ທາງການວ່າຊາວເຊກອງ 9 ສ່ວນຮ້ອຍ ຍັງທຸກຢູ່

ຊີວິດປະຈໍາວັນ ແບບລຽບງ່າຍ ຂອງຊາວລາວ ໃນແຂວງເຊກອງ
ຊີວິດປະຈໍາວັນ ແບບລຽບງ່າຍ ຂອງຊາວລາວ ໃນແຂວງເຊກອງ (Screen captured Public domain : http://ttnotes.com/sekong-market.html)

0:00 / 0:00

ທາງການສປປລາວ ເວົ້າວ່າປັດຈຸບັນ ປະຊາຊົນຢູ່ແຂວງເຊກອງ 9% ຍັງທຸກຍາກຄືຫລຸດລົງຈາກປີ 2017 ທີ່ມີອັດຕຣາ ຄວາມທຸກຍາກຢູ່ 10%. ບັນຫາຫຍຸ້ງຍາກ ທີ່ເຮັດໃຫ້ປະຊາຊົນແຂວງເຊກອງ ຍັງທຸກຍາກ ແມ່ນການຄົມມະນາຄົມບໍ່ສະດວກ, ຖນົນຫົນທາງ ໃຊ້ການໄດ້ພຽງ ຣະດູດຽວ ຄືຣະດູແລ້ງ ເຮັດໃຫ້ການເດີນທາງໄປມາ ແລະການຂົນສົ່ງສິນຄ້າ ຢູ່ພາຍໃນແຂວງ ແລະໄປຕ່າງແຂວງລຳບາກ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງເຊກອງ ກ່າວວ່າ:

"2016-2017 ນີ້ກໍ 10 ເນາະ ມາຮອດປັດຈຸບັນນີ້ກໍເຫລືອແຕ່ 9% ເດ້ ກໍຫລຸດລົງຫັ້ນແຫລະນໍ ກໍຈະໃຫ້ຫລຸດລົງ ຈາກຕົວເກົ່າ ຫລຸດລົງ ເທື່ອລະກ້າວ ຈົນຮອດ 2020 ກໍໃຫ້ມັນຫລຸດພົ້ນອອກຈາກຄວາມທຸກຍາກຫັ້ນແຫຼະນໍ ຄວາມທຸກຍາກກໍບໍ່ຢາກໃຫ້ມີ ບໍ່ໃຫ້ເຫລືອຕາມແຜນ ຂອງຣັຖບາລ ໂດຍສະເພາະລະແມ່ນ ຫລາຍອັນຫັ້ນແຫລະນໍ ອັນນຶ່ງກໍເວົ້າເຣຶ່ອງມັນເຂດຫ່າງໄກສອກຫລີກ ການສັນຈອນບໍ່ທັນໄດ້ດີ ເຣຶ່ອງເສັ້ນທາງ ຄົມມະນາຄົມ ເສັ້ນທາງຍັງບໍ່ສະດວກ ໄປໄດ້ແຕ່ລະດູແລ້ງ ຫັ້ນແຫຼະນໍ."

ທ່ານເວົ້າຕື່ມວ່າ ທາງການແຂວງກໍໄດ້ພຍາຍາມຫລຸດຜ່ອນ ຄວາມທຸກຍາກນັ້ນລົງ ໂດຍໄດ້ຈັດສັນອາຊີບໝັ້ນຄົງ ໃຫ້ປະຊາຊົນ ເຊັ່ນການ ປູກຝັງ: ປູກຢາງພາຣາ, ກາເຟ, ປູກມອນລ້ຽງມ້ອນ, ສາລີ, ມັນຕົ້ນແລະລ້ຽງສັດ. ດັ່ງທີ່ທ່ານກ່າວວ່າ:

"ຄວາມໝາຍວ່າມາຕການກໍທາງການແຂວງເພິ່ນ ກໍໄດ້ສຸມວຽກທາງດ້ານງົບປະມານ ໂຄງການຊ່ວຍເຫຼືອແດ່ ໂດຍສະເພາະການຈັດສັນ ອາຊີບຄົງທີ່ໃຫ້ປະຊາຊົນ ເພິ່ນເວົ້າເຣຶ່ອງຄ້ຳປະກັນສະບຽງອາຫານ ປີຕໍ່ໄປກໍທາງແຂວງເຮົາ ກໍສິໄດ້ສຸມໃສ່ເຣຶ່ອງ ຜລິດເຂົ້າ ເຣຶ່ອງການ ຈັດສັນອາຊີບຄົງທີ່ ກໍເຊັ່ນດຽວກັນນໍ ລ້ຽງສັດນ້ອຍນໍ ໃຫ້ມີສ່ວນປຸງກິນ ລະກໍມີສ່ວນແຮໄວ້ໄປຂາຍ ເປັນສິນຄ້ານໍ."

ແຂວງເຊກອງ ເປັນນຶ່ງໃນຈຳນວນແຂວງທີ່ທຸກຍາກທີ່ສຸດ ຂອງ ສປປລາວ ແລະເມືອງດາກຈຶງ ແລະເມືອງກະລຶມ ຂອງແຂວງເຊກອງ ກໍເປັນ 2 ເມືອງ ໃນຈຳນວນ 47 ເມືອງທີ່ທຸກຍາກທີ່ສຸດຂອງ ສປປລາວ.

ເວົ້າເຖິງການຫລຸດພົ້ນອອກຈາກການເປັນປະເທສດ້ອຍພັທນາ, ຕາມຄຳເວົ້າຂອງ ທ່ານ ທອງລຸນ ສີສຸລິດ ຢູ່ໃນກອງປະຊຸມສມັຍ ສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ທີ່ກໍາລັງດໍາເນີນໄປ ຢູ່ໃນຂະນະນີ້ແລ້ວແມ່ນວ່າ ອົງການສະຫະປະຊາຊາດ ປະກາດວ່າ ລາວ ສາມາດບັນລຸໄດ້ 2 ໃນ 3 ມາຕຖານ ເພື່ອໃຫ້ລາວສາມາດຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັທນາ ຖ້າຮັກສາທ່າອ່ຽງນີ້ໄດ້ໃນ 3 ປີຂ້າງໜ້າໃນເວລາປະເມີນຄັ້ງທີ 2 ຊຶ່ງທ່ານກ່າວວ່າ:

"ຄາດວ່າການປະເມີນຄັ້ງທີ 2 ນີ້ອາຈເປັນປີ 2020 ກະວ່າລາວຈະສາມາດ ບັນລຸເປົ້າໝາຍການຫລຸດພົ້ນອອກຈາກ ສະຖານະພາບ ການເປັນປະເທສດ້ອຍພັທນາ ໄດ້ໃນ 3-4 ປີຕໍ່ໄປ ອາຈເປັນປີ 2024 ກໍເປັນໄດ້."

ຕາມຂໍ້ມູນ ຂອງກະຊວງກະສິກັມແລະປ່າໄມ້ລາວ ທີ່ປະກາດເມື່ອວັນທີ 24 ພຶສພາ ທີ່ຜ່ານມາວ່າ ອັດຕຣາຄວາມທຸກຍາກ ສະເລັ່ຍຢູ່ ສປປລາວ ໃນປີ 2018 ນີ້ຢູ່ທີ່ 5.47% ແລະເມື່ອປີ 2015 ມີ 6.5% ແຕ່ໂຄງການພັທນາຂອງສະຫະປະຊາຊາດ ຫຼື UNDP ເວົ້າວ່າ ໃນປີ 2015 ສປປລາວ ຍັງມີອັດຕຣາຄວາມທຸກຍາກ 23%.