ກຸ່ມຄ້າຂາຍຕລາດຊັ່ງຈ່ຽງ ຂໍໃຫ້ ຊ່ອຍເຫຼືອ

ໄມຊູລີ
2017.07.25
f-sang-jiang ຕລາດຊັ່ງຈ່ຽງ ຢູ່ ນະຄອນຫຼວງວຽງຈັນ ໃນວັນຖືກໄຟໄໝ້ ເປວໄຟລຸກລາມໄປ ຢ່າງວ່ອງໄວ ຈຶ່ງສ້າງຄວາມເສັຽຫາຍໜັກ
Screen captured Citizen video

ບັນດາກຸ່ມພໍ່ຄ້າແມ່ຄ້າຫຼາຍ 10 ຄົນ ທີ່ໄດ້ຮັບ ຜົລກະທົບ ຈາກເຫຕການໄຟໄໝ້ ຕລາດຊັ່ງຈ່ຽງ ຮຽກຮ້ອງ ພາກສ່ວນກ່ຽວຂ້ອງ, ຮວມທັງ ພາກຣັຖ ແລະ ເຈົ້າຂອງຕລາດເອງ, ມີມາຕການ ໃນການຊົດເຊີຍ ຄວາມເສັຍຫາຍ ແກ່ພວກຕົນ ເພື່ອມີທຶນ ສືບຕໍ່ການຄ້າຂາຍ ຫຼັງຈາກ ເຫຕການໄຟໄໝ້ ເມື່ອວັນທີ 14 ກໍຣະກະດາ ທີ່ຜ່ານມາ ເຮັດໃຫ້ຫຼາຍຄົນ ຕ້ອງສູນເສັຽ ຄັ້ງຍິ່ງໃຫຍ່ ໃນນັ້ນຮວມທັງ ຕົ້ນທຶນ ແລະຊັພສິນ ຈຳນວນຫຼວງຫຼາຍ. ພໍ່ຄ້າທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 22 ກໍຣະກະດາ 2017 ນີ້ວ່າ:

“ທຸກຄົນນີ້ ຈິຕໃຈ ກະຢາກໃຫ້ເພິ່ນຊົດເຊີຍ ແນ່ຫັ້ນແຫຼະ ບໍ່ໜ້ອຍກະຫຼາຍຫັ້ນແຫຼະ ອັນທຶນຮອນນີ້ແຫຼະ ທີ່ມັນເສັຽຫາຍໄປນີ້ນ່າ. ຜູ້ເໝິດ ປານໃດ ກະມີຫັ້ນນ່າ, ເພາະວ່າຜູ້ຄົນ ມັນພໍ່ຄ້າ ຊາວຂາຍເນາະ ສ່ວນໜ້ອຍດອກ ຊິແມ່ນເງິນ ຂອງໂຕເອງ ສ່ວນໃຫຍ່ ກະຊິຢືມ ທະນາ -ຂອກ ທະນາຄານ ມາລົງທຶນ ຫັ້ນແຫຼະ”.

ແມ່ຄ້າຂາຍສິ້ນໄໝ ແລະ ແຜ່ນແພ ກໍໄດ້ກ່າວ ໃນທຳນອງດຽວກັນວ່າ ຢາກສເນີ ໃຫ້ພາກຣັຖຊອກຫາ ຜູ້ຮັບຜິດຊອບ ຊົດໃຊ້ຄ່າເສັຽຫາຍ ໃຫ້ຜູ້ຄ້າຂາຍ ທີ່ໄດ້ຮັບ ຜົລກະທົບ  ເຖິງວ່າເຫຕການ ໄຟໄໝ້ ຈະເກີດມາຈາກ ໄຟຟ້າ ລັດວົງຈອນ ຫຼື ສາເຫຕໃດ ກໍ່ຕາມ,ນາງວ່າ:

“ຖ້າເວົ້າໄດ້ ຫັ້ນນ່າ ລົມແບບສເນີເພິ່ນ, ຣັຖບານອາຈຊິມີມາຕການວ່າ ຖ້າມີໄຟໄໝ້ ຕ້ອງມີ ຜູ້ຮັບຜິດຊອບ ເຊັ່ນວ່າ ເຈົ້າຂອງຕລາດບໍ່ ອີ່ຫຍັງຈັ່ງຊີ້. ແບບສ່ວນຫຼາຍ ຂະເຈົ້າ ຊິມັກຕິວ່າ ໄຟໄໝ້ ລະໄປຕິວ່າ ໄຟຟ້າ ລັດວົງຈອນເນາະ ຜູ້ຄ້າຂາຍເຮົາ ກະຊິຕາຍໄດ໋ເນາະ ທຶນຮອນກະເບິດເດ, ສົມມຸດວ່າ.”

ໃນຕອນບ່າຍ ຂອງວັນທີ 24 ກໍຣະກະດາ ນີ້, ຜູ້ສື່ຂ່າວ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການບໍຣິຫານ ຕລາດຊັ່ງຈ່ຽງ ເພື່ອສອບຖາມ ເຖິງຄວາມຄືບໜ້າ ຫຼ້າສຸດ ແລະ ມາຕການ ໃນການຊົດເຊີຍ ແກ່ກຸ່ມຊາວຄ້າຂາຍ ວ່າຈະມີ ແນວທາງແນວໃດ, ໂດຍເຈົ້າໜ້າທີ່ ຝ່າຍບໍ -ຣິຫານ ຕລາດຊັ່ງຈ່ຽງ ທ່ານນຶ່ງ ກໍໄດ້ຊີ້ແຈງວ່າ ຖ້າຫາກມີ ຄວາມຄືບໜ້າ ໃດໆ ກໍຈະມີການແຈ້ງ ໃຫ້ກຸ່ມພໍ່ຄ້າ-ແມ່ຄ້າ ຮັບຮູ້:

“ໂອໂຕນີ້ເຮົາຍັງບໍ່ຮູ້ເທື່ອເດີ້ ເພາະວ່າ 2-3 ມື້ນີ້ຕຳຣວດ ຍັງກວດສອບຢູ່ ຕ້ອງນັ່ງສາກ່ອນ ກວດອອກມາແລ້ວ ເຮົາຈັ່ງຮູ້ເດີ້. ຖ້າສົມມຸດ ວ່າເຮົາຮູ້ແລ້ວ ເຮົາຊິໄດ້ແຈ້ງການ ຢູ່ດອກ. ຖ້າສົມມຸດວ່າ ຢູ່ໃນຮ້ານເຈົ້າ ມີເຄື່ອງທີ່ສຳຄັນ ລະເຈົ້າກະຕ້ອງ ມາສເນີ.”

ເຈົ້າໜ້າທີ່ ບໍຣິຫານ ຕລາດຊັ່ງຈ່ຽງ ຜູ້ດຽວກັນນີ້ກ່າວວ່າ: ປັດຈຸບັນເຈົ້າໜ້າທີ່ ປສຊ-ປກສ ໄດ້ອະນຸຍາດ ໃຫ້ພໍ່ຄ້າແມ່ຄ້າ ມາລົງທະບຽນ ແຈ້ງຄວາມ ເສັຽຫາຍແລ້ວ ເພື່ອ ຈະໄດ້ເຂົ້າ ກວດເບິ່ງຮ້ານໂຕເອງ ວ່າຍັງພໍມີສິ່ງຂອງ ຫຼື ຊັພສິນ ອັນໃດແດ່ ພໍຈະເກັບກູ້ ເອົາເມືອໄດ້ ກໍອະນຸຍາດ ໃຫ້.

ເຫຕການໄຟໄໝ້ຜ່ານໄປ ເປັນເວລາ 10 ມື້ແລ້ວ, ໂດຍໄດ້ຈູດເຜົາຮ້ານຄ້າ ໄປທັງໝົດ 269 ຮ້ານໃນເນື້ອທີ່ 18 ພັນ ຕາຕະລາງແມັດ ນັ້ນ, ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງບໍ່ ສາມາດສລຸບ ສາເຫຕ ຂອງໄຟໄໝ້  ແລະ ຍັງປະເມີນຜົລ ເສັຽຫາຍ ທັງໝົດ ບໍ່ໄດ້ເທື່ອ, ຄາດວ່າ ຈະຕ້ອງໃຊ້ເວລາ ໄປອີກ ລະຍະນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.