ໂຄງການລົງທຶນໃຫຍ່ ຂອງຈີນ ຢູ່ ຂ.ໄຊສົມບູນ

ຈໍາປາທອງ
2019.07.11
F-Xaysomboun ແຂວງໄຊສົມບູນ
Citizen Journalist

ທາງການລາວ ໄດ້ອະນຸຍາດ ໃຫ້ບໍຣິສັດແຊັດວາຍບໍ່ແຮ່ ອຸດສາຫະກັມ ປຸງແຕ່ງຈຳກັດ ຂອງຈີນ ຊອກຄົ້ນສຳຣວດ ແລະສຶກສາຄວາມເປັນ ໄປໄດ້ ທາງດ້ານເສຖກິດ-ເຕັກນິກແຮ່ຄຳ, ທອງ, ເຫຼັກ, ຢູ່ເມືອງລ່ອງແຈ້ງ ແລະ ແຮ່ຕິດພັນ ອື່ນໆ, ສຶກສາຄວາມເປັນໄປໄດ້ ໂຄງການ ທົດລອງການປູກໝາກໄມ້ ເມືອງໜາວ ສູນທົດລອງສົ່ງເສີມແນວພັນ ສູນສຶກສາອົບຮົມ ໃຫ້ປະຊາຊົນພາຍໃນ 5 ເມືອງ ແລະສຶກສາຄວາມ ເປັນໄປໄດ້ ໂຄງການແຫຼ່ງທ່ອງທ່ຽວ ທຳມະຊາດ ແລະປະຫວັດສາດ ແລະ ພັທນາໂຮງແຮມ ຮ້ານອາຫານ ແລະສະໜາມກ໊ອຟ ຢູ່ເມືອງ ອະນຸວົງ ພາຍຫລັງທີ່ ຜແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ແລະ ບໍລິສັດດັ່ງກ່າວໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັນ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 5 ກໍຣະກະດາ ນີ້. ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງໄຊສົມບູນ ກ່າວຕໍ່ RFA ໃນມື້ວັນທີ 10 ກໍຣະກະດາ ນີ້ວ່າ:

"ມັນກໍ່ຫຼາຍດ້ານມີທັງພລັງງານໄຟຟ້າ ອັນນຶ່ງ ແລ້ວກໍ່ພວກລົງທຶນບໍ່ແຮ່ ເພາະເປັນແຂວງຕັ້ງໃໝ່ ເພິ່ນກໍດຶງດູດນັກລົງທຶນຫຼາຍ."

ສຳລັບເນື້ອທີ່ ທີ່ບໍຣິສັດຂອງຈີນຈະສຶກສາ ສຳຣວດຄວາມເປັນໄດ້ທັງ 3 ໂຄງການນັ້ນຍັງບໍ່ຮູ້ວ່າ ມີຈັກເຮັກຕາກັນແທ້ ແລະທາງການລາວ ກໍບໍ່ໄດ້ເປີດເຜິຍ ຣາຍລະອຽດ ໃຫ້ສາທາຣະນະຊົນຮູ້.

ເວົ້າເຖິງການລົງທຶນ ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ນັບຕັ້ງແຕ່ມີ ການຈັດຕັ້ງ ແຂວງໄຊສົມບູນ ຂຶ້ນເມື່ອປີ 2013 ມາ ຣັຖບານລາວ ໄດ້ອະນຸມັດ ໃຫ້ນັກລົງທຶນ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ແຂວງນີ້ ຫລາຍຂຶ້ນ. ສ່ວນໃຫຍ່ເປັນນັກລົງທຶນຈີນ ແລະວຽດນາມ ທີ່ເຂົ້າມາລົງທຶນ ສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່, ມີຫຼາຍບໍຣິສັດກຳລັງ ສຶກສາສຳຣວດ ດັ່ງທີ່ທ່ານກ່າວວ່າ:

"ກໍ່ມີຫຼາຍບໍຣິສັດຢູ່ ລົງມາສຳຣວດ ເປັນບໍ່ຄຳ ເປັນບໍ່ທອງແດງ ສຳຣວດຢູ່ແຕ່ບໍຣິສັດເຮັດ ກໍມີຫຼາຍແລ້ວຂອງຈີນ ຂອງວຽດ ຂອງລາວ ບໍ່ມີດອກ."

ປັດຈຸບັນ ຢູ່ແຂວງໄຊສົມບູນ ມີການລົງທຶນ 10 ປາຍໂຄງການ. ໃນນັ້ນກໍມີບໍຣິສັດ Green Partner Holding ຂອງຈີນ ລົງທຶນດ້ານ ການທ່ອງທ່ຽວຢູ່ເມືອງລ່ອງແຈ້ງ ແລະບໍຣິສັດ Hangzhou Safe Found Technology ຂອງຈີນ ລົງທຶນດ້ານພລັງງານ ແສງຕາເວັນ ຢູ່ເມືອງລ້ອງຊານ ແລະ ບໍຣິສັດ Phou Bia Mining ຂອງ ອອສເຕຣເລັຽ ລົງທຶນຂຸດຄົ້ນບໍ່ຄຳ.

ເຈົ້າໜ້າທີ່ ເວົ້າອີກວ່າ ແຂວງໄຊສົມບູນ ເປັນແຂວງນຶ່ງຂອງລາວ ທີ່ອຸດົມໄປດ້ວຍຊັພຍາກອນທັມມະຊາດ ເຊັ່ນ: ຄຳ, ທອງແດງ, ເຫລັກ, ປ່າໄມ້, ສັດປ່າ ແລະແຫລ່ງນ້ຳທີ່ ເຮັດໃຫ້ແຂວງນີ້ ເປັນທີ່ດຶງດູດນັກລົງທຶນ ທັງພາຍໃນ ແລະຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.