ຂົວຂ້າມນໍ້າຂອງ ແຫ່ງທີສີ່


2013.04.19
F-Lao-Thai-4 ການກໍ່ສ້າງ ຂົວ ແຫ່ງທີ່ 4 ຊຽງຂອງ ຊຽງຣາຍ ແລະ ຫ້ວຍຊາຍ ບໍ່ແກ້ວ ຮູປຖ່າຍ ເດືອນ ພຶສຈິກາ 2012
Mek/fb

ຂົວມິຕພາບ ລາວ-ໄທ ແຫ່ງທີສີ່ ຈະເປີດໃຊ້ ໃນເດືອນ ກັນຍາ 2013 ນີ້.

ເຈົ້າໜ້າທີ່ລາວ ເປີດເຜີຍວ່າ ປັດຈຸບັນ ການສ້າງ ຂົວ ມິຕພາບ ແຫ່ງທີ່ສີ່ ຊຶ່ງເປັນຂົວ ຂ້າມແມ່ນ້ຳຂອງ ຣະຫວ່າງ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ໄດ້ສ້າງສຳເຣັດ ໄປແລ້ວ ປະມານ 85 ສ່ວນຮ້ອຍ ແລະຄາດວ່າ ຈະ ແລ້ວສົມບູນ ພາຍໃນ ເດືອນ ມິຖຸນາ ແລະ ຈະເປີດໃຊ້ ພາຍໃນເດືອນ ກັນຍາ. ດັ່ງ ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ເວົ້າວ່າ:

“ລາວ, ໄທ ເພິ່ນເວົ້າແຕ່ແບບ ເປັນທາງການ ຈະໃຫ້ເປີດໃຊ້ ປະມານ ເດືອນເກົ້າ ພາຍໃນວັນ ທີ່ 10 ເດືອນຫົກ ເພິ່ນກຳນົດໝາຍ ໃຫ້ສຳເຣັດ 100 ເປີເຊັນ.”

ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ຄວາມຈິງ ປັດຈຸບັນ ການກໍ່ສ້າງ ໃຫຍ່ໆນັ້ນ ສຳເຣັດໄປໝົດ ແລ້ວ ຍັງເຫລືອແຕ່ ການສ້າງ ຕົບແຕ່ງ ເລັກໜ້ອຍ ເທົ່ານັ້ນ. ເຊັ່ນດຽວກັນ ການສ້າງ ຖນົນຈາກ ຫົວຂົວ ໄປຫາທາງໃຫຍ່ ກໍໃກ້ຈະ ສຳເຣັດແລ້ວ ເຊັ່ນກັນ. ຣັຖບານ ໄທແລະຈີນ ເປັນຜູ້ອອກທຶນ ຜູ້ລະເຄິ່ງ ລວມທັງໝົດ ປະມານ 50 ລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງ ຂົວມິຕພາບ ແຫ່ງນີ້, ເມື່ອສ້າງ ສຳເຣັດແລ້ວ ໄທແລະຈີນ ກໍຈະໄດ້ຮັບ ຜົນປໂຍດ ຫລາຍຈາກ ການທ້ອງທ່ຽວ ແລະ ການຄ້າ. ຜ່ານມາ ໄທແລະຈີນ ຂົນສົ່ງ ສິນຄ້າ ສ່ວນນຶ່ງ ໄປຕາມ ແມ່ນ້ຳຂອງ ແລະ ອີກສ່ວນນຶ່ງ ໄປຕາມ ຖນົນເລກ ທີ່ສາມ ແຕ່ການ ຄົມມະນາຄົມ ຂົນສົ່ງ ທັງສອງທາງນີ້ ຍັງຊັກຊ້າ ຕົວຢ່າງທາງບົກ ຍັງຫຍຸ້ງຍາກ ເພາະຍັງບໍ່ມີ ຂົວຂ້າມ ແມ່ນ້ຳຂອງ ເທື່ອ.

ຫລັງຈາກ ສ້າງຂົວ ມິຕພາບ ແຫ່ງສີ່ ສຳເຣັດ ລາວແລະໄທ ກໍຈະລົງມື ສ້າງຂົວ ມິຕພາບ ແຫ່ງທີ່ຫ້າ ໃນໄວໆນີ້ ຊຶ່ງເປັນຂົວ ຂ້າມແມ່ນ້ຳຂອງ ເຊື່ອມຕໍ່ ຣະຫວ່າງ ແຂວງ ບໍຣິຄຳໄຊ ແລະ ແຂວງ ບຶງການ ຂອງໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.