ກຸ່ມຮັກນໍ້າຂອງຮ່ວມຈັດພິທີ ຂໍຂະມາ


2013.10.14
F-mekong-worship ຊາວລຸ່ມ ແມ່ນໍ້າຂອງ ທັງລາວແລະໄທ ທີ່ຖືວ່າ ແມ່ນໍ້າຂອງ ເປັນແມ່ນໍ້າ ສັກສິດ ທີ່ຊ່ວຍອູ້ມຊູ ລ້ຽງດູ ລູກບ້ານຫຼານເມືອງ ມາຊົ່ວຫຼາຍ ເຊັ່ນຄົນ.
international-river

 

ເຄືອຂ່າຍສະພາ ອົງການຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອິ ສານ ຈັດພິທີສືບຊາຕາ ແມ່ນໍ້າຂອງ ທີ່ແຂວງໜອງຄາຽ ຂອງໄທຍ໌ ຊຶ່ງມີ ຕົວແທນເຄືອຂ່າຍຈາກ 7 ແຂວງ ຕລອດເຖິງ ຕົວແທນເຄືອ ຂ່າຍ ຈາກປະເທສລາວ, ວຽດນາມ ແລະກໍາພູຊາ ເຂົ້າຮ່ວມໃນວັນ ທີ 11 ຕຸລາ 2013.

ຕົວແທນເຄືອຂ່າຍທີ່ວ່ານັ້ນ ໄດ້ຮ່ວມກັບເຄືອຂ່າຍອົງການ 8 ແຂວງ ໃນໄທຍ໌ ຈັດພິທີຢູ່ແຄມຝັ່ງນໍ້າຂອງທີ່ບ້ານວຽງຄຸກ ເມືອງໜອງຄາຍ ໂດຍມີພິທີທໍາບຸນຕັກບາດພຣະສົງພິທີບາສີສູ່ຂວັນແມ່ນໍ້າຂອງ ເທບ 2 ຝັ່ງຂອງລາວ-ໄທຍ໌ ບູຊາ ແມ່ນໍ້າຂອງ. ພິທີຊຶ່ງມີຊາວບ້ານ ໃກ້ ຄຽງເຂົ້າຮ່ວມເປັນຈໍານວນຫຼວງຫລາຍນັ້ນ ມີການຖວາຍເຄື່ອງຄາວ ຂອງຫວານ 9 ຢ່າງ ລອຍກະໂທງ ບູຊາກາງແມ່ນໍ້າຂອງ ປ່ອຽປາ ບຶກນໍ້າໜັກ 5 ກິໂລ 2 ຕົວ ແລະພັນປານໍ້າຂອງອີກ 5,000 ໂຕ.

ນາງ ອ້ອມບຸນ ທິບພະສຸນາ ຕົວແທນເຄືອຂ່າຍ ສະພາອົງການຊຸມ ຊົນລຸ່ມແມ່ນໍ້າຂອງ 7 ແຂວງພາກອິສານກ່າວວ່າ ການປະກອບພິທີ ສືບຊາຕາແມ່ນໍ້າຂອງ ຄັ້ງນີ້ເປັນການບູຊາ ແລະຂໍຂະມາແມ່ນໍ້າຂອງ ທີ່ຫລໍ່ລ້ຽງຊີວິດ ປະຊາຊົນ ສອງ ຟາກຝັ່ງ ໃຫ້ມີຄວາມອຸດົມສົມບູນ ແລະຮົ່ມເຢັນເປັນສຸຂສເມີມາເປັນການປົກປ້ອງແມ່ນໍ້າຂອງ ໃຫ້ລອດພົ້ນ ຈາກການສ້າງເຂື່ອນ ກັ້ນແມ່ນໍ້າຂອງ ແລະໃຫ້ນໍ້າໄຫລໄດ້ຢ່າງອິສຣະ.

ເຄືອຂ່າຍຕ່າງໆ ໄດ້ສຶກສາວິຈັຍຮ່ວມກັນເຖິງຜົລກະທົບ ທີ່ອາຈເກີດຂຶ້ນ ທັງຕໍ່ສິ່ງແວດລ້ອມ ແລະຕໍ່ວິຖີຊີວິດຂອງປະຊາຊົນ ຫາກມີການສ້າງ ເຂື່ອນກັ້ນແມ່ນໍ້າຂອງ ແລະເຊື່ອວ່າຜົນການວິຈັຍຂອງເຄືອຂ່າຍຈະເປັນຂໍ້ມູນສໍາຄັນ ຊຶ່ງຜູ້ບໍຣິຫານ ແຕ່ລະປະເທສ ທີ່ກ່ຽວຂ້ອງຄວນຈະນໍາໄປ ພິຈາຣະນາ ກ່ອນທີ່ຈະຕັດສິນໃຈ ກໍ່ສ້າງເຂື່ອນແຕ່ລະເຂື່ອນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.