ເຂື່ອນໄຊຍະບູຣີຢຸດກໍ່ສ້າງ ຊົ່ວຄາວ
2013.12.19

ເຈົ້າຫນ້າທີ່ໂຄງການສ້າງເຂື່ອນໄຊຍະບູຣີທ່ານນື່ງເວົ້າວ່າ ໃນວັນທີ 16-17 ທັນວາ 2013 ມີຝົນຕົກຫນັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ຣະດັບ ນໍ້າຂອງສູງຂື້ນ ຊຶ່ງເປັນອັນຕຣາຍໃນການກໍ່ສ້າງ ຈຶ່ງຈໍາເປັນຕ້ອງໄດ້ຢຸດຊົ່ວຄາວ ຄາດວ່າຈະລົງມື ກໍ່ສ້າງໄດ້ໃຫມ່ ເລີ້ມວັນທີ 22 ທັນວາ ນີ້:
"ຫາກໍ່ຖ້ວມມັນຖ້ວມສົ້ນເຂື່ອນ ກັບຕົວນັ້ນຫນ້ອຍນື່ງ ແມ່ນແລະນ້ຳຂອງຂື້ຶ້ນ ຖືກຜົລກະທົບການກໍ່ສ້າງເຂືຶ່ອນຕົວນີ້ໄທເຮົາກໍຢູ່ໃນຂັ້ນຕອນການ ສຳຣວດຢູ່ເນາະ ຍັງບໍ່ທັນໃຫ້ຂໍ້ມູນໄດ້ເທື່ອ ຢູ່ໃນຂັ້ນຕອນການສຳຣວດຜົລກະທົບ".
ທ່ານກ່າວຕື່ມວ່າມີນ້ຳຖ້ວມໃນບໍຣິເວນສ່ວນລຸ່ມຂອງເຂື່ອນ ແຕ່ບໍ່ມີຜົລກະທົບ ຕໍ່ອຸປກອນການກໍ່ສ້າງແລະບໍ່ມີຄົນບາດເຈັບຄາດວ່າຫາກສູບນ້ຳ ອອກຈາກເຂື່ອນຫມົດຈະສາມາດກັບມາກໍ່ສ້າງໄດ້ໃນອາທິດຫນ້າ.
ເຂືຶ່ອນໄຊຍະບູຣີ ເປັນເຂື່ອນໄຟຟ້າກັ້ນນ້ຳຂອງ ແຫ່ງທຳອິດໃນລາວ ສ້າງຢູ່ເມືອງໄຊຍະບູຣີຈະມີກຳລັງຜລິດໄຟຟ້າໄດ້ປະມານ 1,285 ເມກາ ວັດເລີ້ມສ້າງມາແຕ່ທ້າຍປີ 2012 ມີຊາວບ້ານຖືກໂຍກຍ້າຍເຖິງ 2100 ຄົນ ເປັນເຂື່ອນທີ່ກຸ່ມ ປົກປ້ອງສິ່ງແວດລ້ອມ ປະນາມວ່າຈະສົ່ງຜົລ ກະທົບ ຕໍ່ທັມມະຊາຕຣະບົບນິເວດແລະການຢູ່ຂອງປະຊາຊົນ ຕາມລຳແມ່ນ້ຳຂອງລາຍໃຫຍ່.
ເຈົ້າຫນ້າທີ່ຈາກບໍຣິສັດ ຊໍ ການຊ່າງ ຖແລງວ່າປັດຈຸບັນການກໍ່ສ້າງເຂຶື່ອນໄຊຍະບູຣີສຳເຣັດໄປແລ້ວ 30% ການຢຸດການກໍ່ສ້າງຊົ່ວຄາວຈະບໍ່ ສົ່ງຜົລກະທົບຕໍ່ໂຄງການສ້າງເຂື່ອນແລະຄາດວ່າເຂື່ອນແຫ່ງນີ້ຈະສ້າງໃຫ້ ສຳເຣັດຕາມແຜນ ການໃນປີ 2019.