ພະນັກງານ ຣັຖວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ

ອຸ່ນແກ້ວ
2022.05.02
ພະນັກງານ ຣັຖວິສາຫະກິຈໄຟຟ້າ ຖືກໄລ່ອອກ 5 ຄົນ ພະນັກງານ ຣັຖວິສາຫະກິຈ ໄຟຟ້າລາວ ອອກປະຕິບັດ ວຽກງານ ສ້ອມແປງ ສາຍສົ່ງກະແສໄຟຟ້າ.
ນັກຂ່າວ ພົລເມືອງ

ແຕ່​ເດືອນ​ມົກ​ກະ​ຣາ ຫາ ເດືອນ ມີ​ນາ 2022 ຣັ​ຖວິ​ສາ​ຫະ​ກິ​ຈ ໄຟ​ຟ້​າ​ລາວ ໄດ້​ປະ​ຕິ​ບັດ​ວິ​ໄນ​ພະ​ນັກ​ງານ​ໄຟ​ຟ້າ ດ້ວຍ​ກາ​ນ​ປົດ​ ຫຼື ໄລ່​ອ​ອອກ​ຈາກວຽກ 5 ຄົນ ຍ້ອນ​ລັກ​ໃຊ້​ກະ​ແສ​ໄຟ​ຟ້າ ແລະ ດັດ​ແປງ​ໝໍ້​ນັບ​ໄຟຟ້​າ ໃນນັ້ນ ຢູ່ນ​ຄອນ​ຫລຽງ​ວຽງ​ຈັນ 2 ຄົນ ແລະ 3 ຄົນ ຢູ່​ຕ່າງ​ແຂວງ.

ທັງ​ໝົດ 5 ຄົນ ທີ່​ຖືກ​ໄລ່​ອອກ​ນັ້ນ ເຄີຍ​ເຮັດ​ຜິດ​ມາ​ຫຼາຍ​ເທື່ອ ສະ​ນັ້ນ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຈຶ່ງບໍ່​ຕັກ​ເຕືອນອີກ ແລະ ບໍ່​ໃຫ້​ໂອ​ກາດ​ແກ້​ໂຕ ແລະ ນອກ​ຈາກນີ້ ຜູ້​ກະ​ທຳ​ຜິດ​ຍັງ​ຖືກ​ປັບ​ໃໝ ແລະ ໃຫ້ຊົດ​ໃຊ້​ຄ່າ​ເສັຽ​ຫາຍຄືນ.  

ເຈົ້າ​ໜ້າທີ່ຣັຖວິສາຫະກິຈ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶພາ ວ່າ

ກວດພົບ ກວດເຫັນເນາະ ມັນກໍຕ້ອງ ໄດ້ຖືກປັບໃໝແຫຼະ ໄລ່ຄືນອັນຄ່າລັງງານທີ່ເສັຽຫາຍໄປຫັ້ນ ຕ້ອງໄດ້ຊົດໃຊ້ຄືນ ເສັຽຫາຍຫຼາຍ ຜູ້ກ່ຽວນີ້ ກໍເຄີຍເຮັດວັດບໍ່ດີແດ່ ມີຫຍັງແດ່ ຫັ້ນນ່າ ຫຼາຍເທື່ອແລ້ວ ກໍຍັງບໍ່ ຢາກຢູ່ກໍບໍ່ໄຫວ ເອົາໄວ້ແລ້ວ ຄັນເປັນຫຼາຍເທື່ອແລ້ວກໍ.”

ນອກ​ຈາກນີ້ ໃນ​ປີ 2021 ຫາ​ຕົ້ນ​ປີ 2022  ຣັ​ຖວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ໄດ້​ກວດ​ພົບ ພະ​ນັກ​ງານ​ 26 ຄົນ ໃນ​ທົ່ວ​ປະ​ເທດ ທີ່​ໄປ​ພົວ​ພັນ​ເຣື່ອງ​ລັກ​ໃຊ້​ກະ​ແສ​ໄຟ​ຟ້າ ແລະ ດັດ​ແປງ​ໝໍ້​ນັບ​ໄຟ​ຟ້າ ເຊິ່ງ​ສ້າງ​ຄວາມ​ເສັຽ​ຫາຍ 19 ຕື້ ກີບ ຈາກ​ການ​ຄິດ​ໄລ່ພ​ລັງ​ງານ​ຄືນ​ຫຼັງປະ​ມານ 9 ລ້ານປາຍ ກິ​ໂລ​ວັດ​ໂມງ ແຕ່ ຝ່າຍ ກວດ​ກາ ຂອງ​ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ຈະ​ມີ​ການ​ສອບ​ສວນ​ຢ່າງ​ລະ​ອຽດ ແລະ ດຳ​ເນີນ​ການ​ຕາມ​ຣະ​ບຽບ​ກົດ​ໝາຍ  ຕາມ​ແຕ່​ລະ​ກໍ​ຣະ​ນີ​ໄປ ເຊັ່ນ ຕັກ​ເຕືອນ, ຂຽນ​ໃບ​ສຳ​ຣວດ, ປົດ​ຊັ້ນ ຈົນ​ເຖິງ​ການ​ໄລ່​ອອກ, ແຕ່ ຜູ້​ກະ​ທຳ​ຜິດ​ຈະ​ຕ້ອງ ​ໄດ້​ໃຊ້​ຄ່າ​ເສັຽ​ຫາຍ​ຄືນ ຕາມ​ຣະ​ບຽບ ແລະ ຖ້າບໍ່​ຈ່າຍ ກໍ​ຈະ​ຖືກ​ດຳ​ເນີນ​ຄະ​ດີ ອີງ​ຕາມ​ຂໍ້​ມູນ​ ຈາກ​ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ.   

ເຈົ້າ​ໜ້າ​ທີ່​ຣັ​ຖວິ​ສາ​ຫະ ​ກິ​ຈຜູ້​ດຽວ​ກັນ​ນີ້ ກ່າວ​ວ່າ:

ມັນບໍ່ໜັກແໜ້ນ ມັນບໍ່ຫຼາຍມັນເລັກໆ ນ້ອຍ ແລ້ວກໍສຳຣວດກວດກາ ແລ້ວ ກໍຜູ້ກ່ຽວກໍຍອມຮັບ ຍົກໂຕຢ່າງ ອັນນັ້ນນ່າ ຍອມຮັບແລ້ວ ກໍໃຫ້ຂຽນໃບສຳຣວດແລ້ວ ກໍຕັກເຕືອນ ແຕ່ວ່າ ຄ່າເສັຽຫາຍຫັ້ນ ມັນຕ້ອງໄດ້ຈ່າຍ.”            

ປັດ​ຈຸບັນ, ຣັຖວິສາຫະກິຈໄຟຟ້າລາວ ກຳລັງເນີລາງວັນ ໃຫ້ຜູ້ທີ່ຣາຍງານກ່ຽວກັບການດັດແປງ ໝໍ້ນັບໄຟຟ້າທີ່ຜິດກົດໝາຍ ຫຼື ໃຊ້ໄຟຟ້າແບບສໍ້ໂກງ.

ໜ່ວຍກວດ​ກາ ຂອງ​ຣັ​ຖວິ​ສາ​ຫະ​ກິ​ຈ ໄຟ​ຟ້າ​ລາວ ແຕ່​ລະ​ສາ​ຂາ ໄດ້​ລົງ​ກວດ​ກາ​ພະ​ນັກ​ງານ ຂ​ແນງ​ໄຟ​ຟ້າ​ຢ່າງ​ຕໍ່​ເນື່ອງ ເຊິ່ງ​ຈະ​ບໍ່​ກວດ​ສະ​ເພາະ​ປີ 2021 ທີ່​ຜ່ານມາ ແລະ 2022 ເພື່ອ​ໃຫ້​ບັນ​ຫາ​ການ​ສໍ້​ໂກງ​ໝົ​ດ​ໄປ ແລະ ຖ້າ​ຫາກ​ພົບ​ວ່າ ຜູ້​ໃດ​ກະ​ທຳ​ຜິດ ກໍ​ຈະ​ຖືກ​ປະ​ຕິ​ບັດ​ວິ​ໄນ ຕາມ​ຣະ​ບຽບ​ການ​ຂອງ ​ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ.

ການ​ລັກ​ໃຊ້​ກະ​ແສ​ໄຟ​ຟ້າ ເປັນ​ຮູບ​ແບບ​ການ​ຕໍ່​ໄຟ​ຟ້າ ​ຈາກສາຍ​ໄຟ​ຟ້​າ​ໂດຍ​ຕ​ຣົງ ແລະ ການ​ດັດ​ແປງ​ໝໍ້​ນັບ​ໄຟ​ຟ້າ ໃຫ້​ບາງ​ຄອບ​ຄົວໄດ້​ຈ່າຍ​ຄ່າ​ໄຟ​ຟ້າ​ໜ້ອຍ​ລົງ.  

ຊາວ​ບ້ານ ທ່ານ​ນຶ່ງ ໄດ້​ກ່າວ ໃນ​ວັນ​ທີ 2 ພຶ​ສ​ພາ ​ວ່າ:

ສົມຄວນ ຍົກໂຕຢ່າງ ສົມຄວນຊິເສັຽ 2 ແສນ ກໍເຮັດໃຫ້ມັນເສັຽໜ້ອຍລົງ ຊຸມໃຊ້ໄຟຫຼາຍ ຖ້າວ່າ ເຮົາໄປເຮັດໝໍ້ນັບໄຟຟ້າ ບໍ່ໃຫ້ມັນປິ່ນ ມັນຫຍັງ ມັນກໍຕ້ອງ ຜິດຕໍ່ຣະບຽບກົດໝາຍ ມີຜູ້ສວຍໂອກາດໄປເຮັດແນວນັ້ນ ກໍບໍ່ດີ ຖ້າບໍ່ມີການແກ້ໄຂ ມັນກໍຊິຍາກ ມັນກໍຕ້ອງໄດ້ການແກ້ໄຂເດັດຂາດ ຕໍ່ພະນັກງານທີ່ເຮັດຜິດ ຕ້ອງເບິ່ງເຫດຜົວ່າ ມັນນັກ ຫຼືເບົາ ຕໍ່ຣະບຽບຣັຖວິສາຫະກິໄຟຟ້າລາວ.”

ການ​ລົງ​ໂທດ​ພະ​ນັກ​ງານ ​ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ທີ່ກະ​ທຳຜິດ ກໍ​ເພື່ອ​ໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້ ແລະ ບໍ່​ໃຫ້​ພະ​ນັກ​ງານ​ຄົນ​ອື່ນ ​ກະ​ທຳ​ຜິດ​ອີກ.

ຊາວ​ບ້ານ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ໃນ​ວັນ​ທີ 2 ພຶ​ສ​ພາ ວ່າ:

ມັນກໍດີແຫຼະເນາະຄັນພັກ-ຣັ ເພິ່ນເຮັດນ່າ ປະຊາຊົນຊິໄປຮູ້ອີ່ສັງ ຮູ້ແຕ່ເສັຽເງິນ ເພິ່ນມາເກັບ ແລ້ວ ກໍຈ່າຍໄປໂລດ ເຮັດໃຫ້ສັງຄົມເຮົາ ໄດ້ຮັບຄວາມຮູ້ ແລະ ເຂົ້າໃຈຕໍ່ພະນັກງານ ທີ່ເຮັດບໍ່ຖືກຕ້ອງຫັ້ນນ່າ ໂດຍສະເພາະ ກໍແມ່ນພະນັກງານຫັ້ນແຫຼະ ພະນັກງາຕໍ່ພະນັກງານ ຜູ້ເຮັດການຫັ້ນແຫຼະ ຜູ້ເຮັດບໍ່ດີ ກໍເດ້ ເຫັນບໍ່ເພິ່ນເອົາອອກຈັ່ງຊີ້ນ່າ ກໍຍັງດີປະຊາຊົນເຮົາຮັບຮູ້ນຳ.”

ຜ່ານ​ມາ ​ບໍ່​ປະ​ກົດມີ​ຂ່າວ​ວ່າ ຣັ​ຖວິ​ສາ​ຫະ​ກິ​ຈໄຟ​ຟ້າ​ລາວ ປະ​ຕິ​ບັດ​ວິ​ໄນ​ພະ​ນັກ​ງານ​ໂຕ​ເອງ, ແຕ່ ຫາກໍ່​ມາ​ເປັນ​ຂ່າວໃນ​ປີນີ້ ໂດຍ ສະ​ເພາະ ຣັ​ຖວິ​ສາ​ຫະ​ກິ​ຈ​ໄຟ​ຟ້າ​ລາວ ໄດ້​ເນັ້ນ​ການກວດ​ກາພະ​ນັກ​ງານ ​ທີ່​ກະ​ທຳ​ຜິດ ຄືກັນ​ກັບ ຂ​ແນງ​ການ​ອື່ນໆ.

ຊາວ​ບ້ານ​ອີກ​ທ່າ​ນ​ນຶ່ງ ໄດ້​ກ່າວ​ວ່າ:

ດີຫັ້ນແລ້ວເວີຍ ຄັນບໍ່ເຮັດຈັ່ງຊັ້ນ ກໍບໍ່ເປັນບ້ານເປັນເມືອງແຫຼະເວີຍ ບ້ານເມືອງ ກໍບໍ່ຈະເຣີນແລ້ວ ມີແຕ່ຄົນສໍ້ຣາບັງຫຼວງ ບໍ່ເຊົາ ມັນກໍເຮັດວຽກໄປບໍ່ໄດ້ ມັນກໍຊິຄ່ອຍໝົດໄປຫັ້ນແລ້ວ ຜູ້ໃດບໍ່ດີ ເພິ່ນກໍເອົາອອກ ຜູ້ໃດດີ ເພິ່ນກໍຈົ່ງໄວ້ ພະນັກງານທີ່ດີເພິ່ນກໍເອົາໄວ້.”

ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ອອກ​ຂໍ້​ຕົກ​ລົງ​ ສະ​ບັບ​ເລກ​ທີ 22/ນຍ ລົງ​ວັນ​ທີ 4 ເມ​ສາ 2022 ເພື່ອ​ປະ​ກາດ​ແຕ່ງ​ຕັ້ງ ຄະ​ນະ​ປະ​ຕິ​ຮູບ ຣັ​ຖວິ​ສາ​ຫະ​ກິຈ​ໄຟ​ຟ້າ​ລາວ ຈຳ​ນວນ 9 ທ່ານ ເພື່ອ​ຮັບ​ປະ​ກັນ ປົກ​ປ້ອງ​ຊັບ​ສິນ​ຂອງ​ຣັ​ຖ ບໍ່​ໃຫ້​ຕົກ​ເຮັ່ຽ​ເສັຽ​ຫາຍ, ແກ້​ໄຂ​ບັນ​ຫາ​ໜີ້​ສິນ​ຄຸມ​ເຄືອ ລວມ​ເຖິງ ວຽກ​ງານ​ປິ່ນ​ອ້ອມ​ຕ່າງໆ ໃຫ້​ເປັນ​ໄປ​ ຕາມ​ທິດ​ຊີ້​ນຳ​ຂອງ​ຣັ​ຖ​ບານ ​ແຕ່​ລະ​ໄລ​ຍະໃຫ້​ດີ​ຂຶ້ນກວ່າ​ເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.