ທຸຣະກິຈໃນລາວຂາດແຄນຄົນງານ
2013.10.14

ເມື່ອປະມານເດືອນກວ່າຜ່ານມານີ້ ທັງນັກລົງທຶນພາຍໃນແລະຕ່າງປະເທດ ຕ່າງກໍອອກປາກວ່າ ຂາດເຂີນຄົນງານເປັນຈໍານວນຫຼວງຫລາຍ. ຕາມລາຍງານຂອງສື່ມວນຊົນໃນລາວ. ທ່ານ ອ່ອນສີ ບຸດສີວົງສັກ ປະທານສະມາຄົມຕັດຫຍິບ ແລະທີ່ປຶກສາສະພາອຸດສາຫະກັມການຄ້າ ເປີດເຜີຽວ່າໃນລະຍະນີ້ຫລາຍຫົວຫນ່ວຍທຸຣະກິດຂອງນັກລົງທຶນພາຍໃນແລະຕ່າງປະເທດມີຄວາມຂັດຂ້ອງວ່າ ມາລົງທຶນແລ້ວພັດຊອກຫາ ຄົນງານມາເຮັດວຽກບໍ່ໄດ້ ຕາມຄວາມຕ້ອງການ. ທ່ານວ່າ ຂແນງອູດສາຫະກັມຕັດຫຍິບ ຕ້ອງການຄົນງານປີລະ 9,000 ກວ່າຄົນ ອຸດສາ ຫະກັມປຸງແຕ່ງ 300 ກວ່າຄົນທ່ອງທ່ຽວ 2,400 ກວ່າຄົນ ໂຮງງານເຫລັກເສັ້ນ 600 ກ່ວາຄົນ ໂຮງງານເຮັດ ເຟີນີເຈີ 5,000 ກວ່າຄົນ ກໍ່ສ້າງ 5,000 ກວ່າຄົນ ແລະຂະແໜງອື່ນໆ ລວມແລ້ວ ຕ້ອງການຄົນງານປະມານ 31,000 ກວ່າຄົນຕໍ່ປີ.
ທ່ານວ່າ ໃນສະພາບທີ່ຂາດເຂີນຄົນງານດັ່ງທີ່ເປັນຢູ່ນີ້ຄົນງານຢູ່ໃນລາວຊໍ້າພັດຫລັ່ງໄຫລໄປເຮັດວຽກຢູ່ປະເທດເພື່ອນບ້ານ ຈໍານວນຫຼາຍແສນ ຄົນ ທັງຖືກຕ້ອງແລະບໍ່ຖືກຕ້ອງຕາມກົດໝາຍໂດຍບໍ່ມີມາຕການຄວບຄຸມຢ່າງເຂັ້ມງວດ. ຢູ່ແຂວງພາກກາງແລະພາກໃຕ້ມີຫລາຍບ້ານ ທີ່ບໍ່ມີ ຊາວຫນຸ່ມເຮັດວຽກການຜລິດ ເຫລືອແຕ່ຜູ້ເຖົ້າ ເຮັດວຽກພໍກຸ້ມຢູ່ກຸ້ມກິນ. ສະພາບທີ່ຄົນຫນຸ່ມນ້ອຍໜີອອກໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ມີມາແຕ່ດົນເປັນສິບໆປີແລ້ວ ແລະປັດຈຸບັນ ກໍຍັງຫລັ່ງໄຫລອອກໄປເລື້ອຍໆ.
ການຂາດເຂີນຄົນງານເຮັດວຽກ ເຮັດໃຫ້ຫນ່ວຍທຸຣະກິດຍາດແຍ່ງຄົນງານກັນ ໂດຍສະເພາະປາກົດການ ການເຂົ້າອອກການ ຈາກໂຮງງານ ຫລືບໍຣິສັດນຶ່ງ ໄປຫາອີກບໍຣິສັດນຶ່ງ ມີຫລາຍຂຶ້ນ. ຄົນງານເກີດມີຄວາມຄິດ ບໍ່ງໍ້ວຽກງານຂາດວິນັຍ ແລະຂາດການຮັບຜິດຊອບ ວຽກງານ. ສະພາບຂາດເຂີນຄົນງານ ແລະ ຄົນງານຂາດ ລະບຽບວິນັຍ ເຮັດໃຫ້ການຜລິດ ສິນຄ້າ ໃນລາວບໍ່ສາມາດແຂ່ງຂັນ ໃນຕລາດອາຊຽນໄດ້.