ກຸນແຈເຂົ້າຫາຕລາດ 3 ປະເທດ

ສິດນີ
2014.04.10
F-Market ປະຊາຊົນລາວ ສ່ວນໃຫຍ່ ລື້ງເຄີຍ ໃນການຄອງຊີພ ແບບພໍພຽງ
Citizen Journalist

 

ຫນັງສືພິມ The business monitor ຣາຍງານ ວ່າ ກຸນແຈ ອັນສຳຄັນ ໃນການ ເຂົ້າເຖິງ ຕລາດ ຂອງ ກຳພູຊາ ສປປລາວ ແລະ ພະມ້າ ກໍແມ່ນ ການສຶກສາ ຮຽນຮູ້ ກ່ຽວກັບ ສະພາບ ການເມືອງ ເສຖກິດ ແລະ ການປົກຄອງ ຂອງ ປະເທດ ດັ່ງກ່າວ ໂດຍສະເພາະ ໃນ ທຸຣະກິດ ຂແນງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ, ການ ກະສິກັມ ການ ທະນາຄານ ການຂຸດຄົ້ນ ນ້ຳມັນ ແລະ ແກັສ ທັມຊາດ ການ ຂຸດຄົ້ນ ແຮ່ທາດ ການ ທ່ອງທ່ຽວ ທຸຣະກິດ ຕັດຫຍິບ ແລະ ທຸຣະກິດ ແຜ່ນແພ.

ທຸຣະກິດ ໃນ ສາມ ປະເທດ ດັ່ງກ່າວ ຈະສ້າງ ໂອກາດ ແລະ ຣາຍໄດ້ ອັນ ມະຫາສານ ໃຫ້ແກ່ ນັກລົງທຶນ ໃນ ທົສວັດ ຕໍ່ໄປ ໃນຂນະທີ່ ເສຖກິດ ຂອງ ປະເທດ ເຫລົ່ານີ້ ກຳລັງ ມີການ ເຕີບໂຕ ແລະ ຈະເຂົ້າສູ່ ເສຖກິດ ໂລກ ໃນໄວໆ ນີ້ ຊື່ງ ເປັນການ ເຫມາະສົມ ກັບ ບໍຣິສັດ ແລະ ກຸ່ມ ນັກລົງທຶນ ຕ່າງຊາດ ຜູ້ທີ່ ກຳລັງ ຊອກຫາ ຕລາດ ການລົງທຶນ ໃຫມ່ ທີ່ ຈະສ້າງ ກຳໄຣ ຢ່າງ ວ່ອງໄວ.

ຫນັງສືພິມ ດັ່ງກ່າວ ຍັງໄດ້ ຣາຍງານ ກ່ຽວກັບ ການເຕີບໂຕ ຂອງ ເສຖກິດ ແລະ ຄວາມ ຫມັ້ນຄົງ ຂອງ ສະພາບ ການເມືອງ ຂອງ ສາມ ປະເທດ ນີ້ວ່າ ມີການ ປົກຄອງ ແບບ ແຕກຕ່າງ ກັນ ສປປລາວ ປົກຄອງ ດ້ວຍ ພັກດຽວ ສະພາບ ການເມືອງ ຫມັ້ນຄົງ ແຕ່ ສອງ ປະເທດ ຍັງມີ ຄວາມສ່ຽງ ໃນການ ລົງທຶນ ຢູ່ ຍ້ອນມີ ການປະທ້ວງ ແລະ ການລຸກຮື ຂອງ ກຸ່ມ ແຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.