ຜົນດີຈາກຂົວລາວ-ໄທ


2014.01.15
F-Fourth-b ຂົວມິຕພາບ ລາວ-ໄທ ແຫ່ງທີສີ່
NNT

 

ນັກວິຊາການທ່ານນຶ່ງຈາກ ທະນາຄານພັທນາເອເຊັຽໄດ້ສັລເສີນຄວາມສຳເຣັດ ໃນການເປີດໃຊ້ຂົວມິຕພາບລາວ-ໄທ ແຫ່ງທີສີ່ ຣະ ຫວ່າງ ແຂວງບໍ່ແກ້ວ ແລະແຂວງຊຽງຮາຍ ຂອງໄທ. ທ່ານວ່າ ມັນຈະເຮັດໃຫ້ຂົງເຂດ ກາຍເປັນຈຸດເຊຶ່ອມຕໍ່ ທາງດ້ານທຸຣະກິດ ການຄ້າການຄົມມະນາຄົມ ແລະການທ່ອງທ່ຽວ ແຕ່ຈະບໍ່ໃຫ້ຜົລປະໂຍດແກ່ ສປປລາວ ຫລາຍພໍປານໃດ.

ຍ້ອນວ່າ ສປປລາວ ບໍ່ມີໂຮງງານການຜລິດເພຶ່ອສົ່ງອອກຫລາຍ ຂາດແຮງງານທີ່ມີຄຸນນະພາບຂາດນັກລົງທຶນທີ່ຈະມາສ້າງໂຮງງານ ເພຶ່ອ ການຜລິດສົ່ງອອກ ສປປລາວ ຈະເປັນພຽງແຕ່ທາງຜ່ານ. ປະເທດທີ່ໄດ້ ຮັບຜົນປໂຍດແມ່ນປະເທດໄທແລະຈີນ ຍ້ອນວ່າ ຈີນ ມີສິນຄ້າເພຶ່ອສົ່ງອອກ.

ຂົວດັ່ງກ່າວຈະເຮັດໃຫ້ການສົ່ງສິນຄ້າ ຂອງຈີນຖືກລົງ ຊຶ່ງແຕ່ກອ່ນ ຈີນໄດ້ສົ່ງສິນຄ້າທາງເຮືອ ໃຊ້ເວລາຫລາຍອາທິດ ຈຶ່ງໄປຮອດ ເມືອງຊຽງແສນ ແລະ ເມືອງຫວ້ຍຊາຍ ແຂວງບໍ່ແກ້ວ ເຮັດໃຫ້ສິນຄ້າ ເຄຶ່ອງບໍຣິໂພຄ ຂາດຄຸນນະພາບ ແລະສິນຄ້າອຶ່ນໆ ຕ້ອງຂຶ້ນ ຣາຄາ. ເມື່ອມີຂົວ ເຮັດໃຫ້ຈີນ ສາມາດ ສົ່ງສິນຄ້າອອກຂາຍເພິ້ມຂຶ້ນ ແລະໃນຣາຄາຖືກລົງ ເພາະຄ່າຂົນສົ່ງຕ່ຳ.

ນອກຈາກນັ້ນ ຂົວແຫ່ງນີ້ ຍັງຈະມີປໂຍດແກ່ປະເທດໄທ ເຊັ່ນກັນເພາະໄທ ຈະໄດ້ສົ່ງສິນຄ້າໄປຈີນໄວຂຶ້ນ ແລະຖືກກວ່າ ສິນຄ້າໄທ ທີ່ຈີນນິຍົມ ສ່ວນໃຫຍ່່ເປັນປະເພດ ໝາກໄມ້ ຫມາກຖ່ົວລຽນ ຫມາກລຳໄຍ ແລະ ຫມາກມ່ວງ ເປັນຕົ້ນ ນອກຈາກນັ້ນ ໄທຍັງຈະ ໄດ້ຮັບປໂຍດ ຈາກການທ່ອງທ່ຽວນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.