ໄຟໄໝ້ຕລາດຈີນ ຢູ່ ເຊໂນ
2018.02.20

ໃນຕອນກາງຄືນ ວັນທີ 15 ກຸມພາ ຜ່ານມາເກີດເຫດໄຟໄໝ້ ຕລາດຈີນ ຢູ່ເຊໂນ ເມືອງອຸທຸມພອນ ແຂວງສວັນນະເຂດ ກອງໄຟໄດ້ໄໝ້ ອາຄານ ຂາຍເຄື່ອງ 1 ຫລັງໃນນັ້ນມີຮ້ານຄ້າ ໄດ້ຮັບຄວາມເສັຽຫາຍ ປະມານ 4 ຫາ 5 ຮ້ານ ຊຶ່ງເຈົ້າໜ້າທີ່ຕໍາຣວດ ສະກັດກັ້ນ ອັກຄີໄພ ໄດ້ເຂົ້າ ມາສີດນໍ້າມອດໄຟ ໄດ້ກ່ອນທີ່ໄຟຈະໄໝ້ລາມ ຫລາຍກວ່ານັ້ນ. ດັ່ງເຈົ້າໜ້າທີ່ ເມືອງ ອຸທຸມພອນ ກ່າວຕໍ່ ວິທິຍຸເອເຊັຽເສຣີ ໃນວັນທີ 16 ກຸມພາ ວ່າ:
"ເອີເມື່ອຄືນນີ້ຕອນແລງວານນີ້ ປະມານ 8 ໂມງ ໂຕມັນໄໝ້ກະບໍ່ມີຫຍັງຫລາຍດອກ 4 ຫາ 5 ຮ້ານນີ້ແຫຼະ ປະເພດເສື້ອຜ້າ ເກີບ ພວກເຄື່ອງສຽງ ຈຳນວນນິແຫຼະ ດັບໄຟທັນ."
ເຈົ້າໜ້າທີ່ກ່າວຕື່ມວ່າ ຫຼັງຈາກສາມາດມອດໄຟໄດ້ ເຈົ້າໜ້າທີ່ກຽ່ວຂ້ອງໄດ້ລົງເກັບຫຼັກຖານ ຄວາມເສັຽຫາຍ ແລະ ຊອກຫາສາເຫດ ຂອງ ໄຟໄໝ້ ໃນຄັ້ງນີ້ ຊຶ່ງຍັງບໍ່ສາມາດບອກໄດ້ວ່າ ເກີດຍ້ອນຫຍັງກັນແທ້ ສ່ວນພໍ່ຄ້າແມ່ຄ້າ ທີ່ຖືກເສັຽຫາຍ ກໍ່ຈະໄດ້ຮັບ ການຊ່ວຍເຫຼືອຢ່າງ ຄັກແນ່ ມາຮອດມື້ນີ້ຕລາດດັ່ງກ່າວ ຍັງເປີດຂາຍເຄື່ອງຕາມປົກກະຕິ ເພາະສ່ວນທີ່ຖືກໄຟໄໝ້ ບໍ່ໄດ້ກວມຮອດເຄີ່ງນຶ່ງຂອງຕລາດ.
ທ່ານກ່າວຕື່ມວ່າ ຕລາດແຫ່ງດັ່ງກ່າວ ມີຜູ້ສຳປະທານເປັນນັກທຸຣະກິດຈາກຈີນ ແຕ່ເປີດໂອກາດໃຫ້ ພໍ່ຄ້າແມ່ຄ້າ ຄົນລາວເຂົ້າມາ ເຊົ່າຫ້ອງ ຂາຍເຄື່ອງ ຊຶ່ງໄດ້ເປີດມາເປັນເວລາຫຼາຍປີແລ້ວ ຍັງບໍ່ເຄີຍເກີດໄຟໄໝ້ມາກ່ອນ, ຢ່າງໃດກໍ່ຕາມ ສຳລັບສ່ວນທີ່ ຖືກໄຟໄໝ້ນັ້ນຈະຖືກສ້ອມ ແປງ ໃນໄວໆນີ້.