ວຽດນາມຄ້າຂາຍຢູ່ລາວບໍ່ສົນໃຈ ຂໍອະນຸຍາດ


2013.08.23
F-vietnam ສະຖານກົງສຸນໃຫຍ່ ສສຫວຽດນາມ ປະຈໍາແຂວງ ຫລວງພຣະບາງ
backpack

 

ຊາວວຽດນາມ ທີ່ເຂົ້າມາຄ້າຂາຍ ຢູ່ແຂວງ ຫລວງພຣະບາງ ເມື່ອຢູ່ຈົນໝົດ ກໍານົດເວລາ ທີ່ ທາງແຂວງ ອະນຸຍາດ ໃຫ້ຢູ່ນັ້ນແລ້ວ ສ່ວນຫລາຍ ຈະບໍ່ມາຣາຍງານຕົວ ຕໍ່ເຈົ້າໜ້າທີ່ ຈຶ່ງກາຍເປັນຄົນ ເຂົ້າເມືອງຜິດກົດໝາຍ ຍ້ອນຊາວວຽດນາມ ແລະ ຄົນຈາກ ປະເທດ ສະມາຊິກ ອາຊຽນ ອື່ນໆ ທີ່ເຂົ້າມາ ຄ້າຂາຍ ໃນລາວນັ້ນ ບໍ່ຕ້ອງເຮັດ ວີຊາ ຄືແຕ່ກ່ອນ ມີແຕ່ແຈ້ງ ໜັງສື ເຂົ້າ-ອອກຊື່ໆ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ແຂວງ ຫລວງພຣະບາງ:

"ກະມີຄືກັນ ແລ້ວກະຖືກ ເຈົ້າໜ້າທີ່ເຮົາ ປັບໃໝຫັ້ນແຫລະ ຕາມຣະບຽບການ ຂອງກະຊວງ ຂະເຈົ້າ ເຮັດຫັ້ນແຫລະ ເພາະວ່າເຮົາບໍ່ ມີວີຊາ ນໍາກັນແລ້ວເດ້ ບັນດາ ປະເທດອາຊຽນ ບໍ່ໄດ້ອອກວີຊາເດ້ ມີແຕ່ ແຈ້ງເຂົ້າແຈ້ງອອກ ໃຫ້ຖືກຕ້ອງຕາມ ລະບຽບການ ຢູ່ດ່ານ ຫັ້ນກໍແລ້ວ".

ທ່ານກ່າວ ຕໍ່ໄປວ່າ ຕາມປົກຕິແລ້ວ ຜູ້ທີ່ເຂົ້າມາ ຄ້າຂາຍ ໃນແຂວງ ເມື່ອຢູ່ຄົບ ກໍານົດເວລາ ອະນຸຍາດແລ້ວ ຕ້ອງມາຣາຍງານຕົວ ຕໍ່ເຈົ້າໜ້າທີ່ ປະຈໍາດ່ານ ກວດຄົນເຂົ້າເມືອງ ເພື່ອຂໍຢູ່ຕໍ່. ສໍາລັບ ຜູ້ສວຍໂອກາດ ບໍ່ປະຕິບັດຕາມ ເມື່ອຖືກຈັບ ບາງຄົນກໍຖືກ ສົ່ງຕົວ ກັບປະເທດ ທັນທີ.

ຊາວວຽດນາມ ທີ່ເຂົ້າມາຄ້າຂາຍ ໃນແຂວງ ຫລວງພຣະບາງ ມີຫລາຍ ພໍສົມຄວນ ແຕ່ທາງການ ກ່ຽວຂ້ອງ ຍັງບໍ່ສາມາດ ເປີດເຜີຍ ຈໍານວນໄດ້. ສ່ວນຜູ້ທີ່ມາ ຄ້າຂາຍ ແລ້ວບໍ່ໄປ ຕໍ່ອາຍຸວີຊານັ້ນ ຄາດວ່າ ອາຈມີຢູ່ ອີກຈໍານວນນຶ່ງ ທີ່ຍັງບໍ່ຖືກຈັບ. ທີ່ຜ່ານມາ ເຄີຍມີຫາງສຽງ ຈາກປະຊາຊົນ ວ່າ ພໍ່ຄ້າຊາວຂາຍ ຕ່າງປະເທດ ທີ່ເຂົ້າມາຢູ່ລາວ ແບບບໍ່ຖືກກົດ ໝາຍນັ້ນ ໄດ້ຍາດແຍ່ງ ຕລາດ ຂອງຄົນລາວໄປ ເຮັດໃຫ້ ພໍ່ຄ້າແມ່ຄ້າ ຊາວລາວ ເດືອດຮ້ອນ ຮວມທັງຢູ່ ແຂວງ ຫລວງນໍ້າທາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.