ໄຟໄໝ້ ຕລາດຊັ່ງຈ່ຽງ ເກືອບໝົດກ້ຽງ
2017.07.14

ເກີດເຫຕໄຟໄໝ້ ຕລາດຊັ່ງຈ່ຽງ ຂອງຈີນ ທີ່ນະຄອນຫຼວງວຽງຈັນ ໃນຕອນແລງ ວັນສຸກ ວັນທີ 14 ກໍຣະກະດາ, ເວລາ 17:30, ສ້າງຄວາມເສັຽຫາຍຢ່າງໜັກ, ເຊິ່ງຄາດວ່າ ຫລາຍສິບລ້ານດອລລາຣ໌ ສຫະຣັຖ, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນວັນທີ 14 ກໍຣະກະດານີ້.
ເພີງໄຟ ໄດ້ໄໝ້ຂຶ້ນ ແລະ ລຸກລາມ ຢ່າງໄວວາ ພາຍຫຼັງ ທີ່ແມ່ຄ້າຊາວຂາຍ ສ່ວນໃຫ່ຍ ໄດ້ພາກັນປິດຮ້ານເມືອເຮືອນ ເກືອບໝົດແລ້ວ, ເຊິ່ງຄາດວ່າ ໄຟໄໝ້ ເກືອບໝົດຕລາດ, ດັ່ງແມ່ຄ້າ ຂາຍເຄື່ອງສຳອາງ ທີ່ຮ້ານຂອງນາງ ຖືກໄຟໄໝ້ ຈົນໝົດກ້ຽງ ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນຕອນຄ່ຳ ເວລາ 20:00 ໂມງ ວ່າ:
“ໜ້າຈະໄໝ້ເໝິດເລີຍ ຕິ໋ບໍ ມັນໄໝ້ເໝິດຕລາດ ເລີຍນ່າ. ປະມານ 5 ໂມງປາຍນີ້ແຫຼະ ເພາະວ່າ ປິດຕລາດນ່າ, ບໍ່ທັນເອົາຫຍັງອອກ. ໜ້າຈະໄໝ້ເໝິດເລີຍນ່າ ເພາະວ່າ ມັນໄຟແຮງນ່າ ມັນໄວຫັ້ນນ່າ ໄຟໄໝ້ໄວຫັ້ນນ່າ. ແຕ່ວ່າ ຕອນເຮົາໄປ ຂະເຈົ້າ ກະບໍ່ໃຫ້ ເຮົາເຂົ້າໄປ ໃນພຸ້ນແລ້ວນ່າ, ເຮົາກະຢູ່ທາງນອກພີ້ ເບິ່ງຫັ້ນນ່າ, ແຕ່ມັນ ກະຕ້ອງໄໝ້ເໝິດເລີຍ ຫັ້ນແຫຼະ.”
ຂະນະດຽວກັນ ເຈົ້າໜ້າທີ່ກູ້ພັຍ ຈາກມູລນິທິ ອາສາກູ້ພັຍນາຄາ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ເວລາ 20:30 ວ່າ ຍັງບໍ່ມີ ຣາຍງານ ຜູ້ທີ່ໄດ້ຮັບ ບາດເຈັບ ຫຼື ເສັຽຊີວິຕ ຈາກເຫຕການນີ້ເທື່ອ.
“ປະຈຸບັນນີ້ ແມ່ນເພິ່ນຄຸມເພີງ ໄດ້ລະເນາະ, ແຕ່ວ່າ ຍັງບໍ່ດັບນ່າ ຊິໃຫ້ມັນດັບເລີຍ ຫັ້ນຍັງບໍ່ດັບ, ແຕ່ວ່າ ກະຍັງມີປະກາຍໄຟ ອີ່ຫຍັງແດ່ ຫັ້ນແຫຼະ, ແຕ່ວ່າ ເພິ່ນຄວບຄຸມ ໄດ້ເໝິດລະ. ແບບລາມ ຕໍ່ໄປກະຊິບໍ່ໄດ້ ລະເນາະ. ແຕ່ວ່າ ຊິໃຫ້ຄວບຄຸມ ມັນດັບເໝິດເລີຍ ກະຊິປະມານ 12 ໂມງກາງຄືນນີ້ແຫຼະ.”
ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ຈາກຜແນກ ອຸດສາຫະກັມ ແລະ ການຄ້າ ປະຈຳນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ວ່າ: ໃນເບື້ອງຕົ້ນ ຍັງບໍ່ສາມາດ ປະເມີນຄວາມເສັຽຫາຍໄດ້ເທື່ອ ເພາະຕ້ອງປ່ອຍໃຫ້ ເຈົ້າໜ້າທີ່ ປກຊ-ປກສ ເຂົ້າໄປເຮັດວຽກ ວິຊາສະເພາະ ເພື່ອຊອກຫາ ສາເຫຕກ່ອນ, ແຕ່ຄາດວ່າ ມື້ອື່ນ ຈຶ່ງຈະສາມາດ ປະເມີນ ຄວາມເສັຽຫາຍໄດ້.
“ໂອ້ໂຕນີ້ ຍັງປະເມີນບໍ່ໄດ້ ເພາະວ່າ ຍັງເຂົ້າໃກ້ບໍ່ໄດ້ ເພາະວ່າ ຂະເຈົ້າ ກະບໍ່ໃຫ້ເຂົ້າໃກ້ ຫັ້ນນ່າ, ເຈົ້າໜ້າທີ່ ຕຳຣວດທະຫານ ຂະເຈົ້າ ຢູ່ຟາກທາງ ບໍ່ໃຫ້ເຂົ້າ, ມີແຕ່ຣົດດັບເພີງ ເຂົ້າເນາະ. ລະມັນກະມີຄວັນຂິວຫຼາຍ ຍັງບໍ່ທັນເຂົ້າໃກ້ ໄດ້ເທື່ອ, ຄາດວ່າ ມື້ອື່ນ ຈັ່ງຮູ້ຈັກ. ຕ້ອງໃຫ້ລໍຖ້າ ວິຊາສະເພາະເພິ່ນກວດກາ ໂຕຈິງ ລະຈັ່ງຄ່ອຍວ່າ ມັນເກີດ ຈາກໂຕໃດຫັ້ນນ່າ.”
ເຖິງຢ່າງໃດ ກໍຕາມ, ຊາວຄ້າຂາຍ ແລະ ນັກທຸຣະກິດ ທີ່ຕລາດດັ່ງກ່າວ ເວົ້າວ່າ ຄວາມເສັຽຫາຍ ຈາກໄຟໄໝ້ຄັ້ງນີ້ ອາດມີເຖິງ ຫລາຍສິບລ້ານດອລລາຣ໌ສຫະຣັຖ ເນື່ອງຈາກວ່າ ມີນັກທຸຣະກິຈຊາວຈີນລົງທຶນ ຢ່າງຫລວງຫລາຍ ໃນຕລາດນີ້.
ເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ກ່າວຕື່ມວ່າ ກິຈການຕ່າງໆ ໃນບໍຣິເວນ ສູນການຄ້າຊັ່ງຈ່ຽງ ບໍ່ວ່າ ຈະເປັນໂຮງແຮມ, ຕລາດ, ສາຂາທະນາຄານ ແລະ ຮ້ານອາຫານຕ່າງໆ ຕ້ອງຢຸດ ໃຫ້ບໍຣິການທັນທີ ແລະ ໄດ້ອົພຍົບລູກຄ້າ ຜູ້ທີ່ມາໃຊ້ ບໍຣິການ ອອກຈາກພື້ນທີ່ ດັ່ງກ່າວ ເພື່ອໃຫ້ມີຄວາມປອດພັຍ.
ສູນການຄ້າສາກົນ ຊັ່ງຈ່ຽງ ແຫ່ງປະເທສລາວ ຫຼື ຕລາດຊັ່ງຈ່ຽງ, ຕັ້ງຢູ່ ຣະຫວ່າງ ບ້ານນາຄຳ ແລະ ບ້ານວັດໄຕນ້ອຍ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ນັກລົງທຶນຈີນ ໄດ້ເຣີ່ມເຂົ້າມາລົງທຶນ ໃນຊຸມປີ 2000, ແລະ ຕລາດກ່າວ ໄດ້ເຣີ່ມໃຫ້ ບໍຣິການ ແຕ່ປີ 2007 ເປັນຕົ້ນມາ, ເຊິ່ງຖືເປັນ ຕລາດ ທີ່ຂາຍສິນຄ້ານຳເຂົ້າ ຈາກປະເທສຈີນ ທີ່ໃຫ່ຍທີ່ສຸດ ໃນນະຄອນຫຼວງວຽງຈັນ ແລະ ໃນປະເທສລາວ. ເນື້ອທີ່ ບໍຣິເວນ ຕລາດແຫ່ງນີ້ ໄດ້ຮັບສັມປະທານ ຈາກຣັຖບານລາວ ເພື່ອສ້າງສູນການຄ້າ, ຫ້າງສັພສິນຄ້າ ແລະ ໂຮງແຮມ ຄົບວົງຈອນ.