ທະນາຄານກາງລາວຂາດເງິນ ໂດລາ

ສິດນີ
2014.04.24
f-default ທະນາຄານກາງລາວ ຂາດເງິນຕຣາ ຕ່າງປະເທດ
RFA

 

ທະນາຄານ ແຫ່ງຊາດ ລາວ ປະກາດ ວ່າ ຈະເພິ້ມ ມາຕການ ໃນການ ສະສົມ ເງິນຕຣາ ຕ່າງ ປະເທດ ຫລາຍຂຶ້ນ ໃນ ທະນາ ຄານ ເພຶ່ອ ຄ້ຳປະກັນ ການ ນຳເຂົ້າ ສິນຄ້າ ທີ່ ທາງການລາວ ແລະ ນັກ ທຸຣະກິດ ຕ້ອງການ.

ໃນຄຳ ປາສັຍ ຕໍ່ ກອງປະຊຸມ ເຈົ້າຫນ້າທີ່ ກ່ຽວຂ້ອງ ແລະ ກຸ່ມນັກ ທຸຣະກິດ ໃນລາວ ທີ່ເປັນ ປະທານ ໂດຍ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ, ທ່ານ ສົມພາວ ໄພສິດ ປະທານ ທະນາ ຄານ ກາງ ສປປລາວ ກ່າວວ່າ ທາງ ທະນາຄານ ຈະ ສາມາດ ສະສົມ ເງິນ ສຳຮອງ ຕ່າງປະເທດ ເພຶ່ອ ຄ້ຳປະກັນ ການນຳເຂົ້າ ສິນຄ້າ ໄດ້ ໃນຣະຍະ 6 ຫາ 7 ເດືອນ ຂ້າງຫນ້າ.

ການ ປະກາດ ດັ່ງກ່າວ ມີຂຶ້ນ ຫລັງຈາກ ທີ່ ທະນາຄານ ໂລກ ໄດ້ຕັກ ເຕືອນ ຣັຖບານລາວ ວ່າ ສປປລາວ ກຳລັງ ປະເຊີນ ກັບ ເຫດ ວິກິດ ເງິນຕຣາ ຕ່າງ ປະເທດ ທີ່ຫລຸດ ລົງຫລາຍ ເປັນ ປວັດສາດ ໃນເວລາ ນີ້.

ບົດຣາຍງານ ຣະບຸວ່າ ເງິນຕຣາ ຕ່າງ ປະເທດ ໃນ ທະນາຄານ ແຫ່ງຊາດ ລາວ ໄດ້ ຫລຸດລົງ ເຖິງຈຸດ ຕ່ຳ ທີ່ສຸດ ໃນທົສວັດ ທີ່ຈະ ສາມາດ ຄ້ຳປະກັນ ການນຳເຂົ້າ ສິນຄ້າ ໄດ້ພຽງ ແຕ່ 1.3 ເດືອນ ເທົ່ານັ້ນ.

ໃນເດືອນ ທັນວາ 2013 ທະນາຄານ ແຫ່ງຊາດ ລາວ ປະກາດວ່າ ຕົນຈະບໍ່ ອະນຸມັດ ເງີນກູ້ ໃຫ້ແກ່ ບໍຣິສັດ ທີ່ ບໍ່ສາມາດ ສ້າງລາຍຮັບ ດ້ວຍເງີນ ຕຣາ ຕ່າງປະເທດ ເພາະ ຈະເປັນ ການສິ້ນເປືອງ ເງິນ ສຳຮອງ ຕ່າງ ປະເທດ ຂອງ ທະນາຄານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.