ທາງການ ນໍາຫາຜູ້ໃຊ້ ເຟສບຸກ ອີກແລ້ວ

ສິດນີ
2017.02.26
F-Xepian ປະຊາຊົນ ຢູ່ບ້ານຫ້ວຍສອຍ ທີ່ຖືກຜົນກະທົບ ຈາກໂຄງການເຂື່ອນ ເຊປ່ຽນ-ເຊນໍ້ານ້ອຍ
Citizen Journalist

ຜູ້ໃຊ້ສື່ສັງຄົມອອນລາຍ ເຟສບຸກ ທີ່ໃສ່ຊື່ວ່າ “ໂຈເຊຟ ຟຣີແມນ” ໄດ້ເປີດເຜີຍ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອຕອນເຊົ້າ ຂອງວັນທີ 22 ກຸມພາ 2017 ຜ່ານມານີ້ວ່າ, ເຈົ້າໜ້າທີ່ ຕຳຣວດ ທັງໃນແລະນອກ ເຄື່ອງແບບ ທີ່ ແຂວງຈຳປາສັກ ກຳລັງ ຊອກຫາຕົວ ຜູ້ກ່ຽວມາ ສອບສວນ ພາຍຫຼັງ ທີ່ລາວໄດ້ເຜີຍແຜ່ ວີດິໂອ ກ່ຽວກັບ ຊາວບ້ານ ຫ້ວຍຊອຍ ແລະ ໝູ່ບ້ານໃກ້ຄຽງ ໃນເຂດ ເມືອງປາກຊ່ອງ ແຂວງ ຈຳປາສັກ ທີ່ໄດ້ຮັບ ຄວາມເດືອດຮ້ອນ ແລະ ອອກມາຮ້ອງຂໍ ຄວາມເປັນທັມ ຈາກ ກໍຣະນີ ທີ່ຈະສູນເສັຽ ທີ່ດິນ ໃຫ້ໂຄງການ ກໍ່ສ້າງ ເຂື່ອນ ໄຟຟ້າ ເຊປຽນ-ເຊນ້ຳນ້ອຍ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ກະເຮົາເຫັນໜັງສືພິມຂອງຣັຖ ຂອງຣັຖບານ ຊື່ວ່າ ປະເທສລາວ ໄປຂຽນວ່າ ຂ້າພະເຈົ້າ ນີ້ໄປບິດເບືອນຂ່າວ ໂຕທີ່ວ່າ ເຣື້ອງເຂື່ອນ ເຊປຽນ-ເຊນ້ຳນ້ອຍ. ເຂົາວ່າເຮົາ ບິດເບືອນ ຂ່າວ ໂຕນີ້ ຄັນຊິຈັບ ກະຊິຈັບ ເຮົາເຣື້ອງໂຕນີ້ແຫຼະ. ທາງເຮົານີ້ ມື້ວານນີ້ ມີເຈົ້າໜ້າທີ່ ເຂົ້າໄປຫາບ່ອນ ທີ່ເຮົາຢູ່ເນາະ ໄປຖາມເອົາຂໍ້ມູນ ກ່ຽວກັບເຮົາ ຫຼາຍຢ່າງ ໄປຍົວະຖາມ, ຊຶ່ງ ມີໝູ່ທີ່ວ່າເຂົາ ຢູ່ໃນນັ້ນ ເຂົາເລົ່າໃຫ້ຟັງ ເຂົາໂທມາບອກ ເຂົາສົ່ງມາບອກ, ຫັ້ນນ່າ".

ທ່ານກ່າວຕື່ມວ່າ ບໍ່ແມ່ນພຽງແຕ່ ລາວເທົ່ານັ້ນ ທີ່ກຳລັງຖືກ ນາບຂູ່ ແລະ ຕາມລ່າຕົວ, ແຕ່ຍັງມີຄູບາ ອີກນຶ່ງອົງ ທີ່ກຳລັງຕົກຢູ່ ໃນ ກໍຣະນີດຽວກັນ ແລະ ມີທ່າທີວ່າ ຮ້າຍແຮງ ກວ່າ ລາວອີກ ເພາະ ເຈົ້າໜ້າທີ່ ກວດກາ ຄົນເຂົ້າເມືອງ ຕາມດ່ານຊາຍແດນ ລາວ-ໄທ ວັງເຕົ່າ-ຊ່ອງເມັກ, ແຂວງຈຳປາສັກ ໄດ້ຕິດຕາມ ພຶຕຕິກັມ ຂອງຄູບາອົງນີ້ ຢ່າງໃກ້ຊິດ.

"ຄູບາກະຖືກຄຸກຄາມຄືກັນ ຄູບາຜູ້ເຈົ້າຂອງບ້ານ ກະຖືກຄຸກຄາມ ຄືກັນໄດ໋ອ້າຍ. ຄູບານີ້ແມ່ນລາວ ກະກັບເມືອບ້ານ ບໍ່ໄດ້ລະ ເພາະວ່າ ທາງແຂວງຈຳປາສັກ ນີ້ ຂະເຈົ້າ ກະອອກໝາຍ, ໝາຍຈັບ ລາວແລ້ວ. ມັນສ້າງ ຄວາມເສັຽຫາຍ ໃຫ້ພວກເຂົາ ຫັ້ນແຫຼະ ເຂົາກະເລີຍ ຊິຫາທາງ ມາຈັດການ ພວກເຮົານີ້ ທີ່ວ່າໄປ ຊ່ວຍເຫຼືອ ປະຊາຊົນ ໄປປ່ອຍຂ່າວ ຂອງເຂົານີ້ນ່າ, ລະທາງຄູບາ ຫັ້ນແມ່ນ ຕຳຣວດ ທະຫານ ແມ່ນພຍາຍາມ ນຳຫາໂຕລາວ ເລາະຫາໂຕລາວຢູ່".

ຕໍ່ກໍຣະນີດັ່ງກ່າວ, ຜູ້ສື່ຂ່າວ ເອເຊັຽເສຣີ ກໍໄດ້ໂທຣະສັບ ສອບຖາມໄປຍັງ ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ເມື່ອວັນທີ 24 ກຸມພາ ຜ່ານມາ, ໂດຍເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ຊີ້ແຈງວ່າ ບໍ່ໄດ້ມີການ ຂົ່ມຂູ່ ຄູບາ ແຕ່ຢ່າງໃດ, ພຽງແຕ່ຮຽກຕົວ ມາສອບຖາມ ຣາຍລະອຽດ ທົ່ວໄປ.

"ດຽວນີ້ຫັ້ນ ມັນເປັນຈັ່ງຊີ້, ເພິ່ນຫັ້ນກະມາ ຢາມບ້ານ ກະຈິງຢູ່, ແຕ່ວ່າໂຕນີ້ ພວກເຮົາ ຍັງບໍ່ຮູ້ວ່າ ມັນເປັນຈັ່ງໃດ? ມັນກະຕ້ອງ ເຮັດ ຕາມໜ້າທີ່ ຄົນເຂົ້າອອກ ດ່ານ ຫັ້ນນ່າ ເພື່ອຮັບປະກັນ ຄວາມປອດພັຍ ໃຫ້ແກ່ບຸກຄົນ ທີ່ເຂົ້າອອກ, ເຈົ້າໜ້າທີ່ ເຂົາຕ້ອງໄດ້ຖາມ. ໃນເມື່ອຖາມແລ້ວ, ຕອບບໍ່ເຂົ້າຕຳລາ ຕອບບໍ່ເຂົ້າເຣື້ອງ ແດ່ ເຂົາກະຕ້ອງ ເວົ້າແດ່ ຫັ້ນແຫຼະ ຂອງເຂົາຢາກຮູ້ ເຣື້ອງມັນ, ຫັ້ນນ່າ. ບໍ່ແມ່ນວ່າຊິຕັ້ງໃຈ ຂົ່ມຂູ່ ຫຼືວ່າ ຊິປາບປາມ ອີ່ຫຍັງໄດ໋. ລະບາງເທື່ອ ຂະເຈົ້າເວົ້າແຮງແດ່, ຫັ້ນນ່າ".

ຄູບາອົງ ດັ່ງກ່າວ ເປັນຜູ້ລິເຣີ້ມ ຂະບວນການຮ້ອງ ຂໍຄວາມເປັນທັມ ໃຫ້ແກ່ຊາວບ້ານ ຜູ້ທຳອິດ ເພາະຄູບາເອງ ແມ່ນຄົນ ບ້ານຫ້ວຍຊອຍ, ທ່ານຈະບໍ່ມິດງຽບ ແລະ ທົນເຫັນ ຄວາມອະທັມ ທີ່ເກີດຂຶ້ນ ກັບຄົນ ໃນຄອບຄົວ ແລະ ຍາດພີ່ນ້ອງ ຂອງຕົນເອງໄດ້. ສ່ວນວ່າກໍຣະນີ ຂອງຜູ້ໃຊ້ ສື່ສັງຄົມອອນລາຍ ໂຈເຊຟ ຟຣີແມນ ທີ່ຖືກ ເຈົ້າໜ້າທີ່ ຕິດຕາມໂຕ ຢູ່ນັ້ນກໍກຳລັງ ການເດີນທາງ ເພື່ອໜີຮ້ອນ ໄປເພິ່ງເຢັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.