ເງິນຊ່ອຍເຫລືອຄວນກວດກາ ການໃຊ້ຈ່າຍ

ປະຊາຊົນ ລາວ ຢາກໃຫ້ ຣັຖບານ ກວດກາ ຢ່າງເຂັ້ມງວດ ກ່ຽວກັບ ການໃຊ້ຈ່າຍ ເງິນຊ່ອຍເຫລືອ ຈາກ ຕ່າງປະເທດ ໃນ ໂຄງການຕ່າງໆ ຂອງ ຣັຖບານ.
ສິດນີ
2013.02.14
F-infrusture ໃນກໍຣະນີ ນຶ່ງ ຂອງໂຄງການ ພັທນາ ໂຄງຮ່າງ ພື້ນຖານ ໃນລາວ ທ່ານ Michael Wenzel (ຂວາສຸດ) ຜູ້ຕາງໜ້າ ຈາກ ເຢັຽຣະມັນ ເດີນທາງມາ ສປປ ລາວ ກ່ຽວກັບ ໂຄງການ ສ້າງຫົນທາງ ໃນແຂວງ ອັດຕະປື (ວັນທີ 17 ຫາ 25 ກໍຣະກະດາ 2012)
Heidi Berkmüller

ເນື່ອງຈາກວ່າ ທີ່ຜ່ານມາ ການດຳເນີນການ ໃນໂຄງການ ພັທນາ ທີ່ ຣັຖບານລາວ ໄດ້ຮັບເງິນ ຈາກຕ່າງປະເທດ ນັ້ນເປັນໄປ ແບບບໍ່ມີ ປະສິດທິພາບ ແລະໂປ່ງສັຍ ໂດຍສະເພາະ ໂຄງການພັທນາ ໂຄງຮ່າງ ພື້ນຖານ ໃນລາວ ທີ່ມີການ ຊຸກເຊື່ອງ ສໍ້ຣາສ ບັງຫລວງ ເກີດຂື້ນ ໃນທຸກໂຄງການ. ນາງເວົ້າວ່າ:

"ອົງກອນໃດ ທີ່ຊ່ອຍເຫລືອ ກໍອົງກອນນັ້ນ ກວດກາ ຖ້າບໍ່ກວດກາ ມັນອາດຈະບໍ່ ເຖິງຜູ້ ທຸກຍາກ ຫລືໂຄງການ ບໍ່ສຳເຣັດ ແລ້ວຫລາຍຢ່າງ ມັນບໍ່ສຳເຣັດ ຕາມທີ່ອົງການ ຊ່ອຍເຫລືອ ຫລື ສຳເຣັດ ກໍບໍ່ໄດ້ ມາຕຖານ ເພາະການກວດກາ ກໍຄົນເຂົາເອງ ກວດກາ ຄົນຂອງຣັຖ ແຫລະ ກວດກາ".

ນາງກ່າວ ຕໍ່ໄປວ່າ ທີ່ຜ່ານມາ ຣັຖບານລາວ ໄດ້ຮັບການ ຊ່ອຍເຫລືອ ຈາກ ຫລາຍອົງການ ເປັນຕົ້ນການ ຊ່ອຍເຫລືອ ດ້ານການສຶກສາ ແລະ ສາທາຣະນະສຸຂ ແລະ ໂຄງຮ່າງພື້ນຖານ ປະເພດຕ່າງໆ ໃນລາວ ເຊັ່ນຖນົນ ຫົນທາງ ຂົວ ແລະອື່ນໆ ແຕ່ເມື່ອເຫັນ ສະພາບ ໂຕຈິງແລ້ວ ປະຊາຊົນ ສ່ວນໃຫຍ່ ຍັງບໍ່ໄດ້ຮັບ ການພັທນາ ຈາກໂຄງການ ເຫລົ່ານັ້ນ ພໍເທົ່າໃດ ເປັນຍ້ອນວ່າ ການຊ່ອຍເຫລືອ ບໍ່ໄປຮອດ ປະຊາຊົນ ມີການສໍ້ໂກງ ແລະ ສໍ້ຣາສ ບັງຫລວງ ໃນໂຄງການ ຕ່າງໆ. ຄົນລາວ ອີກນາງນື່ງ ເວົ້າວ່າ:

"ແມ່ນແລ້ວ ຄວນຈະເປັນ ຢ່າງນັ້ນ ຕ້ອງກວດກາ ໃຫ້ເຂັ້ມງວດ ກໍຈຳເປັນ ເພາະວ່່າຖ້າວ່າ ທຶນທີ່ໃຫ້ ມັນມາຮອດ ມາເຖິງມື ປະຊາຊົນ ແທ້ບໍ ກໍຕ້ອງມີ ການກວດກາ".

ທີ່ຜ່ານມາ ການກວດກາ ເຣື້ອງງົບປະມານ ການຊ່ອຍເຫລືອ ນັ້ນ ບໍ່ມີ ປະສິດທິພາບ ຈື່ງເຮັດໃຫ້ ການຊ່ອຍເຫລືອ ບໍ່ໄປເຖິງ ພື້ນທີ່ ເປົ້າຫມາຍ ທັ້ງໆທີ່ສະພາ ແຫ່ງຊາດ ໄດ້ອອກກົດຫມາຍ ປາບປາມ ການສໍ້ຣາສ ແຕ່ເຮັດຫຍັງໃຜ ກໍບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.