ເຂື່ອນດອນສະໂຮງ ທົດລອງ ປ່ອຍນໍ້າ

ສຸພັດຕາ
2019.05.30
F-Donsahong-dam ເຂື່ອນດອນສະໂຮງ ທີ່ກໍາລັງກໍ່ສ້າງ ໃກ້ຈະສໍາເຣັດແລ້ວ
RFA/TP

ໂຄງການເຂື່ອນໄຟຟ້າ ດອນສະໂຮງ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ປັດຈຸບັນ ການກໍ່ສ້າງໄດ້ຄືບໜ້າໄປຫຼາຍກວ່າ 80% ນັ້ນ. ຂນະນີ້ ໄດ້ເຣີ້ມປ່ອຍນໍ້າໃສ່ອ່າງແລ້ວ ເພື່ອທົດລອງວ່າ ໂຕອ່າງຈະແຂງ ແກ່ນ ແລະຮ້ອງຮັບນໍ້າໄດ້ຫຼືບໍ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ແຂວງ ຈໍາປາສັກ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ພຶສພາ ນີ້:

“ດອນສະໂຮງປັດຈຸບັນນີ້ ກໍາລັງເປີດນໍ້າເຂົ້າໃສ່ອ່າງ ໝາຍຄວາມວ່າ ເຮົາຈະມາເປີດ ຢູ່ໃນຣະດັບວິນາທີນຶ່ງ 2 ແມັດກ້ອນນະ ຍັງບໍ່ທັນ ໄດ້ເປີດແຮງ 10 ວັນ ອາຈເຕັມອ່າງ ອ່າງໜ້າເຂື່ອນຕິ ເພາະວ່າ ແຕ່ກ່ອນມັນເປັນຄູກັນນໍ້າ ເຂົ້າໜ້າເຂື່ອນ ຊຶ່ງເຂົາກໍ່ສ້າງໃກ້ ຈະສໍາເຣັດ ແລ້ວ ເຂົາໄດ້ເປີດນໍ້າເຂົ້າອ່າງປະໄວ້.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ການເປີດນໍ້າໃສ່ອ່າງ ເທື່ອນີ້ ກໍຍ້ອນໂຕເຂື່ອນ ໃກ້ສໍາເຣັດແລ້ວ ຈຶ່ງໄດ້ປ່ອຍນໍ້າໃສ່ອ່າງ ຢູ່ບໍຣິເວນໜ້າເຂື່ອນ ເພື່ອເປັນການທົດລອງ ວ່າ ການກໍ່ສ້າງທາງໜ້າ ໂຕເຂື່ອນ ຈະແຂງແກ່ນຫຼືບໍ່, ຫາກມີບັນຫາຫຍັງເກີດຂຶ້ນ ວິຊາການກໍຈະໄດ້ແກ້ໄຂໃຫ້ ຖືກຈຸດ.

ກ່ຽວກັບການປ່ອຍນໍ້າດັ່ງກ່າວ ປະຊາຊົນບ້ານຫາງສະດໍາ, ຊຶ່ງເປັນບ້ານທີ່ຢູ່ໃກ້ກັບເຂື່ອນແຫ່ງນີ້ ເວົ້າວ່າບໍ່ໄດ້ກັງວົນຫຍັງ ເພາະເຂື່ອນປ່ອຍ ນໍ້າ ຢູ່ໃນຣະດັບ 2 ແມັດກ້ອ ນຕໍ່ວິນາທີ ບໍ່ໃຫ້ກາຍນັ້ນ ແລ້ວທາງອໍານາດ ການປົກຄອງເມືອງ ເພິ່ນກໍໄດ້ແຈ້ງໃຫ້ປະຊາຊົນ ແຕ່ລະບ້ານ ເຝົ້າລະວັງ ເຣື່ອງນີ້ແລ້ວ, ດ່ັງທ່ານກ່າວວ່າ:

“ປ່ອຍຢູ່ແຕ່ມື້ວານນີ້ມາ ເພິ່ນກໍຮັກສາຣະດັບນໍ້າ ໃຫ້ມັນຢູ່ຄົງທີ່ບໍ່ເກີນ ອໍານາດການປົກຄອງເມືອງ ເພິ່ນກໍໄດ້ແຈ້ງໝົດແລ້ວ ການປົກຄອງ ແຕ່ລະບ້ານ ກໍກຽມຮັບມືຢູ່ ໂດຍຕລອດຫັ້ນແຫຼະ.”

ເຂື່ອນດອນສະໂຮງ ຂນາດ 260 ເມກາວັດ ເປັນຂອງບໍຣິສັດ ເມກາເຟິ້ສ ຂອງມາເລເຊັຽ ເຣີ່ມກໍ່ສ້າງແຕ່ປີ 2015, ປັດຈຸບັນ ພາກສ່ວນ ກ່ຽວຂ້ອງ ກໍາລັງຊ່ອຍເຫຼືອ ເຣື່ອງອາຊີບໃຫ້ກັບປະຊາຊົນ ທີ່ຕ້ອງໂຍກຍ້າຍ ໄປຢູ່ບ້ານໃໝ່ 17 ຄອບຄົວນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.