ຂົວລາວໄທເລຂ 4 ພາດເປົ້າໝາຍ
2013.06.17
ບໍຣິສັດ ຮັບເໝົາ ສ້າງ ຂົວ ມິຕພາບ ແຫ່ງທີ່ 4 ຂໍ ຕໍ່ເວລາ ການກໍ່ສ້າງ ຕື່ມອິກ 2 ເດືອນ. ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງລາວ ທ່ານນື່ງ ກ່າວໃນວັນ ທີ່ 17 ມິຖຸນາ ນີ້ວ່າ ທາງບໍຣິສັດ China Railway Number 5 ແລະ ບໍຣິສັດ ກຸງທົນ Engineering ຂອງໄທ ຊື່ງເປັນ ຜູ້ຮັບເໝົາ ກໍ່ສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 4 ຣະຫວ່າງ ແຂວງ ບໍ່ແກ້ວ ຫາ ແຂວງຊຽງຮາຍ ໄດ້ສເນີ ຂໍ ຕໍ່ເວລາ ໃນການກໍ່ສ້າງ ໄປອີກ ສອງເດືອນ ໂດຍໃຫ້ ເຫດຜົນວ່າ ທີ່ຜ່ານມາ ພວກ ແຮງງານໄດ້ ຢຸດວຽກໄປ 1 ສັປດາ ເຕັມ ຈີ່ງຂໍຕໍ່ ເວລາ ທົດແທນ. ດັ່ງເຈົ້າໜ້າ ທີ່ ທ່ານນີ້ ເວົ້າວ່າ:
“ທາງຜູ້ ຮັບເໝົາ ສເນີຂໍ ຕໍ່ເວລາ ຕຶ່ມອີກ ປະມານ ສອງເດືອນ ເຂົາເຣີ້ມຈາກ ເຫດຜົນ ຫລັກໆ ກໍຄື ໃນຊ່ວງ ສົງການຫັ້ນ ມັນເປັນ ວັນພັກ ທີ່ສັ່ງໃຫ້ ຢຸດວຽກ ຫັ້ນນະ ຄົນງານ ບໍ່ມາ ເຮັດວຍກ ກໍຄືເຮັດ ຕາມງານ ບໍ່ໄດ້ ກໍເສັຍເວລາ ໄປ ປະມານ 1 ອາທິດ”
ເຈົ້າໜ້າທີ່ ລາວ ທ່ານນີ້ ເວົ້າຕໍ່ໄປວ່າ ນອກຈາກ ທີ່ກ່າວມານີ້ ແລ້ວ ທາງ ບໍຣິສັດ ຮັບເໝົາ ຍັງໄດ້ໃຫ້ ເຫດຜົນ ການຂໍ ຕໍ່ເວລາ ອື່ນໆອິກນໍາ ຊື່ງທາງ ໂຍທາທິການ ແລະ ຂົນສົ່ງ ຍັງບໍ່ຮັບ ປາກວ່າຈະ ໃຫ້ຕໍ່ເວລາ ໄປອີກ 2 ເດືອນຫຼືບໍ່ ບາງທີ່ ອາດຈະ ຕໍ່ເວລາ ໃຫ້ ແຕ່ສັ້ນ ກວ່ານັ້ນ ໂດຍປະເດັນນີ້ ຈະມີການ ພິຈາຣະນາ ກັນອິກ ເທື່ອນື່ງ.
ປັຈຈຸບັນ ການສ້າງ ຂົວ ມິຕພາບ ແຫ່ງ ທີ່ 4 ນີ້ ກໍສໍາເຣັດ ໄປແລ້ວ ກວ່າ 91% ຊື່ງ ຕາມກໍານົດ ຂົວທີ່ໃຊ້ ເງິນກໍ່ສ້າງ ຈໍານວນ 1,624 ລ້ານບາດ ແຫ່ງນີ້ ຈະສ້າງ ສໍາເຣັດ ລົງ ພາຍໃນ ວັນທີ່ 10 ມິຖຸນາ ທີ່ຜ່ານມາ ແຕ່ຕ້ອງມີ ການເລື່ອນໄປອີກ. ແຕ່ ເຖີງຢ່າງໃດ ກໍຕາມ ຄາດວ່າ ການສ້າງຂົວ ຈະໃຫ້ ສໍາເຣັດລົງ ບໍ່ໃຫ້ເກີນ ເດືອນ ສິງຫາ ແລະ ຈະຈັດພິທີ ເປິດ ຢ່າງເປັນ ທາງການ ພາຍໃນ ເດືອນ ກັນຍາ 2013 ນີ້.