ປອມເອກສານຊ ສໍ້ໂກງ ມີຫລາຍຂຶ້ນ
2013.06.13

ປັດຈຸບັນ ມີການ ປອມແປງ ເອກສານ ຕ່າງໆ ເຊັ່ນ ເອກສານ ເງິນກູ້ ເອກສານ ກັມມະສິດ ທີ່ດິນ ເພື່ອ ສໍ້ໂກງ ເອົາຊັບສິນ ຂອງຜູ້ອື່ນ ຫລາຍຂຶ້ນ ຊຶ່ງພົບເຫັນ ຢູ່ໃນ ສັງຄົມ ລາວ. ສິ່ງເຫຼົ່ານີ້ ສ້າງຄວາມ ເສັຍຫາຍ ທາງ ດ້ານວັດຖຸ ແລະ ຊັບສິນ ເງິນຄໍາ ທັງ ຂອງສ່ວນຕົວ ແລະ ສ່ວນລວມ ເປັນຈໍານວນ ບໍ່ໜ້ອຍ. ດັ່ງ ເຈົ້າໜ້າທີ່ ຂັ້ນສູງ ຂອງ ອົງການ ອັຍການ ປະຊາຊົນ ສູງສຸດ ຂອງລາວ ທ່ານນຶ່ງ ເວົ້າວ່າ:
"ມີຫລາຍ ອັນນີ້ ທົ່ວໄປ ພວກສໍ້ໂກງ ສ່ວນຫລາຍ ຢູ່ໃນບັນດາ ຕົວເມືອງ ສໍ້ໂກງນີ້ ມີປະເພດນຶ່ງ ກໍແມ່ນ ໄປຢືມເງິນກັນ ການກູ້ຢືມ ສ່ວນຫລາຍ ມີຫລາຍ ກ່ຽວກັບ ການສໍ້ໂກງ ປອມແປງ ເອກສານ".
ເມື່ອບໍ່ດົນມານີ້ ສານ ປະຊາຊົນ ຊັ້ນຕົ້ນ ນະຄອນຫລວງ ວຽງຈັນ ໄດ້ຕັດສິນ ລົງໂທດ ຈໍາຄຸກ ຜູ້ຕ້ອງຫາ ຣາຍນຶ່ງ ເປັນເວລາ 5 ປີ ແລະ ປັບໃໝ 9 ລ້ານກີບ ໃນຂໍ້ຫາ ຍັກຍອກ ຊັບສິນ ຂອງຄົນອື່ນ, ໃຫ້ສິນບົນ ປອມແປງ ເອກສານ ແລະ ນໍາໃຊ້ ເອກສານ ປອມ ແລະ ຕັດສິນ ລົງໂທດ ຈໍາຄຸກ ພະນັກງານ ທີ່ດິນ ເມືອງ ສີສັຕນາກ 2 ປີ ແລະ ປັບໃໝ 1 ລ້ານກີບ ໃນຂໍ້ຫາ ສວຍໃຊ້ ອໍານາດ ແລະ ຮັບສິນບົນ ແລະ ຄະດີອື່ນໆ ທີ່ ພະນັກງານ ຣະເມີດ ຣະບຽບ ກົດໝາຍ.
ການປອມແປງ ເອກສານ ນັ້ນ ມີຮວມທັງ ການປອມແປງ ເອກສານ ກູ້ຢືມເງິນ ເອກສານ ທີ່ດິນ ຂະນະທີ່ ທີ່ດິນ ມີຣາຄາສູງ ແລະ ເປັນທີ່ຕ້ອງການ ຫລາຍ. ດັ່ງທ່ານ ໄດ້ເວົ້າຕື່ມ ວ່າ:
"ເຣື່ອງທີ່ດິນ ກໍຄືກັນ ກໍປອມຄືກັນ ເນື້ອທີ່ດິນ ມີຕອນດຽວ ແຕ່ມີໃບ ຢັ້ງຢືນ 2-3 ສະບັບ ປອມກາປະທັບ ປອມລາຍເຊັນ ແລະ ກໍມີບາງ ເທື່ອນີ້ ເຣື່ອງມັນ ແກ່ຍາວ ບາງເທື່ອ ໄດ້ໄປແລ້ວ ເອົາໄປຂາຍ ຕໍ່ກັນ ກໍມີ ຊັບສິນ ອັນນີ້".
ທ່ານວ່າ ເຣື່ອງທີ່ວ່ານັ້ນ ເປັນບັນຫາ ສັບສົນ ຫລາຍ ໃນປັດຈຸບັນ ຍ້ອນການ ປະຕິບັດ ງານ ຂອງພາກສ່ວນ ຕ່າງໆ ບໍ່ຮັດກຸມ ແລະ ມີເຈົ້າໜ້າທີ່ ຣັຖ ຈໍານວນນຶ່ງ ມີ ສ່ວນຮ່ວມ ໃນການ ປອມແປງ ເອກສານ ນັ້ນນໍາດ້ວຍ.