ກອງທຶນສາກົນ-ຣັຖບານ ອອສເຕຣເລັຍ ຊ່ອຍເຫຼືອລາວ
2014.07.21

ອົງການ ກອງທຶນ ສາກົນ ກຸ່ມ ສະມາຊິກ ທະນາຄານ ໂລກ ແລະ ຣັຖບານ ອອສເຕຣເລັຍ ໄດ້ຕົກລົງ ທີ່ຈະເສີມ ຂຍາຍ ການບໍຣິຫານ ຄຸ້ມຄອງ ຄວາມສ່ຽງ ດ້ານສະພາບ ແວດລ້ອມ ແລະ ສັງຄົມ ໃນ ສປປລາວ ໂດຍໃຫ້ເງິນ ຊ່ວຍເຫລືອ ລ້າ 5 ລ້ານ 4 ແສນ ໂດລາ ເພື່ອສນັບສນູນ ພລັງງານ ໄຟຟ້າ ແບບຍືນຍົງ ແລະ ຄວາມປອດ ພັຍ ຂອງ ແມ່ນໍ້າຂອງ ຊຶ່ງ ເປັນແຫລ່ງ ຊັພຍາກອນ ທີ່ສໍາຄັນ ສໍາລັບ ອາຫານ ແລະ ການຄ້າ. ຕາມຣາຍງານ ຂ່າວ TendersInfo ວັນທີ 17 ກໍຣະກະດາ 2014.
ຢູ່ລາວ ມີພົລເມືອງ ປະມານ 80 ສ່ວນຮ້ອຍ ເພິ່ງພາ ສາຍນໍ້າ ຕ່າງໆ ໃນການ ຫາລ້ຽງຊີບ ກຸ້ມຕົນເອງ ຮວມທັງ ການຫາປາ ແລະ ການຄ້າ ນໍາດ້ວຍ. ກອງທຶນ ສາກົນ (IFC) ຢູ່ໃນ ຣະຫວ່າງ ການເຮັດວຽກ ເພື່ອ ຮັບປະກັນ ຜົນກະທົບ ຈາກ ໂຄງການ ເຂື່ອນ ໃນເຂດລຸ່ມ ເຂື່ອນ ລົງມາ ຈະມີໜ້ອຍ ທີ່ສຸດ ໂດຍ ການປັບປຸງ ມາຕຖານ ດ້ານສະພາບ ແວດລ້ອມ ແລະ ສັງຄົມ ຊຶ່ງເປັນການ ສນັບສນູນ ຊີວິດການ ເປັນຢູ່ ຂອງ ຊຸມຊົນ ຈາມແຄມຝັ່ງ ແມ່ນໍ້າ ເປັນການ ປັບປຸງ ນິເວດ ທາງນໍ້າ ແລະ ຮັບປະກັນ ການຄຸ້ມຄອງ ໂຄງການ ເຂື່ອນ ໄຟຟ້າ ແບບ ຍືນຍົງ ຫລາຍຂຶ້ນຕື່ມ.
ທ່ານ Simon Andrew ຜູ້ຈັດການ IFC ສໍາລັບ ກັມພູຊາ ລາວ ພະມ້າ ໄທ ແລະ ວຽດນາມ ກ່າວວ່າ ການສນັບສນູນ ຂອງ ຣັຖບານ ອອສເຕຣເລັຍ ເນັ້ນເຖິງ ຄວາມສໍາຄັນ ຂອງ ການພັທນາ ພລັງງານ ໄຟຟ້າ ແບບ ຍືນຍົງ ແລະ ມີເປົ້າໝາຍ ແກ້ໄຂ ບັນຫາ ທ້າທາຍ ໃນການ ຄຸ້ມຄອງ ບໍຣິຫານ ແຫລ່ງ ຊັພຍາກອນ ນໍ້າ.
ການຊ່ວຍເຫລືອ ລ້າ ນັ້ນ ຈະເຮັດໃຫ້ IFC ສົ່ງເສີມ ພາກເອກຊົນ ຣັຖບານ ແລະ ສະຖາບັນ ການເງິນ ດໍາເນີນ ທາງເລືອກ ການພັທນາ ພລັງງານ ໄຟຟ້າ ແບບຍືນຍົງ ຂະນະທີ່ ມີຫລາຍ ກວ່າ 70 ໂຄງການ ເຂື່ອນ ໄຟຟ້າ ທີ່ວາງແຜນ ຈະສ້າງຂຶ້ນ ໃນລາວ.