ມ.ແປກສືບຫາສາເຫດ ໄຟໄໝ້
2017.09.26

ປັຈຈຸບັນ ເຈົ້າໜ້າທີ່ຕໍາຣວດ ແລະຫ້ອງການ ອຸດສາຫະກັມການຄ້າ ເມືອງແປກ ແຂວງຊຽງຂວາງ ພວມເກັບຂໍ້ມູນຫຼັກຖານ ແລະສຶບສວນ ສາເຫດ ໄຟໄໝ້ຕລາດ 3 ຊັ້ນ ບ້ານໂພນສະຫວັນ ໃນຕອນກາງຄືນຂອງວັນທີ່ 24 ກັນຍາ 2017 ຊຶ່ງໄຟໄດ້ໄໝ້ຮ້ານຄ້າ ບໍຣິເວນຊັ້ນນຶ່ງ ຫລາຍຮ້ານ ເຮັດໃຫ້ໄດ້ຮັບ ຄວາມເສັຍຫາຍ ຢ່າງໜັກ ແຕ່ບໍ່ມີຜູ້ໄດ້ຮັບ ບາດເຈັບ:
“ໄໝ້ຢູ່ຕລາດສາມຊັ້ນ ກໍາລັງເອົາຂໍ້ມູນຢູ່ນີ້ລະ ມີແຕ່ຊັ້ນດຽວ ຊັ້ນລຸ່ມ ໂອ້ ຫລາຍເຕິບ ຮ້ານກໍາລັງເອົາຂໍ້ມູນຢູ່ ຕອນນີ້ ຍັງບໍ່ທັນແລ້ວເນາະ ວ່າມັນເສັຍຫາຍ ຫລາຍປານໃດ ຫັ້ນນະ”
ທ່ານວ່າປັຈຈຸບັນ ຍັງບໍ່ທັນຊາບເຖິງສາເຫດໄຟໄໝ້ ແລະ ປະເມີນໄດ້ວ່າ ເລີ້ມຈາກຮ້ານໃດ ດີແຕ່ບໍ່ມີ ຜູ້ໄດ້ຮັບບາດເຈັບ ແລະເຈົ້າໜ້າທີ່ ໜ່ວຍກູ້ພັຍ ສາມາດ ສິດນໍ້າ ຄວບຄຸມ ກອງໄຟໄດ້ ທັນເວລາ ກ່ອນໄຟຈະລູກລາມ ໄປຍັງຊັ້ນສອງ ແລະຊັ້ນສາມ ຂອງອາຄານ.
ພາຍຫລັງເກິດເຫດໄຟໄໝ້ ທາງການໄດ້ສັ່ງປິດ ຕລາດແບບບໍ່ມີກໍານົດ ຈົນກວ່າຈະມີການສ້ອມແປງ ເປັນທີ່ຮຽບຮ້ອຍ. ເຈົ້າໜ້າທີ່ນາງນີ້ ເວົ້າຕື່ມວ່າ ສໍາລັບການຊ່ວຍເຫລືອ ພໍ່ຄ້າແມ່ຄ້າ ທີ່ໄດ້ຮັບຜົນກະທົບ ຈາກໄຟໄໝ້ຄັ້ງນີ້ ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ກໍາລັງຫາຣືກັນ ຄາດວ່າຈະມີຜົນ ສລຸບອອກມາ ໃນໄວໆນີ້ ແລະທາງເຈົ້າໜ້າທີ່ ຍັງຈະຖາມ ເຈົ້້າຂອງຮ້ານ ທີ່ໄດ້ຮັບຜົນກະທົບ ຄັ້ງນີ້ວ່າ ພວກເຂົາເຈົ້າ ໄດ້ເຮັດປະກັນພັຍ ໄວ້ຫລືບໍ.
ເມື່ອ ປີ 2011 ຜ່ານມາ ເຄີຍມີເຫດການ ໄຟໄໝ້ ຢູ່ຕລາດ ເກົ່າໂພນສະຫວັນ ຊື່ງເປັນ ຕລາດ ໄມ້ ສາເຫດຍ້ອນ ໄຟຟ້າລັດວົງຈອນ, ຫລັງຈາກນັ້ນ ທ່ງການໄດ້ໃຫ້ ບໍຣິສັດ ເອກຊົນ ສ້າງຕລາດຂື້ນໃໝ່ ເພື່ອຮັບປະກັນ ບໍ່ໃຫ້ ເກິດໄຟໄໝ້ ແລ້ວຈິ່ງໄດ້ ຣະດົມ ພໍ່ຄ້າແມ່ຄ້າ ໄປຢູ່ຕລາດແຫ່ງໃໝ່ ຈົນເກິດໄຟໄໝ້ ຕື່ມໃນປີນີ້.