ຕລາດຊັ່ງຈ່ຽງວ່າບໍ່ມີ ປະກັນ ໄຟໄໝ້
2017.07.19

ຕລາດຊັ່ງຈ່ຽງ ຊຶ່ງເປັນຕລາດການຄ້າ ທີ່ສໍາຄັນແຫ່ງນຶ່ງ ຂອງຈີນ ຢູ່ນະຄອນຫລວງວຽງຈັນ ຖືກໄຟໄໝ້ ເສັຽຫາຍໜັກ ເມື່ອເວລາ 5 ໂມງ 35 ນາທີ ຕອນແລງ ວັນທີ 14 ກໍຣະກະດາ, ບໍ່ມີຜູ້ໄດ້ຮັບບາດເຈັບ. ຕາມຣາຍງານຂ່າວວຽງຈັນທາມສ ທີ່ອ້າງໃສ່ຄໍາເວົ້າ ຂອງຫົວໜ້າ ຕໍາຣວດ ນະຄອນຫລວງວຽງຈັນ.
ພັນເອກ ຈັນຫອມ ແກ້ວສຸລະໄຊ ກ່າວຕໍ່ສື່ມວນຊົນ ເມື່ອວັນທີ 18 ກໍຣະກະດາ ນີ້ວ່າ ທາງເຈົ້າໜ້າທີ່ ກໍາລັງເຂົ້າກວດກາ ສໍາຣວດບ່ອນ ເກີດເຫດ ເພື່ອຮູ້ສາເຫດ ທີ່ແທ້ຈິງ ຂອງເຫດໄຟໄໝ້.
ກຸ່ມບໍຣິສັດຊັ່ງຈ່ຽງ ໄດ້ລົງທຶນໃນຕລາດຊັ່ງຈ່ຽງ ແຫ່ງນີ້ນັບແຕ່ປີ 2007 ເປັນຕົ້ນມາ ຫລັງຈາກໄດ້ຮັບ ສໍາປະທານ ເປັນລະຍະເວລາ 50 ປີ ຈາກກະຊວງປ້ອງກັນ ປະເທດ ສປປລາວ.
ທ່ານ Ding Guo Jiang ປະທານກຸ່ມບໍຣິສັດ Sang Jiang ກ່າວຕໍ່ກອງປະຊຸມຂ່າວ ເມື່ອວັນຈັນທີ່ຜ່ານມາ ວ່າໄຟໄໝ້ ຮ້ານຄ້າທັງໝົດ 269 ຮ້ານ ສ່ວນໃຫຍ່ ເປັນຂອງ ຊາວຈີນ ຮວມເຖິງຊາວລາວ ແລະວຽດນາມ. ໃນນັ້ນ ຊາວຄ້າຂາຍ ຈໍານວນນຶ່ງ ໄດ້ສູນເສັຽເຄື່ອງຂອງ ທັງໝົດ ຂອງເຂົາເຈົ້າ. ຄວາມເສັຽຫາຍ ປະເມີນວ່າ ຫລາຍພັນລ້ານກີບ ໃນສູນການຄ້າ ທີ່ຖືກໄຟໄໝ້ ໃນເນື້ອທີ່ 18 ພັນຕະລາງແມັຕ.
ສ່ວນເຣື່ອງປະກັນພັຍ ຕຶກການຄ້າທີ່ຖືກໄຟໄໝ້ ເກືອບກ້ຽງນັ້ນ ທາງບໍຣິສັດ ຊັ່ງຈ່ຽງ ເນັ້ນວ່າຕົນໄດ້ຊື້ ປະກັນພັຍ ເລີ່ມປີ 2009 ຈົນຮອດ ນະໂຍບາຍ ປະກັນພັຍນັ້ນ ໝົດກໍານົດ ເມື່ອເດືອນ ກັນຍາ ປີ 2016 ຜ່ານມາ. ດັ່ງນັ້ນຈະບໍ່ມີການ ເສັຽຄ່າຊົດເຊີຍ ຄວາມເສັຽຫາຍໃດໆ ທີ່ເກີດຈາກເຫດໄຟໄໝ້ ດັ່ງກ່າວ ຜ່ານນະໂຍບາຍ ປະກັນພັຍ.
ເພື່ອປົກປ້ອງການຫາຢູ່ຫາກິນ ແລະສິນຄ້າເຄື່ອງຂອງ ຂອງເຈົ້າຂອງຮ້ານຂາຍເຄື່ອງ ທາງບໍຣິສັດ ຈຶ່ງໄດ້ແນະນໍາ ລູກຄ້າຂອງຕົນເລື້ອຍໆ ໃຫ້ຊື້ປະກັນພັຍ ສໍາລັບຕົນເອງ ແລະ ບໍ່ໃຫ້ປະເຄື່ອງ ທີ່ມີຄ່າຕ່າງໆ ໄວ້ໃນຕລາດ ຫລັງຕລາດປິດ.
ເຈົ້າຂອງຮ້ານຄ້າຕ່າງໆ ກໍຍັງຫວັງວ່າ ຈະໄດ້ຮັບຄ່າຊົດເຊີຍ ແບບໃດແບບນຶ່ງ ຈາກທາງບໍຣິສັດ ສໍາລັບການສູນເສັຽ ຊຶ່ງພວກເຂົາເຈົ້າ ອ້າງວ່າມີເຖິງ ຫລາຍຮ້ອຍພັນ ໂດລາ.