ຄົນງານຕ່າງດ້າວໃນລາວບໍ່ມີ ອະນຸຍາດ


2013.12.18
F-workers ຄົນງານຈີນກໍາລັງ ກໍ່ສ້າງຖນົນເຂົ້າຫາເຂດເສຖກິຈພິເສດ ບໍ່ເຕັນແຂວງຫລວງນໍ້າທາ ວັນທີ 11 ເດືອນມິນາ 2011.
AFP

 

ເຈົ້າໜ້າທີ່ຫ້ອງການແຮງງານຕ່າງດ້າວເປີດເຜີຽວ່າ ການອອກບັດເຮັດວຽກໃຫ້ແກ່ຄົນງານຕ່າງດ້າວໃນລາວ ຍັງມີບັນຫາຢູ່. ບາງເມືອງກໍປະຕິ ບັດໄດ້ດີ ບາງເມືອງກໍມີບັນຫາເຖິງແມ່ນວ່າ ມີເງື່ອນໄຂອອກໃຫ້ແລ້ວກໍດີ ເຮັດໃຫ້ຄົນງານຕ່າງດ້າວ ຈໍານວນຫລວງຫລາຍ ບໍ່ມີບັດອະນຸຍາດ ດັ່ງທ່ານໄດ້ກ່າວ:

"ຜ່ານມາການອະນຸຍາດອອກບັດໃນບາງເມືອງກໍຖືວ່າປະຕິບັດໄດ້ດີເຂົາເຮັດເປັນທິມງານເລີຽບັດນີ້ເມືອງທີ່ວ່າມັນບໍ່ໄປບໍ່ມາ ບັນດາເປົ້າໝາຍ ທີ່ມີເງື່ອນໄຂອອກນີ້ເຂົາກໍບໍ່ທັນອອກໃຫ້ມັນກໍ ເປັນແນວນັ້ນ".

ທ່ານວ່າໃນເມື່ອຄົນງານຕ່າງດ້າວທີ່ເຮັດວຽກໃນລາວບໍ່ມີໃບອະນຸຍາດແລ້ວເມື່ຶອເຈົ້າໜ້າທີ່ກວດພົບເຂົາກໍຕົກຢູ່ໃນທ່າລໍາບາກ. ອີກປະການນຶ່ງ ຣັຖບານກໍສູນເສັຽລາຍໄດ້ພາສີ ເພາະວ່າເປັນ ຄົນເຮັດວຽກ ທີ່ບໍ່ມີທະບຽນ.

ປັດຈຸບັນນີ້ຢູ່ນະຄອນຫລວງວຽງຈັນ ມີຄົນງານຕ່າງດ້າວປະມານ 7,500 ຄົນໃນນັ້ນປະມານ 4,000 ຄົນບໍ່ມີໃບອະນຸຍາດເຮັດວຽກ. ເຈົ້າໜ້າທີ່ ຫ້ອງການແຮງງານທ່ານນຶ່ງຢູ່ທາງພາກເໜືອ ກ່າວວ່າມີຄົນງານຕ່າງດ້າວຈາກປະເທດເພື່ອນບ້ານ ໂດຍສະເພາະຈີນລັກລອບເຂົ້າມາຫາເຮັດ ວຽກ ຫລືຄ້າຂາຍເລັກໆນ້ອຍໆ ຊຶ່ງ ເຈົ້າໜ້າທີ່ ກໍບໍ່ສາມາດເຂັ້ມງວດຕໍ່ໝົດທຸກຄົນໄດ້ ຍ້ອນວ່າ ຖ້່າເຂັ້ມງວດຕໍ່ເຂົາເຈົ້າແລ້ວທາງຈີນ ກໍຈະ ເຂັ້ມງວດຕໍ່ຄົນງານລາວ ທີ່ເຮັດວຽກໃນປະເທດຈີນ.

"ແຮງງານຕ່າງປະເທດໂຕເຂົ້າມາກໍມີ ຖ້າເຮົາໄດ້ຮັດກຸມທາງເຂົາ ເຂົາຮັດກຸມທາງເຮົາ ມັນກໍຍາກຊັ້ນນະ ອັນນີ້ກໍຍັງຫາວິທີແກ້ໄຂ ບໍ່ທັນຮູ້ເທື່ອ ໂຕນີ້".

ຫລາຍປີມານີ້ແຮງງານຕ່າງດ້າວໃນແຕ່ລະປະເທດໄດ້ກາຍເປັນບັນຫາລວມແລ້ວ ຍ້ອນວ່າແຮງງານເຫລົ່ານີ້ ບໍ່ໄດ້ຮັບການຄຸ້ມຄອງທາງສິດທິ ເທົ່າທີ່ຄວນ ທັ້ງໆທີ່ເປັນພາກສ່ວນ ທີ່ປະກອບ ເຂົ້າໃນການເຮັດໃຫ້ເສຖກິດຂອງປະເທດນັ້ນໆ ຂະຫຍາຍໂຕ.

ໃນວັນທີ່ 18 ທັນວາ 1990 ຫລາຍປະເທດໄດ້ລົງນາມໃນອານຸສັນຍາເພື່ອປົກປ້ອງສິດທິແຮງງານສາກົນແລະວັນນີ້ໄດ້ກາຍເປັນວັນແຮງງານ ຂ້າມຊາຕສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.