ສປປລາວ ຕ້ອງການຄົນງານ


2013.08.22
F-workers ຄົນງານລາວ ທີ່ແຂວງບໍ່ແກ້ວ
RFA

 

ການຂາດເຂີນຄົນງານ ເປັນບັນຫາໃຫຍ່ ສຳລັບລາວ; ປັດຈຸບັນ ບໍຣິສັດ ແລະ ໂຮງຈັກໂຮງງານ ຕ້ອງການ ຄົນງານກວ່າ 30,000 ຄົນ. ທ່ານ ອ່ອນສີ ບຸດສີວົງສັກ ທີ່ປຶກສາ ອາວຸໂສ ຂອງ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ກ່າວຢູ່ກອງປະຊຸມ ນັກທຸຣະກິດ ທີ່ ນະຄອນຫລວງວຽງຈັນ ເມື່ອວັນອັງຄານ ທີ່ຜ່ານມາວ່າ ປັດຈຸບັນ ສປປລາວ ຂາດຄົນງານ ເຖິງ 31,000 ຄົນ. ທຸຣະກິດ ທີ່ຕ້ອງການ ຄົນງານ ຈຳນວນກວ່າ 3 ໝື່ນ ຄົນນັ້ນ ກໍແມ່ນ ໂຮງງານຕັດຫຍິບ ທຸຣະກິດການ ທ່ອງທ່ຽວ ອຸດສາຫະກັມ ແປຮູບ ໂຮງງານ ເຟີນີເຈີ ການກໍ່ສ້າງ ບໍຣິສັດ KP Nikon ແລະ Essiloz ທີ່ ແຂວງສວັນນະເຂດ. ນອກຈາກນັ້ນ ບໍຣິສັດ ປູກອ້ອຍ ທີ່ ແຂວງສວັນນະເຂດ ແລະ ບໍຣິສັດ ປູກຢາງພາຣາ ໃນທົ່ວປະເທດ ຍັງຕ້ອງການ ຄົນງານ ອີກຫລາຍພັນຄົນ. ວັຍລຸ້ນຊາວລາວ ຄົນນຶ່ງ ຢູ່ ນະຄອນຫລວງວຽງຈັນ ໃຫ້ເຫດຜົນ ສ່ວນນຶ່ງວ່າ:

“ໄວລຸ້ນສມັຍນີ້ ຂະເຈົ້າຂ້ອນຂ້າງ ເລືອກວຽກແດ່; ຖ້າເຮັດວຽກ ໄດ້ເງິນເດືອນ ຕາມທີ່ເຂົາຕ້ອງການ ຂະເຈົ້າ ວາງໄວ້ວ່າ ເຂົາຢາກໄດ້ ເງິນເດືອນເທົ່າໃດ ຖ້າບໍ່ໄດ້ ຂະເຈົ້າກໍຈະບໍ່ເຮັດ ຫັ່ນນະ; ວຽກມີ ຫລາຍຢູ່ ແຕ່ເຂົາ ບໍ່ຢາກເຮັດ ຕິວຽກ ແລະກໍຕິເຣື່ອງເງິນ.”

ທ່ານ ອ່ອນສີ ບຸດສີວົງສັກ ກ່າວອີກວ່າ ໃນຂະນະທີ່ ປະເທດລາວ ຕ້ອງການຄົນງານ ຫລາຍໝື່ນຄົນ ແຕ່ຄົນລາວ ໂດຍສະເພາະ ຊາວ ໜຸ່ມວັຍລຸ້ນ ນັບແສນຄົນ ຍັງຂ້າມໄປເຮັດວຽກ ຢູ່ປະເທດເພື່ອນບ້ານຢູ່ຄືເກົ່າ; ຢູ່ພາກກາງ ແລະພາກໃຕ້ ຂອງລາວ ເກືອບວ່າບໍ່ມີ ວັຍລຸ້ນ ເຮັດໄຮ່ເຮັດນາເລີຍ ມີແຕ່ຜູ້ເຖົ້າ ວັຍລຸ້ນສ່ວນຫລາຍ ຂ້າມໄປ ເຮັດວຽກ ຢູ່ໄທໝົດ. ສ່ວນຄົນງານ ທີ່ເຮັດວຽກ ຢູ່ໃນປະເທດ ກໍເຮັດວຽກ ແບບບໍ່ເອົາໃສ່ ບໍ່ມີວິນັຍ ເຊັ່ນໄດ້ເງິນເດືອນ ແລ້ວ ສອງສາມມື້ ກໍບໍ່ມາ ເຮັດວຽກ ຫລື ອອກການໄປເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.