ເຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງສວັນນະເຂດ ຈັບຄົນວຽດນາມ 2 ຄົນ ຢູ່ບ້ານເຊທ່າມວກ, ເມືອງພີນ ແຂວງສວັນນະເຂດ ເມື່ອວັນທີ 1 ສິງຫາ ທີ່ຜ່ານມານີ້ ຍ້ອນຊາວວຽດນາມ ກຸ່ມນີ້ ລັກຊຸກເຊື່ອງໄມ້ໄວ້ ໃນຕູ້ຄອນເທ່ນເນີ້ຈຳນວນ 49 ທ່ອນນ້ອຍ ປະມານ 7 ແມັດກ້ອນ ແລ້ວເອົາແຜ່ນເຫຼັກອັດໄວ້ ເພື່ອປິດບັງເຈົ້າໜ້າທີ່, ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ທ່ານນຶ່ງ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 05 ສິງຫາ ນີ້ວ່າ:
“ຄົນຂັບຣົດຫັ້ນແມ່ນຄົນວຽດ ລາວຮັບຈ້າງຂັບຣົດໄມ້ພາຍໃນແຂວງເຂດເຊື່ອມຕໍ່ນີ້ນ່າ. ໄມ້ໃນບ້ານເຮົາ ໄມ້ເຂົາເອົາໄວ້ສືບສວນສອບສວນ ຢູ່ພາຍໃນເມືອງຫັ້ນນ່າ. ສ່ວນຫຼາຍຈະເປັນໄມ້ອັນນັ້ນ ໄມ້ລັກສນະເປັນປັກເກ້ນີ້ນ່າ.”
ທ່ານເວົ້າວ່າ ການສືບສວນສອບສວນເບື້ອງຕົ້ນ ຍັງບໍ່ຮູ້ວ່າ ໄມ້ທັງໝົດນັ້ນໄດ້ມາຈາກແຫຼ່ງໃດ? ແຕ່ຄາດກະວ່າ ໜ້າຈະຖືກລັກລອບຕັດອອກ ມາຈາກປ່າສງວນແຫ່ງຊາຕ ດົງພູວຽງ ພາຍໃນເຂດເມືອງພີນ ແລ້ວກຽມຂົນຍ້າຍອອກໄປ ດ່ານສາກົນລາວບາວ ທີ່ຢູ່ຫ່າງອອກໄປບໍ່ເຖິງ 70 ກິໂລແມັຕ ແລະ ສ່ວນຫຼາຍຈະເປັນໄມ້ແປ້ນ ຫຼືໄມ້ປັກເກ້ເນື້ອດີ ມີຣາຄາສູງ.
ປະຈຸບັນ, ເຈົ້າໜ້າທີ່ກອງກວດກາປ່າໄມ້ ປະຈຳແຂວງສວັນນະເຂດ ພວມດຳເນີນການສືບສວນສອບສວນ ຊາວວຽດນາມທັງ 2 ຄົນ ຢູ່ທີ່ ເມືອງພີນ ວ່າໄດ້ໄມ້ມາຈາກບ່ອນໃດ ແລະ ແມ່ນໃຜເປັນຜູ້ຈ້າງ? ຫາກພົບວ່າ ມີການລັກລອບຂົນໄມ້ ຜິດກົດໝາຍ ແທ້ຈະຖືກປັບໃໝ ແລະ ລົງໂທສຕາມກົດໝາຍ ຢ່າງເດັດຂາດ.
ເມື່ອວັນທີ 27 ກໍຣະກະດາ ທີ່ຜ່ານມານີ້, ກອງກວດກາປ່າໄມ້ປະຈຳແຂວງສວັນນະເຂດ ກໍໄດ້ຈັບຄົນວຽດນາມ 1 ຄົນ ອາຍຸປະມານ 50 ປີ ທີ່ຖືກນາຍທຶນວຽດນາມຈ້າງເງິນ 2 ລ້ານ 5 ແສນກີບ ເພື່ອລັກຂົນໄມ້ 13 ທ່ອນໃຫຍ່ ແລະ ຍັງເຂົ້າລາວແບບບໍ່ ຖືກຕ້ອງ ຕາມຣະບຽບ ແລະ ປະຈຸບັນ ຜູ້ກ່ຽວຍັງຖືກກັກໂຕ ຢູ່ຄ້າຍຄຸມຂັງຫຼັກ 06 ແຂວງສວັນນະເຂດ.
ປະຈຸບັນ, ຄຳສັ່ງເລຂທີ 15/ນຍ ວ່າດ້ວຍ ການເຂັ້ມງວດ ໃນການຄວບຄຸມ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸຣະກິຈ ໄມ້ຂອງ ທ່ານ ທອງລຸນ ສິສຸລິດ, ນາຍົກຣັຖມົນຕຣີລາວ ເມື່ອປີ 2016, ໂດຍຂໍໃຫ້ເຈົ້າໜ້າທີ່ ກອງກວດກາປ່າໄມ້ ປະຈຳທຸກແຂວງ ໃຫ້ ເອົາໃຈໃສ່ໃນການກວດກາ ແລະ ສະກັດກັ້ນຂະບວນການຄ້າ ໄມ້ຜິດກົດໝາຍຂອງກຸ່ມນາຍທຶນ ຢ່າງເຂັ້ມງວດ ແລະ ທີ່ສຳຄັນ ກໍເພື່ອ ປ້ອງກັນບໍ່ໃຫ້ ປ່າໄມ້ຫຼຸດໜ້ອຍຖອຍລົງ.