ໄຟຟ້າລາວ ສ້າງໜີ້ສິນ ໃຫ້ກັບ ປະເທດ 30%

ໄຊຍາ
2022.07.01
ໄຟຟ້າລາວ ສ້າງໜີ້ສິນ ໃຫ້ກັບ ປະເທດ 30% ຣັຖວິສາຫະກິຈ ໄຟຟ້າລາວ ຈະລົງໂທດ ພະນັກງານ ທີ່ຈົດເລກໜໍ້ໄຟ ກາຍເກີນຄວາມເປັນຈິງ.
ນັກຂ່າວ ພົລເມືອງ

ຣັຖວິສາຫະກິຈໄຟຟ້າລາວ ຫຼື EDL ສ້າງໜີ້ສິນໃຫ້ປະເທດລາວກວມເອົາ 30% ຫຼືປະມານ 4,350 ລ້ານໂດລ້າຣ໌ສະຫະຣັຖ ຂອງໜີ້ສິນທັງໝົດ 88% ຫຼືປະມານ 14.5 ຕື້ ໂດລ້າຣ໌ສະຫະຣັຖ. ອີງຕາມການຣາຍງານ ຂອງທນາຄານໂລກ ປະຈຳເດືອນເມສາ 2022 ນີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ກ່າວວ່າບັນຫາໜີ້ສິນ ຂອງຣັຖວິສາຫະກິຈໄຟຟ້າລາວ ແຍກເປັນ 3 ສ່ວນສຳຄັນຄື:

  1. ການກູ້ຢືມເງິນ ຈາກຕ່າງປະເທດ ເພື່ອນຳມາລົງທຶນ ສ້າງເຂື່ອນໄຟຟ້າ ຫຼື ແຫຼ່ງພລັງງານອື່ນໆ
  2. ກູ້ຢືມເງິນຈາກພາຍໃນ ເພື່ອນຮ່ວມລົງທຶນ ໃນໂຄງການພລັງງານ ແລະ
  3. ບັນຫາການສໍ້ຣາສບັງຫຼວງ ຂອງເຈົ້າໜ້າທີ່ພາຍໃນ ຣັຖວິສາຫະກິຈ ໄຟຟ້າລາວ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 21 ມິຖຸນານີ້ວ່າ:

ທຸກມື້ນີ້ ມັນຢູ່ໃນພາວະສຸກເສິນແລ້ວ ເວົ້າງ່າຍໆສະ ກາເລີຍຫຍຸ້ງຍາກ ສັບສົນ. ທຸກມື້ນີ້ກາໃຊ້ ແຕ່ໜີ້ຫັ້ນແຫຼະ ຖ້າວ່າຈ່າຍບໍ່ໄດ້ ກາຂຶ້ນແຜນ ຂໍເລື່ອນໄລຍະໄປ. ບັນຫາມັນເກີດຈາກອັນນ່າ ຄົນພາຍໃນເຮົາເອງ, ຄົນພາຍໃນໄຟຟ້າເອງ.

ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນຣັຖວິສາຫະກິຈ ໄຟຟ້າລາວ ສ້າງແຫຼ່ງພລັງງານ ໄປແລ້ວຢ່າງໜ້ອຍ 88 ແຫ່ງ, ແຕ່ຫຼາຍໂຄງການ ເປັນຕົ້ນເຂື່ອນໄຟຟ້າ ບໍ່ສາມາດຜລິດໄຟຟ້າໄດ້ ຕາມຄາດໝາຽ ຍ້ອນປະເຊີນກັບສະພາບ ອາກາດປ່ຽນແປງ ບາງປີເຂື່ອນນໍ້າຫຼາຍ ພັດຂາຍໄຟຟ້າໄດ້ໜ້ອຍ ເພາະປຣິມານໄຟຟ້າສຳຮອງ ລົ້ນປະເທດ ບາງປີເຂື່ອນບໍ່ມີນໍ້າ ກໍບໍ່ສາມາດຜລິດໄຟຟ້າໄດ້. ນອກຈາກນີ້ ສ້າງເຂື່ອນໄຟຟ້າສຳເຣັດແລ້ວ ແຕ່ສາຍສົ່ງໄຟຟ້າ ຍັງບໍ່ທັນແລ້ວ ຈຶ່ງເຮັດໃຫ້ຂາຍໄຟຟ້າ ຍັງບໍ່ທັນໄດ້ ກໍຈຳເປັນຕ້ອງຜລິດໄຟຟ້າຖິ້ມລ້າໆ ແລະ ນັ້ນຄືງົບປະມານ ທີ່ເສັຽໄປລ້າໆ ນໍາດ້ວຍ.

ອີງຕາມການຣາຍງານ ຂອງຄນະເສຖສາຕ ແລະບໍຣິຫານທຸຣກິຈ ມຫາວິທຍາລັຍແຫ່ງຊາຕລາວ ທີ່ເຜີຍແຜ່ໃນວັນທີ 3 ກໍຣະກະດາ 2021 ລະບຸວ່າ ບັນຫາຂອງຣັຖວິສາຫະກິຈ ໃນທົ່ວໂລກ ຈະມີລັກສະນະຄ້າຍຄືກັນ ທັງໝົດຄືຖືກແຊກແຊງ ທາງການເມືອງ, ຂາດຄວາມໂປ່ງໃສ ແລະ ຂາດຄວາມເປັນເຈົ້າຂອງ ຜູ້ບໍຣິຫານວິສາຫະກິຈ ສ່ວນໃຫຍ່ແມ່ນຖືກແຕ່ງຕັ້ງ ໂດຍນັກການເມືອງ ບາງຄັ້ງການແຕ່ງຕັ້ງກໍບໍ່ໄດ້ ມາຈາກຄວາມສາມາດ ທີ່ແທ້ຈິງ ດ້ວຍເຫດນີ້ ຈຶ່ງມີການຫາຜົລປໂຍດ ໃຫ້ໂຕເອງ ແລະພວກພ້ອງໃຫ້ຫຼາຍທີ່ສຸດ.

ຕໍ່ກໍຣະນີ ທີ່ຣັຖວິສາຫະກິຈ ໄຟຟ້າລາວ ໄດ້ສ້າງໜີ້ສິນ ມະຫາສານ ໃຫ້ກັບປະເທດນີ້ ປະຊາຊົນລາວຈຳນວນນຶ່ງ ຕ່າງກໍເຫັນວ່າ ເປັນຍ້ອນການກູ້ຢືມເງິນ ມາຈາກຕ່າງປະເທດ ເພື່ອສ້າງເຂື່ອນໄຟຟ້າ ທີ່ບໍ່ໄດ້ສ້າງຜົລປໂຍດຫຍັງ ໃຫ້ກັບຄົນລາວ ແລ້ວຍັງບີບບັງຄັບ ໃຫ້ຄົນລາວ ຕ້ອງໂຍກຍ້າຍຖິ່ນຖານ ສູນເສັຽວິຖີຊີວິດ, ວັທນະທັມ, ອາຊີພ ແລະ ຣາຍໄດ້.

ນອກຈາກນີ້ການບໍຣິຫານວຽກງານ ພາຍໃນຂອງຣັຖວິສາຫະກິຈ ໄຟຟ້າລາວ ກໍຍັງເຫັນວ່າ ການຕິດຕາມກວດກາ ບັນດາເຈົ້າໜ້າທີ່ ລະດັບສູງ ແລະລະດັບທ້ອງຖິ່ນ ຍັງບໍ່ມີຄວາມເຂັ້ມງວດ ເຮັດໃຫ້ເກີດມີຊ່ອງຫວ່າງ ໃນການສໍ້ຣາສບັງຫຼວງ ຈົນງົບປະມານຮົ່ວໄຫຼ ໂດຍຮຽກຮ້ອງໃຫ້ຣັຖບານລາວ ເລັ່ງປະຕິຮູບໜ່ວຍງານຄືນໃໝ່ ເພື່ອຫຼຸດຜ່ອນບັນຫາໜີ້ສິນລົງ.

ດັ່ງປະຊາຊົນ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 21 ມິຖຸນາ ນີ້ວ່າ:

ຕ້ອງໄດ້ປັບປຸງ ເຣື່ອງພນັກງານນີ້ ອັນນຶ່ງບຸກຄົນຫາຜົລປໂຍດສ່ວນໂຕຫັ້ນນ່າ ກາຢາກໃຫ້ປັບປຸງຕື່ມຫັ້ນແລ້ວ ເພາະວ່າວິສາຫະກິຈມັນກາຫຼາຍເນາະ ບາງບ່ອນກາເຮັດດີ ບາງບ່ອນກາບໍ່ດີ.

ສ່ວນປະຊາຊົນລາວ ອີກທ່ານນຶ່ງກ່າວວ່າ ຄົນລາວໂດຍທົ່ວໄປ ບໍ່ຮູ້ເຣື່ອງໜີ້ສາທາຣະນະ ປານໃດ ເພາະຣັຖບານລາວ ບໍ່ເຄີຍໃຫ້ຄວາມຮູ້ ແລະຂໍ້ມູນກັບຊາວບ້ານເທື່ອ ຜ່ານມາກໍຮັບຮູ້ຜ່ານສື່ສັງຄົມ ອ໋ອນລາຍນ໌ເທົ່ານັ້ນ ເຮັດໃຫ້ຄົນລາວສ່ວນໃຫຍ່ ບໍ່ໄດ້ສົນໃຈບັນຫານີ້.

ຢ່າງໃດກໍຕາມ ເທົ່າທີ່ສັງເກດເຫັນ ກໍມີເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ຈຳນວນນຶ່ງ ຫາກໍເຣີ່ມເຂົ້າເຮັດວຽກໄດ້ບໍ່ດົນ ແຕ່ກາມີຣົຖຂີ່, ມີເງິນໃຊ້ ກໍຢາກໃຫ້ທາງການລາວ ເອົາໃຈໃສ່ ຕິດຕາມກວດກາເບິ່ງ.

ດັ່ງປະຊາຊົນລາວ ໃນນະຄອນປາກເຊ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມິຖຸນານີ້ວ່າ:

ໄດ້ຍິນແຕ່ຂະເຈົ້າ ອອກເຟສບຸກຄ໌ ອອນລາຍນ໌ ໄປຫັ້ນແລ້ວ ຈັກເພິ່ນຊິເຮັດແນວໃດ ກາບໍ່ຮູ້ຈັກນຳເພິ່ນ ບາງເທື່ອມັນກາຕ້ອງມີ ພນັກງານທັມມະດາ ກາມີຣົຖ ມີຣາງຂີ່. ຂະເຈົ້າກາເອົາເງິນ ເອົາຄຳໄປຫຼວງຫຼາຍ.

ເພື່ອຫຼຸດຜ່ອນບັນຫາໜີ້ສິນ ຂອງຣັຖວິສາຫະກິຈໄຟຟ້າລາວລົງ ເຈົ້າໜ້າທີ່ທນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ ໜີ້ສິນຂອງຣັຖວິສາຫະກິຈໄຟຟ້າລາວ ຖືວ່າຫຼຸດລົງຈາກ 2-3 ປີກ່ອນ ເພາະສາມາດສຳຣະໜີ້ສິນໄດ້ ຕາມເປົ້າໝາຽ ແຕ່ກໍຖືວ່າ ຍັງຢູ່ໃນລະດັບສູງຫຼາຍ ເມື່ອທຽບໃສ່ GDP ຂອງປະເທດ.

ສະນັ້ນທາງການລາວ ຄວນຈະທົບທວນຄືນ ກ່ຽວກັບແຜນພັທນາ ດ້ານພລັງງານ ຂອງປະເທດ ເປັນຕົ້ນຢຸດເຊົາການກູ້ຢືມເງິນ ຈາກພາຍໃນ ແລະຕ່າງປະເທດ ເພື່ອລົງທຶນສ້າງແຫຼ່ງພລັງງານ ດ້ວຍໂຕເອງ ຖ້າມີຄວາມຈຳເປັນ ຈະສ້າງກໍຄວນໃຫ້ ພາກເອກະຊົນເຂົ້າຮ່ວມລົງທຶນ ເພື່ອກະຈາຍຄວາມສ່ຽງ ແລະຫຼຸດຜ່ອນ ການການກູ້ຢືມເພີ່ມ.

ດັ່ງເຈົ້າໜ້າທີ່ ທນາຄານໂລກ ປະຈຳ ສປປ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ມິຖຸນານີ້ວ່າ:

ຖ້າເບິ່ງ ລະດັບທຽບກັບ GDP ເນາະ ກາຖືວ່າສູງຢູ່. ຄວນຊິເບິ່ງຄືນ ເຣື່ອງການລົງທຶນ ຢູ່ໃຫ້ພາກເອກຊົນ ເຂົ້າມາມີສ່ວນຮ່ວມເພີ່ມຕື່ມເບາະ ແທນມີ່ຊິແມ່ນຣັຖບຸກ ຢູ່ຝ່າຍດຽວເບາະ ຈັ່ງຊິຫັ້ນນ່າ.

ຈາກສະພາບບັນຫາໜີ້ ທີ່ຫຼວງຫຼາຍນີ້ ໄດ້ສົ່ງຜົລສະທ້ອນ ຕໍ່ຄວາມເຊື່ອໝັ້ນ ຂອງນັກລົງທຶນ ຈາກພາຍໃນ ແລະຕ່າງປະເທດ ຈົນຫຼາຍບໍຣິສັດ ຕ້ອງສະລໍໂຄງການລົງທຶນ ແລະບາງໂຄງການ ກໍໄດ້ຍົກເລີກໄປ ເພາະສະພາບການເງິນ ຂອງຣັຖວິສາຫະກິຈໄຟຟ້າລາວ ບໍ່ມີຄວາມແນ່ນອນ ແລະຂາດຄວາມໜ້າເຊື່ອຖື ໃນລະດັບຕໍ່າ.

ດັ່ງ ທ່ານ ດາວົງ ພອນແກ້ວ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 20 ມິຖຸນານີ້ວ່າ:

ເນື່ອງຈາກ ການພັທນາ ແມ່ນຕ້ອງອີງໃສ່ແຫຼ່ງເງິນ ຈາກຕ່າງປະເທດ ເປັນສ່ວນໃຫຍ່. ເວລາຈັດຕັ້ງປະຕິບັດ ຈຶ່ງເຫັນວ່າ ແຜນການພັທນາ ດ້ານພລັງງານ ໄຟຟ້າ ຍັງບໍ່ມີຄວາມແນ່່ນອນ ຄວາມເຊື່ອຖື ທາງດ້ານການລົງທຶນ ຂ້ອນຂ້າງຕໍ່າ ເຮັດໃຫ້ເກີດຂໍ້ຈຳກັດ ຫຼາຍດ້ານ.

ທ່ານ ດາວົງ ພອນແກ້ວ ກ່າວຕື່ມວ່າ ເພື່ອເຮັດໃຫ້ແຜນພັທນາ ເສຖກິຈ-ສັງຄົມ ຂອງປະເທດບັນລຸ ຕາມຄາດໝາຽ ຣັຖບານຕ້ອງສ້າງຄວາມເຊື່ອໝັ້ນ ໃຫ້ກັບຜູ້ລົງທຶນ ໃນຕລາດ ພລັງງານພາຍປະເທດ ດ້ວຍນະໂຍບາຍ ສົ່ງເສີມອຳນວຍຄວາມສະດວກ ຕໍ່ການລົງທຶນ ຈາກຕ່າງປະເທດ ຂອງຣັຖບານລາວ ແລະດຶງດູດຄູ່ຮ່ວມຍຸທສາຕ ທີ່ມີປະສົບການ ແລະໜ້າເຊື່ອຖື ທາງດ້ານການເງິນ ລະດັບສາກົນ ເພື່ອມາຊ່ອຍສ້າງເປັນທ່າແຮງ ໃນການລະດົມທຶນ ແລະບໍຣິການ ແກ້ໄຂໜີ້ສິນ ຂອງຂແນງພລັງງານ. ນອກຈາກນີ້ ຕ້ອງໄດ້ປັບປຸງ ປະຕິຮູບໂຄງສ້າງອຸດສະຫະກັມ ພລັງງານໄຟຟ້າ ໃຫ້ມີປະສິທທິຜົລ ທາງດ້ານທຸຣະກິຈ ໂດຍໃຫ້ສອດຄ່ອງ ກັບຫຼັກການສາກົນ ຕິດພັນກັບ ຄວາມໂປ່ງໃສ່ ແລະຄວາມເປັນມືອາຊີພ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.