ເຂື່ອນປາກແບງຈະເລີ້ມແລ້ວ

ມະນີຈັນ
2016.11.10
F-Mekong ແມ່ນໍ້າຂອງ ທີ່ກໍາລັງຖືກ ຄຸກຄາມແຕ່ເໜືອຮອດໃຕ້
RFA

ປັດຈຸບັນ ເຂື່ອນ ປາກແບງ ທີ່ ແຂວງ ອຸດົມໄຊ ຢູ່ໃນຣະຫວ່າງ ກະຕຣຽມ ການກໍ່ສ້າງ ເພື່ອປຸກສ້າງ ບ່ອນພັກເຊົາ ຂອງ ຄົນງານ ແລະ ນຳເອົາ ນັກວິຊາການ ຈີນ ເຂົ້າມາ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ພລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ຕໍ່ RFA ໃນວັນທີ 9 ພຶສຈິກາ:

"ຂະເຈົ້າກະກຽມຢູ່ ປັບໜ້າດິນ ບ່ອນເຂົາຕັ້ງ ແຄັມຫັ້ນ ເທົ່ານັ້ນໃດ ຄົນຈີນ ຂະເຈົ້າ ກະມີຢູ່ ແຕ່ບໍ່ຫຼາຍ ວິຊາການ ຂະເຈົ້າ ເຂົ້າມາເບິ່ງ ຊື່ໆນະ ສິແມ່ນປີ ໜ້າ 2017 ພຸ້ນແຫຼະ ອັນອື່ນ ຣັຖບານ ບໍ່ທັນ ອະນຸຍາດ ໃຫ້ເຮັດເທື່ອ ໃດ໋".

ທ່ານກ່າວຕື່ມວ່າ ປະຈຸບັນ ທາງການລາວ ກຳລັງ ຕຣຽມໂຍກຍ້າຍ ປະຊາຊົນ ຈຳນວນ 11 ຄອບຄົວ ທີ່ຈະໄດ້ຮັບ ຜົລກະທົບ ຈາກເຂື່ອນ ນັ້ນອອກໄປ ຢູ່ເຂດ ຈັດສັນ, ແຕ່ ຍັງບໍ່ຮູ້ວ່າ ເມື່ອໃດ. ສຳລັບ ເຣຶ່ອງ ຄ່າຊົດເຊີຍ ແລະ ທີ່ດິນ ຈັດສັນໃໝ່ ໃຫ້ນັ້ນ ທາງການກຳລັງ ປຶກສາ ຫາລືກັນ ຢູ່.

ຜ່ານມາ ປະຊາຊົນ ຫຼາຍຄອບຄົວ ຢູ່ ເມືອງປາແບງ ທີ່ຈະຖືກ ຜົລກະທົບ ຈາກ ໂຄງການ ເຂື່ອນປາກແບງ ນັ້ນໄດ້ສເນີໃຫ້ ທາງໂຄງການ ຊ່ວຍເຫຼືອ ການເປັນຢູ່ ຂອງພວກ ເຂົາເຈົ້າ ໃຫ້ດີຂຶ້ນ ຮວມທັງ ຂໍໃຫ້ປຸກສ້າງ ສິ່ງທີ່ຈໍາເປັນ ເຊັ່ນໂຮງຮຽນ, ໂຮງໝໍ ຫລືສຸຂສາລາ, ຣະບົບ ນໍ້າລິນ ເປັນຕົ້ນ. ແຕ່ຍັງບໍ່ທັນໄດ້ ຮັບຄໍາຕອບ ວ່າຈະເປັນແນວໃດ.

ໃນຂນະດຽວກັນ ປະຊາຊົນ ໄທ ທີ່ຢູ່ຕາມ ແຄມ ແມ່ນໍ້າຂອງ ແຂວງຊຽງຮາຍ ພາກັນ ກັງວົນ ນໍາເຣຶ່ອງ ຜົລກະທົບ ທີ່ຈະເກີດຂຶ້ນ ຈາກ ໂຄງການດັ່ງກ່າວ ຍ້ອນວ່າ ນໍ້າຈະຖ້ວມ ທີ່ຢູ່ອາສັຍ ພື້ນທີ່ ທໍາມາຫາກິນ ແລະ ການປະມົງ ນໍາດ້ວຍ. ໂຄງການ ເຂື່ອນ ໄຟຟ້າ ປາກແບງ ຂນາດ 912 MW ນີ້ ແມ່ນ ບໍຣິສັດຈີນ ໄດ້ເຊັນບົດ ບັນທຶກ ຄວາມເຂົ້າໃຈ ກັບ ຣັຖບາລລາວ ເມື່ອປີ 2007 ເພື່ອ ສໍາຣວດ ພື້ນທີ່ ແລະ ໄດ້ຮັບ ສໍາປະທານ ກໍານົດ 30 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.