ທາງການຕັ້ງໜ່ວຍງານຍ້າຍ ຊາວບ້ານ

ສົມເນ
2016.02.08
F-Pakbeng ສາຍນໍ້າຂອງ ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ
Courtesy of Citizen Journalist

ຣັຖບານ ລາວ ມີຄໍາສັ່ງ ແຕ່ງຕັ້ງ ຄນະ ກັມມະການ 3 ແຂວງ ໃຫ້ ຮັບຜິດຊອບ ການໂຍກຍ້າຍ ແລະ ຟື້ນຟູ ຊີວິດການ ເປັນຢູ່ ຂອງ ປະຊາຊົນ ທີ່ ຈະໄດ້ຮັບ ຜົນກະທົບ ຈາກເ ຂື່ອນ ປາກແບງ ທີ່ ຈະສ້າງໃສ່ ແມ່ນໍ້າຂອງ ແຂວງ ອຸດົມໄຊ ຫຼັງຈາກ ໄດ້ຮັບ ຣາຍງານ ຜົນກະທົບ ຕໍ່ ສິ່ງແວດລ້ອມ ຈາກ ການສ້າງເຂື່ອນ. ຕາມ ແຫລ່ງຂ່າວ ຈາກ ສໍານັກງານ ຣັຖບານ ທີ່ ບໍ່ປະສົງ ອອກຊື່. ໃນຂນະ ດຽວກັນ ປະຊາຊົນ ທີ່ຈະຖືກ ຜົນກະທົບ ກໍມີຄວາມ ເປັນຫ່ວງ ຢ້ານວ່າ ຣັຖບານ ຈະບໍ່ເອົາໃຈໃສ່ ນໍາຊີວິດ ການເປັນຢູ່ ຂອງພວກຕົນ ຫລັງຈາກ ໂຍກຍ້າຍ ໄປຕັ້ງບ້ານເຮືອນ ຢູ່ບ່ອນໃໝ່ ແລ້ວ:

"ໃນນາມ ປະຊາຊົນ ບ້ານປາກເງີຍ ຕອນນີ້ ຣັຖບານ ໄດ້ລົງມາ ລຸລ່ວງ ປະຊາຊົນ ຍ້າຍບ່ອນຢູ່ ຍ້ອນຜົນກະທົບ ເຂື່ອນ ນໍ້າຂອງ ທີ່ ສ້າງຂຶ້ນນີ້ ຖືກຫຼາຍ ໝູ່ບ້ານ ແຕ່ວ່າ ພວກເຮົາ ບໍ່ແນ່ໃຈວ່າ ຣັຖບານ ຈະໃຫ້ ຄ່າຊົດເຊີຍ ແກ່ ປະຊາຊົນ ຕາມທີ່ ຣັຖບານ ໄດ້ຕົກລົງ ກັນບໍ ເພາະວ່າ ຜ່ານມາ ພວກເຮົາຮັບຮູ້ ຫຼາຍແລ້ວ ວ່າບໍ່ມີ ຄວາມເປັນທັມ ໃຫ້ ປະຊາຊົນ ຢາກໃຫ້ ຣັຖ ຈັດສັນ ທີ່ຢູ່ ແລະ ຈ່າຍຄ່າ ຊົດເຊີຍ ສົມເຫດ ສົມຜົນຊະກ່ອນ ພວກເຮົາ ຈັ່ງສີ່ຍ້າຍ. ມີ ເຈົ້າໜ້າທີ່ ເມືອງ ມາລຸລ່ວງ ຫຼາຍຄັ້ງ ແລ້ວ ແຕ່ບໍ່ ຊັດເຈນ ມີແຕ່ມາ ບັງຄັບໃຫ້ ປະຊາຊົນ ໂຍກຍ້າຍ ພັກ-ຣັຖ ບໍ່ໄດ້ ເດືອດຮ້ອນ".

ແຫ່ລງຂ່າວ ທີ່ອ້າງຕາມ ການສະເໜີ ຂອງ ກະຊວງ ພລັງງານ ແລະ ບໍ່ແຮ່ ສະບັບ ເລກທີ່ 147/ພບ ລົງວັນທີ 7 ຕຸລາ ປີ 2015 ແລະ ຄໍາສັ່ງ ນາຍົກ ຣັຖມົນຕຣີ ເລກທີ່ 84 ລົງວັນທີ 27 ຕຸລາ ປີ 2015 ໄດ້ຕົກລົງ ແຕ່ງຕັ້ງ ຄນະ ຮັບຜິດຊອບ ແຂວງ ອຸດົມໄຊ, ແຂວງ ໄຊຍະບູຣີ ແລະ ແຂວງບໍ່ແກ້ວ ເພື່ອໃຫ້ ການໂຍກຍ້າຍ ຖືກ ຣະບຽບການ ຮັບປະກັນ ໃຫ້ ປະຊາຊົນ ມີທີ່ຢູ່ ອາໄສ ແລະ ຊ່ວຍເຫລືອ ໃນການຟື້ນຟູ ຊີວິດການ ເປັນຢູ່ ໃຫ້ຖືກຕ້ອງ ຕາມ ກົດໝາຍ.

ແຫລ່ງຂ່າວ ບໍ່ໄດ້ ເປີດເຜີຍວ່າ ມີຈັກ ຄອບຄົວ ໃນ 3 ແຂວງດັ່ງກ່າວ ຈະໄດ້ຮັບ ຜົນກະທົບ ຈາກ ໂຄງການ ສ້າງ ເຂື່ອນ ແຫ່ງນີ້ ເພາະວ່າ ຣາຍງານ ການສຶກສາ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊີວິດການ ເປັນຢູ່ ຂອງ ປະຊາຊົນ ບໍ່ ຖືກເປີດເຜີຍ ອອກມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.