ກຣຸງໄທເງິນກູ້ເຈຣະຈາຮ່ວມ ລົງທຶນ ຢູ່ລາວ
2013.12.10
ທະນາຄານກຣຸງໄທເພື່ອໃຫ້ເງິນກູ້ ຊຶ່ງເປັນເຄືອຂ່າຍ ຂອງທະນາຄານກຣຸງໄທ ກໍາລັງເຈຣະຈາ ກັບທະນາຄານ ຢູ່ສປປລາວ ເພື່ອຮ່ວມ ທຸຣະກິຈ ລົງທຶນໃຫ້ເງິນກູ້ ຢູ່ປະເທສລາວ. ຕາມຄໍາເວົ້າຂອງທ່ານ Weidt Nuchjalearn ຮອງປະທານ ຝ່າຍບໍຣິຫານອາວຸໂສ ຂອງ ທະນາຄານກຣຸງໄທ ແລະປະທານທະນາຄານເງິນກູ້ກຣຸງໄທ. ການເຈຣະຈາປະສົບຜົລສໍາເຣັດ ແລະການຮ່ວມລົງທຶນຈະເລີ່ມເຄື່ອນໄຫວ ວຽກງານ ໃນໄຕຣມາຕທີສອງ ຂອງປີ 2014.
ທ່ານວ່າ ການຮ່ວມລົງທຶນໃນກິຈການ ທີ່ຄາດວ່າຈະບໍ່ມີຫລາຍ ຂະນະທີ່ຕລາດເງິນກູ້ ຢູ່ສປປລາວ ປັດຈຸບັນ ມີມູນຄ່າພຽງ 98 ລ້ານໂດ ລາສະຫະຣັຖ. ຖ້າທຽບໃສ່ຕລາດເງິນກູ້ ຢູ່ປະເທສໄທ ແມ່ນໜ້ອຍກວ່າ.
ບໍຣິສັດໄທ ຍັງຂຍາຍການເຄື່ອນໄຫວກິຈການ ຂອງຕົນຢູ່ສປປລາວ ຢູ່ຕໍ່ໄປ ຂະນະທີ່ການດຶງດູດການລົງທຶນ ທາງເສຖກິດຂອງຕ່າງປະ ເທສ ເຂົ້າມາລາວເພີ່ມຂຶ້ນກ່ອນຮອດປະຊາຄົມເສຖກິດອາຊຽນທີ່ຈະເລີ່ມຂຶ້ນ ໃນອີກສອງປີ.
ຮອງປະທານຝ່າຍບໍຣິຫານ ຂອງທະນາຄານກຣຸງໄທ ເວົ້າວ່າ ການເພີ່ມຂຶ້ນ ຂອງການລົງທຶນ ຕ່າງປະເທສ ຢູ່ ສປປລາວ ຍ້ອນຄວາມ ຕ້ອງການເຄື່ອງຈັກເຄື່ອງຍົນ ອຸປກອນການຄ້າ ແລະຣົດໃຫຍ່ ຊຶ່ງເປັນອົງປະກອບສໍາຄັນ ຂອງທຸຣະກິດໃຫ້ເງິນກູ້ ຂອງທະນາຄານກຣຸງໄທ.
ທະນາຄານນີ້ ໄດ້ເປີດສາຂາແລ້ວ ຢູ່ນະຄອນຫລວງວຽງຈັນ ແລະມີແຜນ ທີ່ຈະເປີດສາຂາ ໃນລາວເພີ່ມອີກ ໃນວັນຂ້າງໜ້າ. ໃນກອງ ປະຊຸມກັບຣັຖບາລລາວ ໄດ້ຕົກລົງກັນວ່າ ທະນາຄານກຣຸງໄທ ຈະເປີດສາຂາ ອີກຢູ່ແຂວງນຶ່ງໃນຈໍານວນ 4 ແຂວງຄື: ສວັນນະເຂດ ຈໍາປາສັກ, ຫລວງພະບາງ ຫລື ບໍ່ແກ້ວ.