້ເຮັດຫຍັງ ຫລັງຈາກນັ້ນກໍປະດິນຖິ້ມໄວ້ບາງໂຄງການກໍຍຶດເອົາດິນທີ່ອຸດົມສົມບູນຈາກຊາວບ້ານເຮັດໃຫ້ຊາວ ບ້ານຕ້ອງໄດ້ໂຍກຍ້າຍ ບໍ່ມີບ່ອນຢູ່ອາສັຍ ບ່ອນທຳມາຫາກີນທີ່ຫມັ້ນຄົງແລະ ຫລາຍຄອບຄົວກໍບໍ່ມີດິນຢູ່ຍ້ອນໂຄງການຂອງຣັຖບານ ໃຫ້ ການຊ່ອຍເຫລືອ ພຽງແຕ່ຣະຍະສັ້ນ ຫລັງຈາກນັ້ນປະຊາຊົນຕ້ອງກຸ້ມຕົນເອງ ປະຊາຊົນບໍ່ພໍໃຈ ແຕ່ກໍເຮັດຫຍັງບໍ່ໄດ້.

ກຸ່ມນັກຄົ້ນຄວ້າບອກວ່າແຜນການໃຫ້ສໍາປະທານທີ່ດິນສໍາລັບການພັທນາຂອງຣັຖບານລາວນັ້ນແຮງເຮັດໃຫ້ ປະຊາຊົນທຸກຍາກ ຕື່ມອີກ ຍ້ອນຂາດທີ່ຢູ່ອາສັຍ ແລະພື້ນທີ່ທໍາມາຫາກີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.