ກາເຟດາວເຮືອງຊໍາຮະໜີ້ ຊາວສວນ
2017.08.07
ບໍຣິສັດກາເຟດາວເຮືອງໄດ້ຈ່າຍຫນີ້ ໃຫ້ຊາວສວນ ທີ່ເມືອງທ່າແຕງ ແຂວງເຊກອງ ແລະເມືອງປາກຊ່ອງ ແຂວງຈຳປາສັກ ແລ້ວເມື່ອອາທິດ ທີ່ຜ່ານມາຫຼັງຈາກໄດ້ຕິດຄ້າງມາໄດ້ 7 ເດືອນ. ດັ່ງຊາວສວນກາເຟ ເມືອງທ່າແຕງ ແຂວງເຊກອງ ຜູ້ນຶ່ງກ່າວໃນວັນທີ 3 ສິງຫາ ນີ້ວ່າ:
"ໄດ້ແລ້ວຫມົດແລ້ວບາດນີ້ ໄດ້ວ່າງອາທິດແລ້ວນີ້ແຫຼະ ປະມານວັນທີ 20 ປາຍນີ້ແຫຼະ ແບບວ່າເຂົາເອົາບິນ ທີ່ເຮົາຂາຍກາເຟນະ ໄປຍື່ນຢູ່ ບໍຣິສັດເດ ແລ້ວລາວ ກໍໂອນເຂົ້າບັນຊີ ທະນາຄານເລີຍ ປະມານວັນທີ 10 ປາຍນີ້ແຫລະ ເລີ້ມແລ່ນເອກສານ ໃຫ້ເຂົາ ແລ້ວວ່າງວັນທີ 20 ປາຍນີ້ ເພິ່ນໂອນເງິນໃຫ້ ແຕ່ລະຄົນນີ້ເຂົາໄດ້ຫມົດແລ້ວ".
ຊາວສວນກ່າວຕື່ມວ່າ ການຈ່າຍຫນີ້ຄັ້ງນີ້ ບໍຣິສັດດາວເຮືອງ ໄດ້ເອີ້ນຕົວແທນ ຂອງແຕ່ລະກຸ່ມບ້ານ ໃຫ້ຮວບຮວມເອົາໃບບິນ ຄ່າກາເຟຂອງ ຊາວສວນ ທຸກຄົນມາສົ່ງໃຫ້ບໍຣິສັດ ຫລັງຈາກນັ້ນບໍຣິສັດ ກໍໄດ້ໂອນເງິນ ເຂົ້າບັນຊີ ໃຫ້ຕາມຈຳນວນ ທີ່ຕິດຄ້າງ.
ທ່ານວ່າບໍຣິສັດດາວເຮືອງ ເປັນຫນີ້ຊາວສວນ ກາເຟ 2 ພັນ ຄອບຄົວມາຕັ້ງແຕ່ ເດືອນມົກກະຣາ 2017, ທີ່ຜ່ານມາ ບໍຣິສັດບໍ່ເຄີຍເປັນໜີ້ ດົນຊ່ຳນີ້ ຢ່າງນ້ອຍປະມານ ສອງ-ສາມເດືອນ ບໍຣິສັດກໍຈ່າຍ:
"ປີໃຫມ່ລາວມາເພິ່ນບໍ່ທັນຈ່າຍ ຈັກເທື່ອມິດເລີຍ ແຕ່ກ່ອນເພິ່ນ ກໍຈ່າຍເທື່ອລະນ້ອຍ ເທື່ອລະນ້ອຍ ຊ່ວງປີກາຍຫັ້ນ ເພິ່ນຕິດ ປະມານສາມ ເດືອນ ເພິ່ນກໍຈ່າຍຫມົດ ປີກາຍ ແບບເພິ່ນຈ່າຍຈະ ລະບ້ວງຫັ້ນນ່າ ບ້ວງລະ 10 ລ້ານ 10 ລ້ານກີບ".
ປັດຈຸບັນຊາວສວນກໍບໍ່ມີບັນຫາ ກັບບໍຣິສັດດາວເຮືອງອີກແລ້ວ ແຕ່ເຣື້ອງວ່າ ບໍຣິສັດຈະຊື້ກາເຟ ຈາກພວກຂະເຈົ້າ ອີກຫລືບໍ່ນັ້ນ ຂະເຈົ້າຍັງ ບໍ່ຮູ້ເທື່ອ ແຕ່ຖ້າບໍຣິສັດ ຈະຮັບຊື້ອີກຕໍ່ໄປ ຂະເຈົ້າກໍຍີນດີ ຈະຂາຍໃຫ້.