ທາງການລາວຈະຂຶ້ນ ຄ່າເຊົ່າທີ່ດິນ
2013.04.25
ຣັຖບານລາວ ມີນະໂຍບາຍ ຜັນທີ່ດິນ ເປັນທຶນ ສະນັ້ນ ຜ່ານມາ ຣັຖບານ ຈຶ່ງໄດ້ ອະນຸຍາດ ໃຫ້ ນັກລົງທຶນ ຕ່າງປະເທດ ເຊົ່າທີ່ດິນ ຫລາຍ ແສນເຮັກຕາຣ໌ ໃນຣາຄາ ຖືກໆ.
ອີກບັນຫານຶ່ງ ທີ່ດິນ ທີ່ໃຫ້ ສັມປະທານ ໄປນັ້ນ ມັກຈະໄປ ກວມເອົາດິນ ຂອງ ປະຊາຊົນ. ຣັຖບານ ຈຶ່ງໂຈະ ການໃຫ້ ສັມປະທານ ທີ່ດິນ ສຳຣັບ ໂຄງການໃຫຍ່ໆ ເປັນຕົ້ນ ໂຄງການ ປູກຢາງພາຣາ. ປັດຈຸບັນ ຣັຖບານ ກຳລັງ ທົບທວນ ແລະ ສຳຣວດ ກວດກາຄືນ ແລະ ຄິດວ່າ ອາດຈະຂື້ນຄ່າ ເຊົ່າທີ່ດິນ ເພາະດິນ ມີຣາແພງ ຂື້ນ. ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມມະຊາດ ທ່ານນຶ່ງ ເວົ້າວ່າ:
“ຕົວນີ້ ແນ່ນອນ ຢູ່ແລ້ວ ນະໂຍບາຍ ຜັນທີ່ດິນ ເປັນທຶນ ເພາະວ່າມັນ ກໍຂຶ້ນກັບ ການປະເມີນ ຣາຄາ ທີ່ດິນ. ທີ່ດິນນີ້ ແມ່ນຈະປະເມີນ ໂອໂຕມາຕິກ ໄດ້ກຳນົດ ຢູ່ໃນ ກົດໝາຍ 2 ຫລື 3 ປີ ນີ້ ພວກເຮົາ ຈະປັບຣາຄາ ທີ່ດິນຂຶ້ນ ເພາະການຜັນ ທີ່ດິນ ເປັນທຶນ ນີ້ ແນ່ນອນ ມັນກໍໄປຕາມ ກະບວນການ ຂອງທີ່ດິນ ເມື່ອທີ່ດິນ ຂື້ນ ມັນກໍຂື້ນ ໄປນຳ.”
ແຕ່ບັນຫາ ມີຢູ່ວ່າ ສຳຣັບຄ່າເຊົ່າ ທີ່ດິນຖືກໆ ທີ່ຣັຖບານ ໄດ້ເຊັນ ສັນຍາ ຕົກລົງ ໃຫ້ນັກລົງທຶນ ຕ່າງປະເທດ ເຊົ່າໄປແລ້ວ ນັ້ນເດ່ ຈະຂື້ນຄ່າ ເຊົ່າໄດ້ບໍ່? ເຈົ້າໜ້າທີ່ ທ່ານນັ້ນ ຕອບວ່າ:
“ການ ກຳນົດ ຣາຄາທີ່ດິນ ອັນນີ້ມັນ ກໍຂື້ນກັບ ສັນຍາ ເພາະເຮົາໄດ້ ຣະບຸ ໄວ້ວ່າ ສັນຍາ ທີ່ດິນການ ເຊົ່າ ສັມປະທານ ທີ່ດິນ ເຮັກຕາຣ໌ ນຶ່ງ ຄັ່ນຖ້າວ່າ ເປັນດິນ ບໍຣິເວນ ກວ້າງ ຄັ່ນຖ້າວ່າ ເປັນດິນ ບໍຣິເວນ ແຄບ ກໍຈະກຳນົດ ເປັນຕາເມັດ ຂື້ນຢູ່ກັບ ກຳນົດ ຣາຄາ ໃນຣະຍະ ນັ້ນ ແລະ ຢູ່ໃນສັນຍາ ມັນຈະ ຣະບຸ ມັນຈະຂື້ນ ຈັກເປີເຊັ່ນ ຈະຣະບຸ ຢູ່ໃນ ສັນຍາ ລະອຽດ.”
ເມື່ອຫ້າຫົກ ປີ ກ່ອນ ຣັຖບານລາວ ໃຫ້ຈີນ ແລະ ວຽດນາມ ເຊົ່າທີ່ດິນ ເພື່ອປູກ ຢາງພາຣາ ແລະ ພຶດ ອຸດສາຫະກັມ ອື່ນໆ ໃນຣາຄາ ຖືກໆ ບໍ່ເຖິງ 10 ດອນລ່າ ຕໍ່ເຮັກຕາຣ໌ ແລະ ຕໍ່ປີ.