ມ. ຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບຜິດກົດໝາຍຫຼາຍ

ອຸ່ນແກ້ວ
2022.02.04
ມ. ຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບຜິດກົດໝາຍຫຼາຍ ການສັນຈອນໃນຕອນກາງຄືນ ຂອງປະຊາຊົນໃນເຂດ ນະຄອນຫຼວງວຽງຈັນ, ວັນທີ 3 ກັນຍາ 2021.
RFA

ຄົນ​ຈີນ ແລະ ຄົນວຽດ​ນາມ ລັກ​ເຂົ້າ​ມາ​ອາ​ສັຍ​ຢູ່ ເຂດ​ບ້ານຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນ​ຫລວງວຽງ​ຈັນ ແບບ​ຜິດ​ກົດ​ໝາຍ ໂດຍ ບໍ່​ແຈ້ງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ​ຂັ້ນ​ບ້ານ​ຮັບ​ຮູ້​ວ່າ ມີ​ການ​ເຂົ້າ​ມາ​ອາ​ສັຍຢູ່​ບ້ານ​ຂົວ​ຫລວງ ເຮັດ​ໃຫ້ ຄະ​ນະ​ບ້ານ ບໍ່​ສາ​ມາດຮັບ​ຮູ້​ໄດ້ ຄັກ​ແນ່​ວ່າ ມີ​ປາ​ກົດ​ການ​ແນວ​ໃດ ເນື່ອງ​ຈາກ ບໍ່​ມີ​ທີ່​ມາ​ທີ່​ໄປ​ບຸກ​ຄົນ​ກຸ່ມນີ້. 

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູລີ ນະ​ຄອນ​ຫລວງວຽງ​ຈັນ ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ກຸມ​ພາ ວ່າ:

ເວລາໄປພັກເຊົາຢູ່ບ້ານນັ້ນ ບໍ່ເຂົ້າໄປແຈ້ງຫ້ອງການບ້ານຫັ້ນນ່າ ແລ້ວ ມັນເຮັດໃຫ້ເຮົາ ເກັບກຳຖິຕິ ຄົນຕ່າງປະເທດຫັ້ນຍາກ ຄັນເວລາມັນເກີດບັນຫາມາແລ້ວ ເຮົາບໍ່ຮູ້ຫັ້ນນ່າ ຄັນຊິເວົ້າ ເຂົາເຈົ້າມາລີ້ຊ້ອນ ຫັ້ນແຫຼະ ຄື ກັມກອນ ບາງຄົນ ກໍບໍ່ພັດປອດ ຈັ່ງຊີ້ນ່າ ເຂົາຈ້ຳໃບຜ່ານແດນ 4,000 ກີບ ແລ້ວເຂົ້າມາເລີຍ ບໍ່ມີພັດສະປອດ ບໍ່ມີບັດແຮງງານຈັ່ງຊີ້ນ່າ.”

ທ່ານ ກ່າວ​ຕື່ມວ່າ ນອກຈາກນີ້ ບາງກໍລະນີ ຄົນຈີນ ແລະ ຄົນວຽດນາມ ກໍຈະມີເຣື່ອງມັກຜິດກັນເອງ ຫຼື ກັບຄົນລາວ ຫຼັງຈາກກິນເຫຼົ້າ-ເບັຽ ນຳກັນ ກໍເຮັດໃຫ້ການແກ້ໄຂ ມີຄວາມຫຍຸ້ງຍາກ ອີກຢ່າງນຶ່ງ ເວລາຄົນຈີນ ແລະ ວຽດນາມ ແຈ້ງການບ່ອນພັກເຊົາ ໃຫ້ຄະນະບ້ານຮັບຮູ້ ກໍເຮັດໃຫ້ບ້ານເອງ ບໍ່ສາມາດເກັບກຳຈຳນວນໄດ້ນຳອີກ.

ຄົນຈີນ ແລະ ວຽດ​ນາມ ​ລັກ​ມາອາ​ສັຍ ຢູ່​ເຂດ​ບ້ານ​ຂົວ​ຫລວງ ແລະ  ບາງ​ຄົນ​ກໍ​ມາ​ຢູ່ເປັນ​ເວ​ລາ​ຫຼາຍ​ປີ​ແລ້ວ ຊຶ່ງບໍ່​ໄດ້​ພຽງ​ແຕ່ອາ​ສັຍ ຢູ່ແບບບໍ່​ຖືກ​ກົດ​ໝາຍ​ເທົ່າ​ນັ້ນ ເຂົາ​ເຈົ້າຍັງ​ມີ​ການ​ປະ​ກອບ​ອາ​ຊີບ ທີ່​ສະ​ຫງວນໄວ້​ໃຫ້ ​ຄົນ​ລາວ​ນຳ​ອີກ ໂດຍ​ສະ​ເພາະ ອາ​ຊີບບໍ​ຣິ​ການ​ຕັດ​ຜົມ, ທາ​ເລັບ, ​ເສີມ​ສວຍ ແຕ່ ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້.   

ຊາວ​ບ້ານ ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ອີກ ທ່ານ​ນຶ່ງ ໄດ້​ກ່າວ​ໃນ​ວັນ​ທີ 4 ກຸມ​ພາ ວ່າ:

ບາງເທື່ອເນາະ ຄື ບ້ານເຮົານີ້ ກໍມີຄົນວຽດ ມາເຮັດແຕ່ກໍມີ ໃນບ້ານ ບໍ່ໄດ້ອະນຸຍາດດອກ ແຕ່ ເຂົາກໍເຮັດໂລດຫັ້ນແຫຼະ ແຕ່ວ່າ ເຂົາກໍເຮັດໄປຕາມແບບທັມດາ ຊື່ໆ ນ່າ ຮ້ານນ້ອຍໆ ເລັກໆ ຫັ້ນໄດ້, ຖ້າຜູ້ໃດ ຢູ່ບ້ານໃດ ຊິແມ່ນຄົນລາວ ຄົນຕ່າງປະເທດ ຄົນຫຍັງກໍຢ່າ ຕ້ອງໄດ້ ບ້ານຮູ້ໝົດ ເຈົ້າມາດີ ຫຼື ມາຮ້າຍຊັ້ນເດ້.”

ສວນ​ວ່າ ຊາວ​ບ້ານ ຂົວ​ຫລວງ ອີກ​ທ່າ​ນ​ນຶ່ງ ພັດ​ເວົ້າ​ວ່າ ການ​ເຂົ້າ​ມາ ອາ​ສັຍ​ພັກ​ເຊົາຂອງ​ຄົນ​ຈີນ ແລະ ວຽດ​ນາມ ບໍ່​ໄດ້​ສ້າງ​ຜົ​ລ​ກະ​ທົບ​ຕໍ່​ການ​ດໍ​າ​ເນີນ ຊີ​ວິດ​ຂອງ​ຄົນ​ລາວ​ໃນ​ເຂດ​ນັ້ນ ເນື່ອງ​ຈາກ ຄົນ​ລາວ ພາຍ​ໃນ​ເຂດ​ບ້ານ​ຂົ​ວ​ຫລວງ ກໍ​ໄປ​ຊື້ ເຄື່ອງ​ຂອງ​ຄົນຈີນ ແລະ ວຽດ​ນາມ ກຸ່ມ​ດັ່ງ​ກ່າວ ມາ​ຄ້າ​ຂາຍ​ໃນ​ຮ້ານ​ໂຕ​ເອງ ກໍ​ເປັນ​ການ​ຊື້ ຂາຍ ລ​ະ​ຫວ່າງກັນ.

ຊາວ​ບ້ານ​ຂົວ​ຫລວງ​ອີກ ຜູ້​ນຶ່ງ ກ່າວ​ວ່າ:

ສ່ວນຫຼາຍ ເຂົ້າເຈົ້າກໍມາຄ້າຂາຍ ເຮັດຂາຍເຄື່ອງຫັ້ນແຫຼະ ນຳຮ້ານໄປຊັ້ນ ແຫຼະ ໂອ້ຍ ບ້ານອ້າຍເຂົາກໍມາຂາຍເຄື່ອງ ຄຸກກະດອກ ຕຸກກະຕາ ໄປຫັ້ນແຫຼະ ນຳທາງໄປຫັ້ນ ແຫຼະຂາຍປີນປອກ ປືນນ້ຳ ຫັ້ນແຫຼະ ຢູ່ນຳກັນໄປຈັ່ງຊີ້ແຫຼະ ບໍ່ມີອາຫານລ້ຽງ ຢາກຂາຍ ອັນນັ້ນ ນີ້ ກໍບໍ່ມີເດ້ນ່າ.”

ຫຼ້າ​ສຸດ ເມື່ອວັນທີ 1 ກຸມ 2022 ມາຊິກພາແຫ່ງຊາດ ຫຼື ສຊ ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລົງພື້ນພົບ​​ກັບຜູ້ມີສິດເລືອກຕັ້ງ ຢູ່ວັດຂົວຫລວງ ບ້ານຂົວຫລວງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ອຳ​ນາດການປົກຄອງຂັ້ນບ້ານ ຢູ່ບ້ານຂົວຫລວງ ກໍໄດ້ລາຍງານສະພາບບັນຫາຂ້ອງໃຈ ທີ່ຄົນຈີນ ແລະ ຄົນວຽດນາມ ມາລັກຢູ່ແບບຜິດກົດໝາຍໃຫ້ ສຊ ໄດ້ຮັບຟັງ.

ພ້ອມ​ດຽວ​ກັນ ສ​ສ​ຊ ກໍ​ໄດ້​ສັ່ງ​ໃຫ້ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ທ້ອງ​ຖິ່ນ ຢູ່​ບ້ານ​ຂົວ​ຫລວງ ເກັບ​ກຳ​ຂໍ້​ມູນ ແລ້ວ​ເຮັດ​ບົດ​ຣາຍ​ງານ ສົ່ງ​ຫາ​ພາກ​ສ່ວນ​ກ່ຽວ​ຂ້ອງ ເພື່ອ​ຫາ​ນິ​ຕິ​ກຳ ທີ່​ມີ​ຄວາມ​ເຄັ່ງ​ຄັດ ປະ​ຕິ​ບັດ​ຕໍ່​ຊາວ​ຈີນ ແລະ ວຽດ​ນາມ ທີ່​ລັກ​ຢູ່​ພາຍ​ໃນ​ເຂດ​ບ້ານ ບໍ່​ຖືກ​ຕ້ອງ ເປັນ​ລຳ​ດັບ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຢູ່​ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ກ່າວ​ວ່າ:

ຜູ້ແທນຫັ້ນ ເພິ່ນກໍໃຫ້ກວດສອບຫັ້ນແຫຼະ ກໍເຮັດຕາມລະບຽບ ເພິ່ນກໍວ່າ ຄັນຢູ່ບ້ານເຮົາ ບ້ານເຮົາ ກໍຄຸ້ມຄອງ ກໍຕິດຄາມໃຫ້ມັນ ໄດ້ ຖ້າມີຄົນເຂົ້າ ຄົນອອກກໍ ພະຍາຍາມໃຫ້ໄປເບິ່ງຫັ້ນແຫຼະ ວ່າ ຢູ່ຈຸດໃດ ໜ່ວຍໃດ ກໍມີແຕ່ເຮົາເອົາຂໍ້ມູນ ແລ້ວ ສເນີຂັ້ນເທິງ ໃຫ້ຂັ້ນເທິງ ແກ່ໄຂຫັ້ນແຫຼະ ເຣື່ອງນິຕິກັມ ໃຫ້ເພິ່ນໄປຄົ້ນຄວ້າ.”

ທ່ານ ກ່າວ​ຕື່ມ​ວ່າ ຈຳ​ນວນ​ຄົນຈີນ ວຽດ​ນາມ ທີ່​ເຂົ້າ​ມາ​ອາ​ສັຍ ຢູ່ພາຍ​ໃນ​ບ້ານ​ຂົວ​ຫລວງນີ້ ແມ່ນ​ເວົ້າ​ພາ​ສາ​ລາວ ໄດ້​ສະ​ເພາະ ລະ​ດັບ​ຫົວ​ໜ້າ ຮັບ​ເໝົາ​ກໍ່​ສ້າງ ຫຼື ເຈົ້າຂອງ​ຮ້າ​ນ​ຂາຍ​ເຄື່ອງ ເນື່ອງ​ຈາກ ພວກ​ເຂົາ​ເຈົ້າ ຢູ່ພາຍ​ໃນ​ບ້ານ​ ມາ​ເປັນ​ເວ​ລາ​ດົນ​ກວ່າ 10-20 ປີ​ແລ້ວ.

ເຣື່ອງ​ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ ມາອາ​ສັຍ​ພັກ​ເຊົາ ຢູ່​ພາຍ​ໃນ​ແຕ່​ລະ​ບ້ານ ແຕ່​ລະ​ເມືອງ ແຕ່​ລະ​ແຂວງ​ແມ່ນ​ເປັນ​ວ​ຽກ​ງານ​ຂອງ ເຈົ້າ​ໜ້າ​ທີ່ຕຳ​ຣວດ ປະ​ຈຳ​ກຸ່ມ​ບ້ານ ໃນ​ຂັ້ນ​ທຳ​ອິດ, ຖ້າ​ປະ​ຊາ​ຊົນ ພົບ​ເຫັນ ປາ​ກົດ​ການ ຊາວ​ຕ່າງ​ປະ​ເທດ​ລັກ​ອາ​ສັຍ ​ພັກ​ເຊົາ ໂດຍບໍ່​ໄດ້​ແຈ້ງ​ຂັ້​ນ​ບ້ານ ພາຍ​ໃນ 24 ຊົ່ວ​ໂມງ ໃຫ້​ໄປ​ແຈ້ງ​ເຈົ້າ​ໜ້າ​ທີ່ຕຳ​ຣວດ ປະ​ຈຳ​ກຸ່ມ​ບ້ານ​ທັນ​ທີ.

ເຈົ້າ​ໜ້າ​ທີ່​​ເມືອງ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

ທີ່ຈິງແລ້ວ ໂຕນີ້ ເຮົາມີລະບຽບເນາະ ເຮົາມີລະບຽບ ໃນການແກ້ໄຂ ສະນັ້ນໂຕນີ້ຫັ້ນນ່າ ຫຼັກໆ ຕ້ອງຫາກຸ່ມບ້ານກ່ອນເນາະ ຄັນວ່າ ມັນເກີດຢູ່ໃສ ເຈົ້າຕ້ອງໄປຫາຢູ່ ຫັ້ນກ່ອນຄັນຖ້າວ່າ ຢູ່ຫັ້ນແກ້ບໍ່ໄດ້ນ່າ ໄປຄາມສາຍຂອງມັນ ໄປຫາຢູ່ເມືອງຢູ່ ແຂວງມັນຈະມີສາຍຂອງມັນແນວນີ້.”

 ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປຫາ ເຈົ້າ​ໜ້າ​ທີ່ ປກ​ສ ກຸ່ມ​ບ້ານ 2 ຊຶ່ງ​ເປັນ​ກຸ່ມ​ບ້ານ​ທີ່​ມີ​ບ້ານ​ຂົວຫລວງ ຢູ່​ໃນ​ຄວາ​ມຮັບ​ຜິ​ດ​ຊອບ ເພື່ອ​ຖາມ​ເຖິງ​ຈຳ​ນວນ​ຊາວ​ຈີນ ແລະ ຄົນວຽດ​ນາມ ແຕ່ກໍ​ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້ ລວມ​ເຖິງ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຂັ້ນ​ເມືອງ ກໍ​ບໍ່​ຮັບ​ຮູ້​ລາຍ​ລະ​ອຽດ ​ກ່ຽວ​ກັບ​ຄົນ​ຈີນ ແລະຄົນວຽດ​ນາມ ທີ່ເຂົ້າ​ມາ​ມາ​ອາສັຍ​ພັກ​ເຊົາ ໂດຍບໍ່​ໄດ້​ແຈ້ງ​ຂັ້ນບ້ານ ໃນ​ເຂດ​ບ້ານ​ຂົວ​ຫລວງ​ ແຕ່​ຢ່າງ​ໃດ.

ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ແມ່ນ​ເປັນ​ບ້ານ ທີ່​ມີ​ຄົນ​ຈີນ ແລະວຽດ​ນາມ ເຂົ້າ​ມາ​ມາ​ຢູ່​ແບບ​ຜິດ​ກົດ​ໝາຍຫຼາຍ ເປັນ​ຕົ້ນໃນ​ເຂດ​ກຸ່ມ​ບ້ານ 2 ຂອງ​ເມືອງ​ຈັນ​ທະ​ບູ​ລີ ໃນ​ຂະ​ນະ​ທີ່ບ້ານ​ອື່ນໆ ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ບ້ານຂົວ​ຫລວງ ເປັນ​ຕົ້ນ​ ບ້ານ​ດົງ​ໝ້ຽງ, ບ້າ​ນ​ທົ່ງ​ຕູມ ແລະ ບ້ານ​ຮ່ອງ​ຄ້າ ກໍ​ມີ​ຊາວ​ຈີນ ແລະ​ ວຽດ​ນາມ ເຂົ້າ​ມາ​ອາ​ສັຍ ພັກ​ເຊົາ​ຄື​ກັນ ແຕ່​ເຂດ​ບ້ານ​ດັ່ງ​ກ່າວ​ນີ້ ຄົນ​ຈີນ ແລະ ວຽດ​ນາມ ແມ່ນອາ​ສັຍ​ພັກ​ເຂົາ ແບບ​ຖືກ​ຕ້ອງ, ອີ​ງ​ຕາມ​ຂໍ້​ມູນ ຈາກ​ອຳ​ນາດ​ການ​ປົກ​ຄອງບ້ານ ບ້ານ​ດົງ​ໝ້ຽງ, ບ້າ​ນ​ທົ່ງ​ຕູມ ແລະ ບ້ານ​ຮ່ອງ​ຄ້າ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 09, 2022 06:15 PM

ຄົນຈີນຄົນຫວຽດນາມ ເຂົ້າມາລາວ ຢູ່ໄປທົ່ວທີບ ບໍ່ແມ່ນແຕ່ຢູ່ຂົວຫລວງ ຂະໜາດ ໃນລະຍະໂຄວິດ ຖ້າບໍ່ມີໂຄວິດ ແຮ່ງຊິຫລາຍ ໂດຍສະເພາະປັດຈຸບັນຄົນຈີນ ຢູ່ໄປທົ່ວທີບ ເອົາເງິນລັດຖະບານເຂົາ ມາກວດຊື້ທີ່ດິນ ທາງໃນເມືອງຢ່າງຫລວງຫລາຍ ເຮັດໃຫ້ຄົນລາວ ຕ້ອງໄດ້ຍ້າຍອອກໄປຢູ່ເຂດນອກ ຢ່າງຫລວງຫລາຍ. ພວກນີ້ ເຂົ້າມາຢູ່ລາວ ໄດ້ຢ່າງສະບາຍ ບັດຄົນລາວ ລູກຫລານລາວ ມາແຕ່ຕ່າງປະເທດ ມາຢູ່ລາວ ຄືມາຍາກແທ້ ໄປຕິດຕາມເຂົາໄປສອບໄປຖາມເຂົາ ໄປລົບກວນເຂົາ ຕ້ອງໃຫ້ເຂົາ ຈ່າຍເງິນເທົ່ານັ້ນເທົ່ານີ້. ໃນປັດຈຸບັນ ພວກຕ່າງຊາດເຂົ້າມາ ສ້າງຄວາມວຸ້ນວາຍ ເກີດອາດສະຍາກຳ ເກີດການຂີ້ລັກຫລາຍຂຶ້ນ. ພັກລັດ ສົມຄວນ ຈະເອົາໃຈໃສ່ເລື້ອງນີ້ຢ່າງຈິງຈັງແລ້ວ.