ໂຮງງານໄມ້ແປຮູບ ຂ.ອັດຕະປື
2013.08.19
ເຂດ ອຸດສາຫະກັມ ຫລັກ 18 ແຂວງ ອັດຕະປື ມີໂຮງງານ ໄມ້ ແປຮູບ ແລ້ວ.
ນັບຕັ້ງແຕ່ ຕົ້ນປີ 2013 ນີ້ມາ ໂຄງການ ເຂດເສຖກິດ ອຸດສາຫະກັມ ຫລັກ 18 ຢູ່ແຂວງ ອັດຕະປື ມີການລົງທຶນ ແລ້ວ ເປັນບາງສ່ວນ ເປັນຕົ້ນ ແມ່ນສ້າງ ໂຮງງານ ໄມ້ແປຮູບ ປະເພດຕ່າງໆ ຂອງ ບໍຣິສັດ ໃນລາວ. ດັ່ງເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ເວົ້າ ໃນວັນທີ 19 ສິງຫາ ນີ້ວ່າ:
"ສ່ວນຫລາຍນັ້ນ ມັນເປັນລັກສນະ ມາລົງທຶນ ແບບໂຮງງານ ໄມ້ແປ ໂຮງງານ ປຸງແຕ່ງໄມ້ ຈັ່ງຊັ້ນຫັ້ນນະ ສ່ວນຫລາຍມັນ ເປັນບໍຣິສັດ ຂອງລາວນໍ ກະບໍ່ຫລາຍດອກ ໂຮງງານຂນາດໃຫຍ່ ນີ້ບໍ່ທັນມີ".
ທ່ານເວົ້າ ຕໍ່ໄປວ່າ ໂຮງງານດັ່ງກ່າວ ໄດ້ໄມ້ມາຈາກ ປ່າທັມຊາດ ເມື່ອແປ ຮູບແລ້ວ ກໍສົ່ງໄປຂາຍ ໃຫ້ວຽດນາມ. ແຕ່ໂຮງງານ ທີ່ວ່ານີ້ ອາຈດໍາເນີນ ໄປໄດ້ ອີກບໍ່ດົນ ຍ້ອນໄມ້ ທີ່ທາງບໍຣິສັດ ຮັບຊື້ມາ ນັ້ນ ຖືກຕັດໃກ້ ຈະໝົດແລ້ວ.
ໂຄງການ ເຂດອຸດສາຫະກັມ ຫລັກ18 ຍັງບໍ່ທັນໄດ້ ສໍາຫຣວດ ຢ່າງລະອຽດ ເທື່ຶອ ແຕ່ທີ່ຜ່ານມາ ທາງແຂວງກໍໄດ້ ໃຫ້ນັກລົງທຶນ ສໍາຫຼວດ ບາງພື້ນທີ່ ແລ້ວ. ໃນປີຜ່ານມາ ມີຂ່າວວ່າ ນັກທຸຣະກິດ ວຽດນາມ ຫລາຍຄົນ ສົນໃຈ ແລະ ກຽມເຂົ້າມາ ລົງທຶນ ແຕ່ຈົນຮອດ ປັດຈຸບັນ ກໍຍັງບໍ່ທັນ ເຫັນຄວາມ ຄືບໜ້າ ຢ່າງໃດ.
ສ່ວນວ່າ ເຂດເສຖກິດ ອີກແຫ່ງນຶ່ງ ຂອງແຂວງ ອັດຕະປື ຄື: ເຂດເສຖກິດ ດ່ານພູເກື້ອ ຊຶ່ງທາງແຂວງ ກໍານົດເປັນເຂດ ການຄ້າ ຊາຍແດນ ຣະຫວ່າງ ລາວ, ວຽດນາມ ແລະ ກໍາພູຊາ ນັ້ນ ປັດຈຸບັນ ຍັງບໍ່ທັນມີ ນັກທຸຣະກິດ ຜູ້ໃດ ເຂົ້າມາລົງທຶນ ເທື່ອ ເຖິງແມ່ນມີ ຂ່າວເມື່ອປີ ກາຍວ່າ ນັກລົງທຶນ ວຽດນາມ ຫລາຍຄົນ ໄດ້ມາ ທາບທາມ ແລະ ສໍາຫລວດພື້ນທີ່ ເພື່ອກຽມລົງທຶນ ແລ້ວກໍຕາມ.