ເຂືຶ່ອນນ້ຳອູ 6 ໃກ້ສໍາເຣັດ

ຈໍາປາທອງ
2015.09.10
F-Nam-Ou6-dam ໃນເຂດ ເຂື່ອນ ນໍ້າອູ 6 ທີ່ ກໍາລັງ ຢູ່ໃນການກໍ່ສ້າງ
screenshot from Adam Johnson video/Youtube

ເຂື່ອນ ນ້ຳອູ 6 ສ້າງ ໄປແລ້ວ ປະມານ 85 ສ່ວນຮ້ອຍ, ຄາດວ່າ ຈະ ສ້າງສຳເຣັດ ໃນ ຕົ້ນປີໜ້າ; ແຕ່ ຊາວບ້ານ ທີ່ ໄດ້ຮັບ ຜົລກະທົບ ນັ້ນ, ຍັງບໍ່ໄດ້ ຍ້າຍ ຍ້ອນວ່າ ບ້ານ ຈັດສັນ ໃໝ່ ຍັງບໍ່ທັນ ປຸກສ້າງ ແລ້ວ, ແລະ ບໍ່ຮູ້ວ່າ ຈະຖືກສັ່ງ ໃຫ້ຍ້າຍ ເມື່ອໃດ. ດັ່ງ ຊາວບ້ານ ຢູ່ໃນເຂດ ສ້າງເຂື່ອນ ນ້ຳອູ 6 ເວົ້າ ໃນ ວັນທີ 7 ກັນຍາ 2015 ນີ້ ວ່າ:

"ທີ່ ສ້າງເຂືຶ່ອນ ອັນນັ້ນນະ ເອີ 85% ນີ້ ສຳເຣັດ ແລ້ວ 45 ບ້ານ, ອັນນັ້ນ ກໍທາງ ໂຄງການ ກໍຊ່ວຍໄປ ປຸກແລ້ວເດ ຕອນນີ້ ກໍຢູ່ ບ້ານ ເກົ່າ ຫັ້ນແຫລະ, ແຕ່ບ້ານໃໝ່ ອັນນີ້ ກຳລັງ ຈະຍ້າຍ".

ຊາວບ້ານ ເວົ້າວ່າ ບ້ານທີ່ ໄດ້ຮັບ ຜົລກະທົບ ຈາກ ການສ້າງ ເຂື່ອນ ນັ້ນ, ມີ ຢ່າງໜ້ອຍ 45 ບ້ານ, ຊຶ່ງ ທາງເຈົ້າຂອງ ໂຄງການ ກຳລັງ ສ້າງ ບ້ານໃໝ່ ໃຫ້. ສ່ວນວ່າ ຄ່າຊົດເຊີຍ ຄວາມເສັຽຫາຍ ທີ່ ປະຊາຊົນ ໄດ້ຮັບນັ້ນ ຍັງບໍ່ຮູ້ ຣາຍລະອຽດ.

ສຳລັບອາຊີບ ຂອງ ຊາວບ້ານ ນັ້ນ ຄົງຈະຍັງ ແມ່ນ ການລ້ຽງສັດ, ແລະ ປູກຕົ້ນ ຢາງພາຣາ ເປັນຫຼັກ, ຊຶ່ງ ບໍຣິສັດ ຈີນ ໄດ້ ສຳປະທານ ທີ່ດິນ ແລະ ຈ້າງ ຊາວບ້ານ ປູກ ຂນະທີ່ ຊາວບ້ານ ບໍ່ມີທີ່ດິນ ທີ່ ຈະ ປູກຝັງ ເປັນຂອງ ຕົນເອງ.

ເຂື່ອນ ນ້ຳອູ 6 ເປັນນຶ່ງ ໃນ 7 ເຂື່ອນ ທີ່ ສ້າງໃສ່ ນ້ຳອູ, ຊຶ່ງ ບໍຣິສັດ ຈີນ ຖືຮຸ້ນ 85% ແລະ ຣັຖວິສຫະກິດ ໄຟຟ້າ ລາວ ຖືຮຸ້ນ 15%. ໄຟຟ້າ ທີ່ ຜລິດໄດ້ ສ່ວນໃຫຍ່ ຈະຂາຍໃຫ້ ປະເທສ ຈີນ ແລະ ຈຳນວນ ນຶ່ງ ເອົາໄວ້ໃຊ້ ຢູ່ພາຍ ໃນ ປະເທສ. ການກໍ່ສ້າງ ເຂື່ອນ ນ້ຳອູ ທັງ 7 ເຂື່ອນ ນີ້ ແມ່ນ ແບ່ງອອກ ເປັນ 2 ຣະຍະ ຄື ຣະຍະທຳອິດ ແມ່ນ ເຂື່ອນ ນ້ຳອູ 2, 5 ແລະ 6 ທີ່ ສ້າງໄປແລ້ວ ກວ່າ 50% ແລະ ຣະຍະ ທີສອງ ແມ່ນ ເຂື່ອນ ນ້ຳອູ 1, 3, 4 ແລະ 7 ຊຶ່ງ ຍັງບໍ່ທັນ ມີກຳນົດ ທີ່ ຈະສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.