ໂຄງການເຂື່ອນນໍ້າດິກ 3 ແຫ່ງ

ຈໍາປາທອງ
2015.04.12
F-default2 ໂຄງການເຂື່ອນນໍ້າດິກ 3 ແຫ່ງ
RFA

ຜແນກ ແຜນການ ແລະ ການ ລົງທຶນ ແຂວງ ຫົວພັນ ໄດ້ ລົງນາມ ໃນ ຂໍ້ຕົກລົງ ກັບ ບໍຣິສັດ ທີ່ ປຶກສາ ແຫ່ງຊາດ ຈໍາກັດ ຂອງລາວ ເມື່ອ ເດືອນ ມິນາ ຜ່ານມາ ເພື່ອ ສຶກສາ ສໍາຣວດ ຄວາມ ເປັນ ໄປໄດ້ ໃນການ ກໍ່ສ້າງ ເຂື່ອນ ໄຟຟ້າ ນໍ້າດິກ1 ນໍ້າດິກ2 ແລະ ນໍ້າດິກ3 ເພື່ອ ແກ້ໄຂ ບັນຫາ ການ ຂາດແຄນ ໄຟຟ້າ ໃນ ແຂວງ ນີ້. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ເວົ້າວ່າ:

"ແມ່ນແລ້ວ ນໍ້າດິກ ບໍຣິສັດ ເນເຊິນແນວ ຕົວນີ້ ກໍຂະເຈົ້າ ນີ້ ກໍຄົນລາວ ນີ້ແຫລະ ໄປເຊັນ ແອັມໂອ ຢູ ສໍາຣວດ ເກັບກໍາ ຂໍ້ມູນ ແລ້ວ ກໍກໍາລັງ ສຶກສາ ຢູ່ ສຶກສາ ຄວາມ ເປັນໄປໄດ້".

ທ່ານ ເວົ້າວ່າ 3 ເຂື່ອນ ທີ່ວ່າ ນັ້ນ ເປັນເຂື່ອນ ຂນາດນ້ອຍ ຄື ເຂື່ອນ ນໍ້າດິກ1 ຢູ່ໃນເຂດ ເມືຶອງ ຊໍາໃຕ້ ຈະ ມີກໍາລັງ ການຜລິດ 15 ເມກາວັດ; ເຂື່ອນນໍ້າດິກ2 ຈະ ຜລິດ 15 ເມກາວັດ ແລະ ເຂື່ອນ ນໍ້າດິກ3 ຈະຜລິດ 10 ເມກາວັດ ຢູ່ເຂດ ເມືອງ ກວນ. ການກໍ່ສ້າງ ທັງ 3 ໂຄງການ ນີ້ ຈະມີ ມູນຄ່າ 100 ລ້ານ ໂດລາ ສະຫະຣັຖ, ຈະ ໃຊ້ເວລາ ກໍ່ສ້າງ 4 ປີ ແລະ ສໍາປະທານ 50 ປີ.

ປັດຈຸບັນ ແຂວງ ຫົວພັນ ມີແຕ່ເຂື່ອນ ຂນາດນ້ອຍ ທີ່ ກໍາລັງ ກໍ່ສ້າງ ຢູ່ເຂື່ອນ ດຽວ ຄື ເຂື່ອນ ນໍ້າສິມ ທີ່ ຈະຜລິດ ໄຟຟ້າ 9 ເມກາວັດ ຊຶ່ງ ຄາດວ່າ ຈະສ້າງ ສໍາເຣັດ ໃນ ປີ 2015 ນີ້. ສ່ວນ ໂຄງການ ເຂື່ອນ ອື່ນໆ ເຊັ່ນ ເຂື່ອນ ນໍ້າຮາວ, ນໍ້າຊາ 1-2, ນໍ້າແອດ 1-3 ນັ້ນ ແມ່ນ ຍັງບໍ່ມີ ຄວາມ ຄືບໜ້າ.

ຍ້ອນບໍ່ມີ ເຂື່ອນ ຂນາດ ໃຫຍ່ ຢູ່ ແຂວງ ຫົວພັນ ຈຶ່ງ ຍັງຂາດແຄນ ໄຟຟ້າ ໃຊ້. ປີ 2015 ແຂວງ ຫົວພັນ ມີ 717 ບ້ານ, ແຕ່ບ້ານ ທີ່ໄດ້ໃຊ້ ໄຟຟ້າ ມີພຽງ 399 ບ້ານ. ດັ່ງນັ້ນ ທາງ ແຂວງ ຈຶ່ງ ພຍາຍາມ ທີ່ຈະເພິ່ມ ກໍາລັງ ການຜລິດ ໄຟຟ້າ ໃຫ້ ຫຼາຍຂຶ້ນ ເພື່ອ ການ ພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.